LuangPrabang World Heritage

  •  
  •  
  •  

Font Size

Layout

Menu Style

Cpanel

ສະຖາປັດຕະຍະກຳຂອງວັດວາອາຮາມ

ຕັ້ງແຕ່ໃດໆມາ ຈົນຮອດຕົ້ນສະຕະວັດທີ່ XXI ການກໍ່ສ້າງຕ່າງໆ ທີ່ຫລວງພະບາງ ແມ່ນເຮັດດ້ວຍໄມ້ທັງສີ້ນ, ນັບຕັ້ງແຕ່ ພະລາຊະວັງ ຕະຫລອດຮອດບ້ານເຮືອນ ຂອງເຈົ້າຂຸນມຸນນາຍ ຜູ້ສຳຄັນ. ສຳລັບປະຊາຊົນທົ່ວໄປແລ້ວ ສ່ວນຫລາຍ ແມ່ນເຮັດດ້ວຍໄມ້ໄຜ່. ມີພຽງແຕ່ ວັດວາອາຮາມເທົ່ານັ້ນ ທີ່ໄດ້ຮັບການກໍ່ສ້າງ ດ້ວຍດິນຈີ່ ເປັນແບບແຫນ້ນຫນາຖາວອນ.

          ເຖິງຢ່າງໃດກໍ່ຕາມ, ໃນຈຳນວນວັດວາອາຮາມ 65 ແຫ່ງ ທີ່ມີຢູ່ໃນສະຕະວັດທີ່ XVIII ນັ້ນ ໃນປັດຈຸບັນນີ້ ຍັງຄົງເຫລືອແຕ່ 29 ວັດ ຊຶ່ງໃນນັ້ນມີພຽງສາມວັດ ເທົ່ານັ້ນ ຄື: ວັດຊຽງທອງ, ວັດປາກຄານ ແລະ ວັດຄີລີ ທີ່ຍັງຮັກສາລັກສະນະໂຄງສ້າງ ແລະ ລວດລາຍປະດັບດັ່ງເດີມໄວ້ໄດ້. ກ່ອນອື່ນ ແມ່ນຍ້ອນພູມອາກາດເຂດຮ້ອນ ແລະ ພາຍຸຝົນ ທີ່ທຳລາຍໂຄງສ້າງ ແບບເບົາບາງເຫລົ່ານີ້ ຊື່ງວັດຖຸກໍ່ສ້າງຕົ້ນຕໍແມ່ນໄມ້. ຈາກນັ້ນ ແມ່ນອັກຄີໄພ ທີ່ເຜົາຜານຕົວເມືອງຫລາຍຄັ້ງ, ໂດຍສະເພາະແມ່ນ ຄັ້ງທີ່ເກີດຂື້ນໃນປີ 1774. ການກໍ່ສ້າງປົວແປງ ແລະ ບູລະນະຕົວເມືອງຄືນ ທີ່ດຳເນີນໄປໃນໄລະຍະສະໄຫມ ເປັນຫົວເມືອງຂື້ນຂອງຝລັ່ງ ກໍ່ຄື ໃນສະໄຫມຂອງ ອາເມລິກາຮຸກຮານ ສະແດງໃຫ້ເຫັນເຖິງການ ທຳລາຍ ມ້າງເພ ວັດວາອາຮາມ ເປັນຈຳນວນຫລວງຫລາຍ, ເພື່ອນຳໃຊ້ເປັນບ່ອນປຸກສ້າງ ອາຄານການປົກຄອງ, ຄ້າຍທະຫານ, ທີ່ພັກອາໄສ, ການຂະຫຍາຍເດີ່ນບີນ ແລະ ອື່ນໆ.

