Welcome to Luang Prabang

 

           Luang Prabang is a province of Laos, located in the north of the country and about 400km from Vientiane (the capital of the country). The province’s population is estimated to currently have 430,000 inhabitants, consisting of 12 different ethnic groups. Luang Prabang District itself has a population of approximately 56.000 inhabitants, and the protected zone has 24,000 inhabitants. The city is built on an exceptional site formed by the confluence of the Mekong and the Nam Khan. The two rivers form a 300 m wide and 1 km long peninsula surrounded by mountainous massifs (Phou Thao, Phou Nang, Phou Xang, Phou Xuang)…

ມໍລະດົກອັນລ້ຳຄ່າຂອງຫຼວງພະບາງ

TREASURES OF LUANG PRABANG

ARCHITECTURAL ART OF THE MONASTERIES

Each monastery in Luang Prabang is demarcated by a peripheral masonry wall. Doors in the form of prasat – a small, square, tiered and crowned tower, perforated on opposite sides by two large arched bays connected by a continuous passagewayallow access to the sanctuary and its building annexes.

ຫຼວງພະບາງ ມໍລະດົກອັນລໍ້າຄ່າ ທີ່ບັນພະບູລຸດລາວໄດ້ປະດິດສ້າງ, ປົກປັກຮັກສາ ແລະ ປະໄວ້ໃຫ້ພວກເຮົາ ສືບທອດຕະຫຼອດມາ, ໄດ້ຮັບຮອງເຂົ້າເປັນມໍລະດົກໂລກຈາກອົງການອຸຍແນັສໂກ.

Luang Prabang and its treasures which have been passed down for generations, is now recognized as a World Heritage Site

Temple Gallery

You can access to Luang Prabang ICH website and Youtube here!

 

Link to website:

https://sites.google.com/view/moladoklp-ich
QR Code website

QR Code Youtube

Video Luang Prabang ICH

What's New!

Updated information of activities and our latest posts

ຮັບຟັງການໂອລົມຂອງທ່ານລັດຖະມົນຕີ ຖວທ 09 ກັນຍາ 2020

ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະ ລົງພົບປະໂອ້ລົມພະນັກງານຫຼັກແຫຼ່ງ ຫ້ອງການມໍລະດົກໂລກ ຫຼວງພະບາງ ແລະ ພະແນກຖະແຫຼງຂ່າວ,ວັດທະນະທະທຳ ແລະ ທ່ອງທ່ຽວແຂວງຫຼວງພະບາງ ຕອນບ່າຍຂອງວັນທີ່ 9 ກັນຍາ 2020 ນີ້, ຢູ່ໂຮງລະຄອນພະລັກພະລາມ(ຫ້ອງປະຊຸມພູສີ), ທ່ານ ສ.ຈ ປອ ກິແກ້ວ ໄຂຄໍາພິທູນ ເລຂາທິການສູນກາງພັກ ລັດຖະມົນຕີ ກະຊວງຖະແຫຼງຂ່າວດວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍຄະນະ ໄດ້ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ພະນັກງານລັດຖະກອນ ຂອງຫ້ອງການມໍລະດົກໂລກ ແລະ ພະແນກພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວແຂວງຫຼວງພະບາງ. ເນື່ອງໃນໂອການດັ່ງກ່າວ, ທ່ານ ປອ ສຸດາພອນ ຄົມທະວົງ ຫົວ ໜ້າພະແນກພະແນກຖະແຫຼງຂ່າວ ວັດ ທະນະທຳ ແລະ ທ່ອງທ່ຽວແຂວງ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານ ຖວທ ແຂວງ, ຫຼັງຈາກນັ້ນ ທ່ານ ສະເຫວີຍ […]

