LuangPrabang World Heritage

  •  
  •  
  •  

Font Size

Layout

Menu Style

Cpanel

ປະຫັວດພຣະບາງ

pabang

“ພຣະບາງ” ແມ່ນພຣະພຸທະຮູບອົງສັກສິດ, ເປັນປູຊະນີຍະສະຖານວັດຖຸເກົ່າແກ່ ແລະ ເປັນຂອງຄ້ຳຄູນບ້ານຄູ່ເມືອງ ລາວ, ເປັນພຣະພຸດທະຮູບ ທີ່ປະຊາຊົນພົນລະເມືອງລາວ ເຄົາລົບນົບໄຫ້ວສັກກະລະບູຊາ ດ້ວຍຈິດໃຈອັນເຫລື້ມໃສສັດ ທາຢ່າງແຮງກ້າ, ມາເປັນເວລາຊ້ານານ. ເຊິ່ງນັບແຕ່ພຣະພຸດທະຮູບອົງນີ້ ໄດ້ຖືກນຳມາປະດິດສະຖານຕັ້ງຫມັ້ນໄວ້ພ້ອມ ກັບພຣະພຸດທະສາສະຫນາ ຢູ່ໃນພື້ນແຜ່ນດິນລາວລ້ານຊ້າງ (ປະເທດລາວ) ໃນສະໄຫມຣາຊາ ການແຜ່ນດິນຂອງພຣະ ຍາຟ້າງຸ່ມ ແຫລ່ງຫລ້າທໍລະນີເປັນຕົ້ນມາ. - ອີງຕາມຕຳນານພຣະບາງ ໄດ້ກ່າວວ່າ: “ພຣະບາງ” ໄດ້ຖືກຫລໍ່ຫວອມຂື້ນຢູ່ເກາະລັງກາທະວີບ (ປະເທດ ສີລັງ ກາ), ນັບແຕ່ພຣະສຳມາສຳພຸດທະເຈົ້າບໍຣົມຄຣູຂອງເຮົາໄດ້ສະເດັດດັບຂັນເຂົ້າສູ່ປະຣິນິພານ ເຫີງນານມາໄດ້ 43 ປີ ໂດຍແມ່ນພຣະອໍລະຫັນຕາອົງດີວີເສດຕົນຫນຶ່ງ ຊຶ່ງມີພຣະນາມວ່າ: ພຣະຈຸຣະນາຄະເຖຣະ, ອົງເປັນປະທານ ຝ່າຍຄະນະສົງໃນການຫລໍ່ພຣະພຸດທະຣູບເຈົ້າອົງນີ້, ເພຶ່ອຫວັງຈະໃຫ້ພຣະພຸດທະສາສະຫນາດຳລົງຄົງຢູ່ຕະ ຫລອດໄປ. ກ່ອນທີ່ຈະຫລໍ່ພຣະພຸດທະຮູບອົງນີ້, ເພິ່ນໄດ້ພາກັນເອົາໂລຫະທາດຄຳ, ເງີນ ແລະ ທອງ ມາປະສົມ ຫລອມເຂົ້າກັນ ເມຶ່ອຫລໍ່ຫລອມພຣະພຸດທະຮູບອົງນີ້ສຳເລັດສົມບູນແລັວ, ເຖິງເວລາກະທຳການ ພຸດທະພິເສກນັ້ນ ພຣະຈຸຣະນາຄະເຖຣະ ໄດ້ຕັ້ງຈິດອະຖານອຫງເຊີນເອົາພຣະສາລີກະທາດ (ກະດູກຂອງພຣະພຸດທະເຈົ້າ) ຈົ່ງສະ ເດັດເຂົ້າສິງຢູ່ໃນຮ່າງກາຍຂອງ ພຣະພຸດທະຮູບເຈົ້າອົງນີ້, ໃນທີ່ແຫ່ງຄື: ທາດພຣະອົງ 1 ສະເດັດເຂົ້າຢູ່ໃນ ພຣະ ນາຣາດ (ຫນ້າຜາກ), ທາດພຣະພຸດທະຮູບອົງນີ້ເປັນພຣະພຸດທະຮູບຢືນພຣະຫັດຖາ(ມື) ທັງສອງເບຶ້ອງຍົກໄວ້ພຽງ ພຣະອຸຣາ (ຫນ້າເອິກ), ແບຝາພຣະຫັດຖາ(ມື) ທັງສອງໄປທາງເບຶ້ອງຫນ້າອັນເປັນກິລິຍາທ່າທາງຫ້າມຍາດ. ຫມາຍຄວາມວ່າ: ພຣະຈຸຣນາຄະເຖຣະອົງນີ້ເປັນປະທານໃນການສ້າງນີ້ມີຈຸດປະສົງ ຕັ້ງຈິດອະທິຖານ ຫລໍ່ພຣະ ພຸດທະຮູບອົງນີ້ໃຫ້ມີສັນຖານຄື: “ພຣະປາງຫ້າມຍາດ" ເຫມືອນດັ່ງ: ປາງພຣະພຸດເຈົ້າສະເດັດໄປ ຫ້າມຍາດ ທັງ ສອງຝ່າຍຄື: ຝ່າຍສາກະຍະວົງ ແລະ ຝ່າຍໂກລິຍະວົງ ທີ່ໄດ້ນຳກຳລັງໄພ່ພົ້ນ ຊາວເມຶອງກະບິນລະພັດ ແລະ ເມຶອງໂກລິຍະ ນະຄອນມາລົບເລວກັນທີ່ແຄມຝັ່ງແມ່ນ້ຳໂຣຫິນີ້ດ້ວຍເຫດຜົນຂັດແຍ່ງເລື່ອງ: ເອົານ້ຳເຂົ້ານານັ້ນ ເອງ…ແລັວຄົນທັງຫລາຍ ຈິ່ງມັກເອີ້ນວ່າ: “ພຣະຫ້າມຍາດ”, ຕໍ່ມາພຣະຈຸຣະນາຄະເຖຣະ ຈິ່ງຂະຫນານພຣະນາມ ສັ້ນໆວ່າ: “ພຣະປາງ” ພາຍລຸນມາຄຳວ່າ: “ພຣະປາງ” ຈິ່ງເວົ້າຜ້ຽນປ່ຽນເປັນ “ພຣະບາງ” ດ້ວຍເຫດຜົນອັກສອນ “ບ” ກັບ ”ປ” ໃນຫນັງສືຕົວທຳ (ພາສາບາລີ) ມີຮູບຄືກັນແລະ ເມຶ່ອຄຳວ່າ: “ພຣະບາງ” ກໍ່ໄດ້ເອີ້ນຕິດປາກຄົນມາ ແລ້ວຫລາຍຊົ່ວຄົນ.
ນັບແຕ່ນັ້ນມາ “ພຣະບາງ” ໄດ້ຖືກສ້າງຂື້ນມາເປັນພຣະພຸດທະຮູບທອງຄຳ ທີ່ມີສັນຖານອາການ ເຫມືອນ “ພຣະປາງຫ້າມຍາດ” ນັ້ນແລ້ວກໍ່ເປັນທີ່ເຄົາລົບນົບໄຫ້ວ ແລະ ສັກກະລະບູຊາ ເປັນສີລິຄ້ຳຄູນແກ່ຊາວ ພຸດທັງຫລາຍຢູ່ໃນລັງກາທະວີບເປັນເວລາດົນນານເຖິງ963 ປີ. ມາຣອດປີ ພຸດທະສັກກະຣາດ 1400, ດ້ວຍສັດທາອັນເຫລື້ອມໃສຍິ່ງຫນັກ ແລະ ດ້ວຍຄວາມວິງວອນ ຢ່າງແຮງກ້າຂອງເຈົ້າຊີວິດຂະເຫມນ (ປະເທດສີລັງກາ) ຈິ່ງໄດ້ຍິນດີຕົກລົງມອບ “ພຣະບາງ” ໃຫ້ແກ່ຄະນະທູດ ນຳໄປຖວາຍແດ່ເຈົ້າຊີວິດຂະເຫມນເຊິ່ງເປັນຜູ້ພຣະສະຫາຍຮັກແພງກັນ. “ພຣະບາງ” ໄດ້ສະທິດຢູ່ໃນພຣະວິຫານກາງນະຄອນຫລວງອິນທະປັດຖາ ເປັນເວລາເຫິງນານເຖິງ 502 ປີ, ຄືມາຮອດປີ ຄສ1359, ພສ 1902, ຈຸຮະສັກກະຣາດ 721, ໃນສະໄຫມຣາຊະການຂອງພະຍາຟ້າງຸ່ມ, ພະ ເຈົ້າປະຣະມັດຖະຂະເມະຣາ, ເຈົ້າຊີວິດແຜ່ນດິນຂະເຫມນອົງເປັນພະສັດສະສຸຣະ (ພໍ່ຂອງພະຍາຟ້າງຸ່ມ) ຈຶ່ງໄດ້ ມອບພຣະພຸດທະຮູບທອງຄຳອົງຫນຶ່ງຄື: “ພຣະບາງ” ໃຫ້ແກ່ພະຍາຟ້າງຸ່ມ (ພະບຸດເຂີຍ) ພ້ອມທັງນຳເອົາພຣະ ພຸດທະສາສະຫນາເຂົ້າມາຝັງຮາກຢູ່ໃນນະຄອນຊຽງທອງ, ຕາມຄວາມກາບທູນຂອງພະຍາຟ້າງຸ່ມ ແລະ ນາງ ແກ້ວເກງຍາລູກສາວຂອງເຈົ້າຊີວິດຂະເຫມນເຊິ່ງເປັນອັກຄະມະເຫສີ (ເມຍຂອງພະຍາຟ້າງຸ່ມ) ເພຶ່ອຈັກໃຫ້ເປັນ ທີ່ອຸປະຖາກສັກກະລະບູຊາກາບໄຫ້ວ ແລະ ເປັນສີລິມຸງຄຸນຄ້ຳຄູນແກ່ປວງຊົນທັງຫລາຍ ໃຫ້ໄປຄຽງຄູ່ກັບ ພຣະ ພຸດທະສາສະຫນາອັນເປັນຈັກວັດທະນະຖາວອນເມືອຫນ້າໃນແຜ່ນດິນລາວລ້ານຊ້າງສືບຕໍ່ໄປ. ຄະນະສະມະນະທູດເຊິ່ງນຳໂດຍພຣະມະຫາປາສະມັນຜູ້ທີ່ໄດ້ເຄີຍຊຸບລ້ຽງພະຍາຟ້າງຸ່ມມາແຕ່ອາດີດນັ້ນ, ເປັນປະທານນຳຂະບວນບໍລິວານທັງຫລາຍຍົກພົນອອກມາຈາກຂະເຫມນຂື້ນມາຕາມແລວທາງພາກໃຕ້ຂອງລາວ, ເມຶ່ອຂະບວນແຫ່ “ພຣະບາງ” ໄດ້ເດີນທາງມາເຖິງເມືອງວຽງຄຳ (ເມືອງທຸລະຄົມ ແຂວງວຽງຈັນປະຈຸບັນ) ພະ ຍາເພົາເຈົ້າເມືອງວຽງຄຳ ພ້ອມດ້ວຍຊາວເມືອງ ພາກັນອອກມາຕ້ອນຮັບ ແລະ ຂໍໃຫ້ພັກເຊົາຢູ່ໃນຕົວເມືອງນັ້ນ ເປັນການຊົ່ວຄາວ…ດ້ວຍສັດທາອັນເຫລື້ອມໃສຢ່າງແຮງກ້າຂອງຊາວເມືອງ, ພະຍາເມືອງວຽງຄຳ (ຫລື ພະຍາ ເອກ) ກໍ່ມີຄວາມໂສມະນັດຍິ່ງຫນັກຈຶ່ງເຂົ້າຖວາຍອ້ອນວອນຂໍນິມົນເອົາ “ພຣະບາງ” ສະທິດໄວ້ທີ່ເມືອງວຽຄຳ ນີ້ກ່ອນເພຶ່ອໃຫ້ໄດ້ອຸປະຖາກຮັກສາ ແລະ ສັກກະລະບູຊານົບໄຫ້ວເປັນສີລິຄ້ຳຄູນແກ່ຊາວເມືອງ. ພຣະມະຫາ ປາສະມັນຂືນຄຳອ້ອນວອນບໍ່ໄດ້ກໍ່ຍິນດີຕົກລົງມອບ “ພຣະບາງ” ໃຫ້ພະຍາເມືອງວຽງຄຳໄວ້ສັກກະລະຕາມ ສັດທາ, ແລ້ວສ້າງຫໍຜາສາດ “ພຣະບາງ” ໄວ້ທີ່ນັ້ນ.
ເມຶ່ອຄະນະສະມະທູດໄດ້ເດີນທາງມາເຖິງນະຄອນຊຽງທອງແລ້ວກໍ່ໄດ້ໄປພັກຢູ່ພູມິງເມືອງ, ພະຍາຟ້າງຸ່ມ ແລະ ອັກຄະລະມະເຫສີ ພ້ອມດ້ວຍເສນາມົນຕີ ເຖົ້າແກ່ບາວສາວ ຊາວຊຽງທອງພ້ອມພາກັນ ຈັດພິທີຕ້ອນຮັບ ດ້ວຍການທຳຄູລາບາສີສູ່ຂັວນ, ພ້ອມກັນນັ້ນພະຍາຟ້າງຸ່ມກໍ່ໄດ້ປະກາດຕົນ ເປັນພຸດທະມາມະກະ ແລະ ເປັນຣາ ຊະອຸປະຖຳຄ້ຳຊູພຸດທະສາສະຫນາຕໍ່ຫນ້າພຣະສົງ ແລະ ປະຊາຊົນທັງຫລາຍ, ຫລັງຈາກນັ້ນພະຍາຟ້າງຸ່ມກໍ່ໄດ້ ສ້າງວັດຖວາຍແດ່ພຣະອາຈານມະຫາປາສະມັນຢູ່ເຫມືອປາກຫ້ວຍໂຮບຊື່ວ່າ: ວັດປ່າສະມັນ ສ່ວນຕົ້ນໂພລັງກາ ໄດ້ປູກໄວ້ແຄມຫນອງຜາສາດ, ຫນ້າວັດແກ້ວເຫນືອວັດປ່າສະມັນ. ຕົ້ນໂພນີ້ມີອາຍຸຢືນເຖິງ 540 ປີ, ຄືມາຮອດ ປີ ພສ 2442, ຄສ 1899ຈຶ່ງໄດ້ຖືກລົມພັດລົ້ມ, ນິ້ຖືວ່າເປັນບ່ອນທຳອິດຂອງພຣະພຸດທະສາສະຫນາ ລັດທິລັງ ກາວົງ ຫລື ຫິນະຍານທີ່ໄດ້ຝັງຮາກເຫົ້ງາລົງໃນຂົງເຂດນະຄອນຊຽງທອງ ເຊິ່ງແມ່ນພະມະຫາປາສະມັນ ເປັນ ຫົວຫນ້າ. “ພຣະບາງ” ຖືກອັງເຊີນຂື້ນເມືອປະດິດສະຖານຢູ່ນະຄອນຊຽງທອງເປັນຄັ້ງທຳອິດ. ອິງຕາມພົງສາວະດານລາວກ່າວໄວ້ວ່າ: ສົມເດັດພະເຈົ້າ ວິຊຸນນະລາດເປັນພະຣາຊະໂອລົດອົງທີ່ 5 ຂອງເຈົ້າ ໄຊຍະຈັກກະພັດແຜ່ນແຜັ້ວ, ເມຶ່ອພະອົງຫຍັງບໍ່ທັນໄດ້ຂື້ນຄອງລາດເປັນເຈົ້າຊີວິດນັ້ນ, ພະຣາຊາບິດາ (ພໍ່) ໄດ້ ສົ່ງມາເປັນເຈົ້າເມືອງວຽງຄຳ, ພະອົງເອົາໃຈໃສ່ອຸປະຖາກບົວລະບັດຮັກສາ ແລະ ສັກກະລະບູຊາ “ພຣະບາງ” ຢູ່ເມືອງວຽງຄຳບໍ່ໄດ້ຂາດ…ຖືໄດ້ວ່າພະອົງເປັນກະສັດທີ່ໄດ້ເອົາໃຈໃສ່ຖະນຸບຳລຸງ ແລະ ໃຫ້ການອຸປະຖຳຄ້ຳຊູ ຕໍ່ພະພຸດທະສາສະຫນາເປັນຍິ່ງຫນັກ, ເພຶ່ອຈັກໃຫ້ມີຄວາມຈະເລີນຮຸ່ງເຮືອງຂື້ນເປັນລຳດັບ ແລະ ເປັນສິ່ງຄ້ຳຄູນ ແກ່ຊາວພຸດທັງຫລາຍ. ເມຶ່ອສົມເດັດພະເຈົ້າວິຊຸນນະລາດ ໄດ້ຂື້ນຄອງສະສົມບັດ ເປັນເຈົ້າກະສັດປົກຄອງແຜ່ນດິນ ແຫ່ງອານາ ຈັກລ້ານຊ້າງອົງທີ່ 15 (ນັບແຕ່ເຈົ້າຟ້າງຸ່ມ) ໃນນະຄອນຊຽງທອງໄດ້ 1 ປີ ນັ້ນແລ້ວ, ຄືມາຮອດປີ ຄສ 1502, ພສ 2045 ພະອົງໄດ້ຈັດແຈງແຕ່ງໃຫ້ເສນາອາມາດພ້ອມດ້ວຍໄພ່ພົນ ຈຳນວນຫນຶ່ງນຳເອົາຣາຊະສານລົງມາ ເຖິງເຈົ້າເມືອງ, ເມືອງວຽງຄຳໃຫ້ເຫັນຄວາມຈຳເປັນໃນການນຳເອົາ “ພຣະບາງ” ຂື້ນໄປໄວ້ຢູ່ນະຄອນຊຽງທອງ.

Add comment


Security code
Refresh

ທ່ານກຳລັງຢູ່ທີ່: ຫນ້າທຳອິດ ແຫລ່ງມໍລະດົກ ປະຫັວດພຣະບາງ