          ເຖິງຢ່າງໃດກໍ່ຕາມ, ຈາກບັນດາອາຄານ (ກຸຕິດ ຫໍໄຫວ້ທາດ) ສະຖານທີ່ ສັງຫາລິມະຊັບ ແລະ ພະພຸດທະຮູບ ທີ່ພວກເຮົາພົບເຫັນຢູ່ນຳວັດຕ່າງໆ ທີຫລົງເຫລືອມາເຖິງສະໄຫມ ປັດຈຸບັນນີ້, ພວກເຮົາມີຄວາມສາມາດ ກຳນົດໄດ້ເຖິງ ຄຸນລັກສະນະທົ່ວໄປ ຂອງສີລະປະ ຫລວງພະບາງ ແບບດັ່ງເດີມ ທີ່ເປັນເອກະລັກສະເພາະ ຂອງຕົນເອງ ໃນປະເພດທີ່ຢູ່ ໃນອາຊີຕາເວັນອອກສ່ຽງໃຕ້, ໂດຍທົ່ວໄປແລ້ວ ຢູ່ຫລວງພະບາງ ວັດວາອາຮາມແຕ່ລະແຫ່ງ ແມ່ນຖືກກຳນົດເຂດ ດ້ວຍກຳແພງອ້ອມຮອບ ທີ່ກໍ່ດ້ວຍດິນຈີ່. ປະຕູຂົງ ມີລັກສະນະເປັນຫໍຜາສາດ ປະເພດຫໍຈະຕຸລັດ ທີ່ມີຫລາຍຊັ້ນ ແລະ ມີຍອດປະດັບ, ວົງປະຕູທີ່ເປັນຮູບກົ່ງຄັນສອນ ມີຮູທະລຸລ່ວງເປັນທາງຜ່ານເຂົ້າໄປຫາສິມ ແລະ ໄປຫາພະພຸດທະສາດສະຫນາ ສະຖານອື່ນໆໃນວັດ.

ວັດນີ້ໄດ້ຊື່ມາຈາກ ສະຖານທີ່ຕັ້ງຂອງວັດ ຊຶ່ງຕັ້ງຢູ່ແຄມນ້ຳຂອງ ແລະ ປາກຄານທີ່ເປັນສາຂາ ຂອງມັນ. ເປັນວັດທີ່ສ້າງຂື້ນ ໃນປີ 1737, ໂດຍພະຍາ ຈັນເທບ, ໃນລາຊະການຂອງ ພະເຈົ້າ ອິນທະໂສມ. ວິຫານຫລັງປະຈຸບັນ ໄດ້ຖືກສ້ອມແປງຄືນ ໃນຕົ້ນສະຕະວັດທີ່ XX, ຕົວອາຄານມີລັກສະນະຫ້ອງລອຍ ອ້ອມຮອບ ປະກອບດ້ວຍ ສາມຫ້ອງລອຍ ແລະ ຫົກຫ້ອງຂວາງ, ວິຫານຂອງວັດນີ້ ປະກອບດ້ວຍ ແປດປະຕູ ແລະ ແປດປ້ອງຢ້ຽມ ທີ່ຈັດວາງ ບໍ່ສະຫມໍ່າສະເຫມີກັນປານໃດ. ມີຫລັງຄາສອງຊັ້ນ ທີ່ແຍກກັນ.

ວັດນີ້ມີຊື່ເຕັມວ່າ ວັດສຸວັນນະຄີລີ ຫມາຍວ່າ ‘’ພູເຂົາຄຳ’’, ສ້າງຂື້ນໂດຍ ເຈົ້າຄຳສັດທາ ເຈົ້າຊາຍຊາວພວນ ແຫ່ງຊຽງຂວາງ, ໃນທ້າຍສະຕະວັດທີ່ XVIII.ວັດຄີລີ ເປັນວັດທີ່ມີຄວາມງົດງາມແຫ່ງຫນຶ່ງ ໃນແບບສະບັບຂອງຊຽງຂວາງ. ລັກສະນະສະເພາະ ຂອງວິຫານຫລັງນີ້ ແມ່ນຫ້ອງເພີ້ມ ທີ່ຕື່ມໃສ່ດ້ານຫລັງຂອງອາຄານ ແລະ ທາດອີກຫນ່ວຍຫນຶ່ງ ຊື່ງຢູ່ທັດນັ້ນໄປ. ວັດນີ້ ມີຮູບແບບທຳມະດາ, ມີຫ້ອງລອຍ ແລະ ເຊຍດ່ຽວ ທີຍັງຮັກສາຮູບແບບ ແລະ ລວດລາຍປະດັບປະດາ ແບບດັງເດີມໄວ້ຢູ່. ຫລັງຄາ ທີ່ຢູ່ເທິງຫ້ອງສູດມົນ ແມ່ນຫລັງຄາຊ້ອນ, ສ່ວນຢູ່ເທິງຫ້ອງດ້ານຫລັງນັ້ນ ແມ່ນຫລັງຄາດ່ຽວ ແລະ ຕ່ຳ ປະດັບດ້ວຍໂງ່ຮູບຫົວນາກ ເຮັດດ້ວຍປະທາຍຝັງແກ້ວສີ.

ວັດສີບຸນເຮືອງ ເປັນວັດແບບພື້ນເມືອງ ຫລວງພະບາງ ດັ່ງເດີມ ໃນສະຕະວັດທີ່ XVIII, ໄດ້ຮັບການສ້າງຂຶ້ນ ໃນລາຊະການຂອງ ພະເຈົ້າ ໂຊຕິກະກຸມມານ ໃນປີ 1758. ໃນເວລາມີການສ້ອມແປງວັດ ໃນຕົ້ນສະຕະວັດທີ່ XX ນັ້ນ, ໄດ້ມີການປ່ຽນແປງ ປ່ອງຢ້ຽມ ບາງຈຳນວນ ແລະ ເຊຍ. ລັກສະນະເດັ່ນ ຂອງວິຫານແຫ່ງນີ້ ແມ່ນຕີນຖານທີ່ສູງ ແລະ ຫລັງຄາແບບທຳມະດາ ຊຶ່ງພາກສ່ວນກາງ ເປັນເທີບຊ້ອນ, ປະດັບດ້ວຍໂງ່ຮູບນາກ ທີ່ເຮັດດ້ວຍ ປະກາຍຝັງແກ້ວສີ. ແຕ່ເດີມນັ້ນ, ຝາດ້ານຂ້າງ ແລະ ດ້ານຫນ້າ ປະດັບດ້ວຍດອກດວງ ລາຍຟອກຄຳ ໃສ່ພື້ນສີແດງ ແລະ ຮູບນິທານເລື້ອງ ພະເວດສັນດອນ. ສ່ວນດ້ານໃນຂອງວິຫານ ປະດັບດ້ວຍ ລວດລາຍທີ່ມີຄຸ່ນຄ່າ ແລະ ຫລາຍສີສັນ ແຕ່ຫນ້າເສຍດາຍ ທີ່ສິ່ງເຫລົ່ານີ້ ນັບມື້ນັບຕົກຫລົ່ນ ສູນຫາຍໄປ. ເຖິງຢ່າງໃດກໍ່ດີ ເພິ່ນຍັງພໍສັງເກດເຫັນ ພະພຸດທະຮູບທີ່ງົດງາມ ໃນປາງຮຽກຝົນ ທີ່ມີຄຸນລັກສະນະ ສີລະປະ ແບບຫລວງພະບາງ ຂອງສະຕະວັດທີ່ XVIII ປະທັບຢືນຮຽງກັນ ຢູ່ຝາດ້ານຫລັງ.
ວັດນີ້ນອນຢູ່ໃນ ຈຳນວນສີ່ວັດ ທີ່ຈັບກຸ່ມກັນຕາມເສັ້ນທາງໃຫຍ່ ຂອງເມືອງຫລວງພະບາງ. ຕາມປະເພນີ ເຫລົ່າສືບກັນມາວ່າ, ວັດນີ້ສ້າງຂື້ນໂດຍ ພະເຈົ້າແທ່ນຄຳ, ພະລາຊະໂອລົດຂອງ ພະເຈົ້າຈັກກະພັດ ແຜ່ນແຜ້ວ ເພື່ອເປັນອານຸສອນແກ່ ພະລາຊະບິດາຂອງພະອົງ ທີ່ສາມາດຂັບໄລ່ຜູ້ຮຸກຮານ ອອກຈາກເຂດລ້ານຊ້າງໃນປີ 1479, ແຕ່ຕໍ່ມາກໍ່ໄດ້ສີ້ນພະຊົນລົງ ຍ້ອນບາດແຜຂອງພະອົງເອງ. ວັດນີ້ໄດ້ຖືກບູລະນະ ສ້ອມແປງຄືນໃຫມ່ທັງຫມົດ ຕາມສະພາບດັງເດີມ ຂອງມັນ ໃນປີ 1909. ວິຫານເປັນແບບທຳມະດາ, ມີເຊຍດ່ຽວ ຕັ້ງໃສ່ເທິງຕີນຖານທີ່ສູງ. ຫລັງຄາ ເປັນລັກສະນະທຳມະດາ, ບໍ່ມີຍອດຊໍ່ຟ້າ, ສ່ວນໂງ່ ແມ່ນປະດັບດ້ວຍ ຮູບນາກ. ໃນປີ 1950, ເພິ່ນໄດ້ສ້າງລະບຽງດ້ານຂ້າງ ສອງເບື້ອງຕື່ມໃສ່ ເພື່ອປົກຄຸມພື້ນຂອງຕີນຖານ.