Boat Racing Festival in Luang Prabang 18 August 2020

ງານແຂ່ງຂັນຊ່ວງເຮືອປະຈໍາປີ ພ.ສ 2563 ທີ່ແມ່ນໍ້າຄານ, ນະຄອນຫລວງພະບາງ ເມືອງມໍລະດົກໂລກ ໃນວັນທ 18 ສິງຫາ 2020    ໄດ້ຈັດງານຊ່ວງເຮືອ ເພື່ອຄອບສາຍນໍ້າ ແລະສະຖານທີ່ສັກສິດ ໃນໂອກາດບຸນຫໍ່ເຂົ້າປະດັບດີນ ປະຈຳປີ ພສ 2563 ຮັບປະກັນບໍ່ໃຫ້ມີການລະບາດ ຂອງພະຍາດໂຄວິດ-19 ທຸກໆປີ ພໍຮອດມື້ແຮມ 14 ຄໍ່າເດືອນ 9 ທີ່ຊາວຫຼວງພະບາງ ເມືອງມໍລະດົກໂລກ ໄດ້ພພ້ອມກັນເຮັດບຸນໃສ່ບາດ ທັງຈັດໃຫ້ມີການຊ່ວງເຮືອປະເພນີ ເນື່ອງໃນໂອກາດບຸນຫໍ່ເຂົ້າປະດັບດີນ, ອັນເປັນປາງບຸນໜື່ງ ທີ່ໄດ້ ສືບທອດກັນມາແຕ່ດືກດຳບັນ ແລະຍັງຄົງຮັກສາໄດ້ ຮີດຄອງປະເພນີ ທີ່ເປັນເອກະລັກອັນດັ່ງເດີມ ສະເພາະປີນີ້ ຍ້ອນສະພາບການລະບາດ ຂອງພະຍາດໂຄວິດ 19 ອົງການປົກຄອງນະຄອນ ຫຼວງພະບາງ ຈື່ງຈັດໃຫ້ມີການປະກອບພິທີທາງສາສະໜາ ຕາມຮີດຄອງປະເພນີດັ່ງເດີີມ, ໄດ້ຈັດແບບກະທັດຮັດ ໂດຍອານຸຍາດໃຫ້ ເຮືອຊ່ວງເຂົ້າຮ່ວມຊ່ວງທັງໝົດ 4 ລຳ (ບ້ານຫາດຮ່ຽນ 1 ລຳ, ບ້ານຊຽງທອງ-ຄີລີ 1 ລຳ, […]

Mekong Hydropower Dam Project for Luang Prabang World Heritage Site

           ກອງປະຊຸມ ປຶກສາຫາລືກ່ຽວກັບການປະເມີນຜົນກະທົບຕໍ່ມໍລະດົກໂລກ ຫຼວງພະບາງ ຂອງໂຄງການກໍ່ສ້າງເຂື່ອນໄຟຟ້າແມ່ນໍ້າຂອງ ບ້ານຫ້ວຍຢໍ້ ເມືອງຈອມເພັດ ແຂວງຫຼວງພະບາງ. The consultation meeting about the Heritage Impact Assessment (HIA) of the Mekong Hydropower Dam Project for Luang Prabang World Heritage Site. Date: 5 August 2020 ໃນຕອນເຊົ້າ, ເວລາ: 8:30 ນາທີ ຂອງວັນທີ 05 ສິງຫາ 2020 ທີ່ຫ້ອງປະຊຸມ ຫ້ອງການມໍລະດົກໂລກ ຫຼວງພະບາງ ໄດ້ຈັດກອງປະຊຸມ ປຶກສາຫາລືກ່ຽວກັບກ່ຽວກັບຄໍາທັກທ້ວງຂອງສູນມໍລະດົກໂລກ ຕໍ່ກັບການປົກປັກຮັກສາມໍລະດົກໂລກ ຫຼວງພະບາງ ໂດຍສະເພາະແມ່ນ ໂຄງການກໍ່ສ້າງເຂື່ອນໄຟຟ້າແມ່ນໍ້າຂອງທີ່ບ້ານ ຫ້ວຍຢໍ້ […]

24th Anniversary Luang Prabang world heritage city

ໃນຕອນແລງຂອງວັນທີ່ 16 ທັນວາ (12) ປີ 2019 ເວລາ 14 ໂມງ 00 ນາທີ ທີ່ຫ້ອງປະຊຸມໃຫຍ່ ຫ້ອງວ່າການປົກຄອງແຂວງ ຫຼວງພະບາງ ໄດ້ຈັດພິທີ ປາຖະກະຖາ ສະເຫຼີມສະຫຼອງ ຫຼວງພະບາງເຂົ້າເປັນມໍລະດົກໂລກ ຄົບຮອບ 24 ປີ ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກຳມະການກົມການເມືອງສູນກາງພັກ, ອາດີດຮອງນາຍົກລັດຖະມົນຕີ, ອາດີດປະທານຄະນະກຳມະການ ລະດັບຊາດ ເພື່ອມໍລະດົກໂລກ ໃຫ້ກຽດເຂົ້າຮ່ວມໃນພິທີ ມີ ພະນະທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກໍາມະການກົມການເມືອງສູນກາງພັກ, ອາດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີ ທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຫຼວງພະບາງ, ມີບັນດາທ່ານຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຄະນະປະຈຳພັກແຂວງ, ກໍາມະການພັກແຂວງ, ທ່ານເຈົ້ານະຄອນຫຼວງພະບາງ, ບັນດາທ່ານເຈົ້າເມືອງອ້ອມຂ້າງ, ບັນດາ​ທ່ານຫົວໜ້າ-ຮອງຫົວໜ້າ​ພະແນກການ, […]

The World Heritage Town

A town full of history and culture

DURING COVID-19

Luang Prabang world heritage CITY

Luang Prabang World Heritage Office