ວັດນີ້ ປັດຈຸບັນສູນຫາຍໄປແລ້ວ. ສ້າງຂື້ນໃນປີ 1768 ໂດຍພໍ່ບາຮັ່ງ ດຽວນີ້ ຖືກຈັດເຂົ້າຢູ່ໃນເຂດຮົ້ວ ຂອງວັດສົບ.
ສ້າງຂື້ນໃນປີ 1714 ໂດຍ ຕາເຈົ້າຮັ່ງ ໃນສະໄຫມລາຊະການຂອງ ພະເຈົ້າກິ່ງກິດສະລາດ. ວິຫານຂອງວັດແສນ ສະແດງອອກຄືກັບວ່າ ມີເຊຍດ່ຽວ ແລະສາມຫ້ອງລອຍ ຂອງສີ່ຫ້ອງຂວາງ ແລະ ຫ້ອງແງບ ເສີມຢູ່ສອງຟາກຂ້າງ. ອ້ອມວິຫານນີ້ ເຄີຍມີພະທາດນ້ອຍ ສິບແອດລູກ. ພາຍຫລັງໄດ້ມີການສ້ອມແປງ ໃນປີ 1932 ແລະໃນປີ 1936 ຊຶ່ງສ່ວນໃຫຍ່ແມ່ນ ໄດ້ປູພື້ນຫ້ອງສູດມົນ, ປະດັບເອ້ແທ່ນພະປະທານ, ຂອງວົງປະຕູ ແລະ ບານປະຕູ, ແລະການປະດັບປະດາສີຫນ້າ ແລະເຊຍແລ້ວ. ວິຫານຂອງວັດ ໄດ້ຖືກດັດແປງອີກ ໃນປີ 1957 ໃນໂອກາດຄົບຮອບປີ 2500 ພະຊົນພັນສາ ຂອງພະພຸດທະເຈົ້າ. ສ່ວນຫ້ອງແງບເສີມ ສອງຟາກຂ້າງນັ້ນ ໄດ້ຖືກມຸງກວມເອົາເຂົ້າໃນວິຫານ ຈື່ງເຮັດໃຫ້ ພຸດທະສີມາ ກາຍເປັນຫ້າຫ້ອງຂວາງ ແລະ ສີ່ຫ້ອງລອຍ. ຫລັງຄາຂອງວິຫານ ມີໂຄງສ້າງເປັນຊີມັງ ມຸງດ້ວຍດິນຂໍສີແດງ ແລະ ເຫລືອງ, ແບ່ງອອກເປັນສາມຖ້ານ ກວມເອົາທັງຫມົດ ຫ້າຫ້ອງລອຍ, ຫລັງຄານີ້ ແຕ່ລະດ້ານຈະເປັນ ລັ່ນຫລຸດກັນໄປ ພ້ອມທັງແອນໂຄ້ງຂື້ນ.
ວັດຫນອງ ສີຄູນເມືອງ, ຖືກສ້າງຂື້ນ ໃນປີ 1729 ໃນລາຊະການຂອງພະເຈົ້າ ອົງນົກ. ວັດນີ້ ມີຊື່ສຽງຍ້ອນ ພະພຸດທະຮູບທອງສຳລິດ ທີ່ຫນັກ 211 ກິໂລ, ຊຶ່ງສະແດງປະຕິຫານ ໃນເວລາເກີດໄຟໄຫມ້ວັດ ແລະ ພາກສ່ວນຫນື່ງ ຂອງເມືອງຫລວງພະບາງ ໃນປີ 1774. ວັດຫນອງຖືກບູລະນະ ສ້ອມແປງຄືນໃຫມ່ ໃນປີ 1804. ເວລານັ້ນ, ວິຫານຂອງວັດ ເປັນແບບທຳມະດາ, ມີຫ້ອງ ແລະ ເຊຍດ່ຽວ, ທີ່ມີເສົາແບບຫລ່ຽມ. ລວດລາຍປະດັບເອ້ ສີຫນ້າ ແລະ ຫນ້າຈົ່ວ ຂອງພຸດທະສີມາ ແມ່ນເຮັດຂື້ນໃນທ້າຍສະຕະວັດທີ່ XIX.
ຕາມປະເພນີ ເລົ່າສຶບກັນມາວ່າ ວັດນີ້ສ້າງຂື້ນໃນປີ 1853 ໂດຍພະຍາ ສີສົນໄຊ, ໃນລາຊະການຂອງ ພະເຈົ້າ ຈັນທະລາດ (1851-1870). ຊື່ຂອງວັດຊຽງມ່ວນນັ້ນ ເລົ່າກັນມາວ່າ ໄດ້ມາຈາກສຽງ ອັນມ່ວນອວນຊວນ ຂອງຄ້ອງ ແລະກອງ ຊຶ່ງເປັນທີ່ຈັບໃຈ ຂອງຄົນທົ່ວໄປ, ຕໍ່ມາຈິ່ງຜ້ຽນສຽງມາເປັນ ວັດຊຽງມ່ວນ.
ວັດໂພນໄຊ ຊະນະສົງຄາມ ໄດ້ສ້າງຂື້ນໂດຍ ພະເຈົ້າ ອະນຸຣຸດ ໃນປີ 1791. ສ່ວນຊື່ຂອງວັດນັ້ນ ໄດ້ຕັ້ງຂື້ນຕາມ ສັດທາ ຕໍ່ຄວາມສັກສິດ ຂອງພະພຸດທະຮູບໃຫຍ່ ເຊິ່ງເຈົ້າຊິວີດ ຫລາຍອົງ ແລະ ທ້າວຂຸນ ທັງຫລາຍ ຈະຕ້ອງໄດ້ມາຄາລະວະ ກ່ອນຈະອອກສູ່ສົງຄາມ. ວັດນີ້ ໄດ້ຮັບການປະຕິສັງຂອນຄືນ ຕັ້ງແຕ່ປີ 1970 ເປັນຕົ້ນມາ, ດ້ວຍເບຕົງ ເສີມເຫລັກ, ເປັນລັກສະນະ ທຳມະດາ ມີຫ້ອງ ແລະເຊຍດ່ຽວ ທີ່ມີຫ້ອງຂວາງຊ້ອນ ມີລະບຽງອອກນອກ. ສ່ວນຫລັງຄາ ເອ່ນຊ້ອນກັນນັ້ນ ຍັງຮັກສາຮູບແບບຂອງຫລວງພະບາງ ໄວ້ຢູ່
ວັດໃຫມ່ ຫມາຍຄວາມວ່າ ວັດສ້າງໃຫມ່, ແມ່ນຫນຶ່ງໃນບັນດາວັດ ທີ່ງາມທີ່ສຸດ ໃນຫລວງພະບາງ. ວັດນີ້ເຄີຍເປັນບ່ອນປະທັບຂອງ ພະສັງຄະລາດ, ປະມຸກຂອງ ພະສົງລາວ, ນັບຕັ້ງແຕ່ປີ 1894 ເປັນຕົ້ນມາ. ວັດນີ້ ສ້າງຂື້ນໃນປີ 1796 ໂດຍພະເຈົ້າອານຸຣຸດ. ຊື່ວັດໃຫມ່ ອາດຈະຕັ້ງຂຶ້ນ ໃນໂອກາດ ການບູລະນະສ້ອມແປງວັດ ໃນປີ 1821 ໂດຍພະເຈົ້າມັງທາຕຸລາດ, ພະລາຊະໂອລົດ ຂອງພະເຈົ້າ ອະນຸຣຸດ. ໃນໂອກາດດັ່ງກ່າວ ພະອົງຍັງໄດ້ສ້າງ ເຊຍສອງຫ້ອງທີ່ມີເສົາ, ຫ້ອງຫນຶ່ງ ຢູ່ດ້ານຫນ້າ ແລະ ອີກຫ້ອງຫນຶ່ງ ຢູ່ດ້ານຫລັງ.
ຊື່ຂອງວັດນີ້ ອາດໄດ້ມາຈາກ ປ່າຕົ້ນແຄ ທີ່ວັດຕັ້ງຢູ່, ວັດປ່າແຄ, ໄດ້ສ້າງຂຶ້ນໃນປີ 1853 ໂດຍພະເຈົ້າ ຈັນທະລາດ, ເຖິງແມ້ວ່າ ວິຫານຂອງວັດ ຈະເປັນລັກສະນະຂອງວຽງຈັນ ກໍ່ຕາມ ຊຶ່ງສະແດງອອກຢູ່ ທີ່ຝາຜະຫນັງ, ຂອບວົງກົບປະຕູ. ລັກສະນະຂອງຫລັງຄາ, ສີຫນ້າ ແລະ ແຂນນາງ. ເອກະລັກຂອງວັດນີ້ແມ່ນ ຮູບແຕ້ມທີ່ປະດັບຝາຜະຫນັງ ດ້ານໃນ, ບັນດາບານປະຕູ ທາງທິດໃຕ້, ສີຫນ້າດ້ານທິດຕາເວັນອອກ ທີ່ສະແດງໃຫ້ເຫັນຮູບຄົນ ຊຶ່ງເຄື່ອງນຸ່ງ ຂອງເຂົາເຈົ້ານັ້ນ ເຮັດໃຫ້ຄິດເຖິງການນຸ່ງຖື ຂອງຊາວໂຮນລັງແດ ໃນສະຕະວັດທີ່ XVII, ເຊັ່ນດຽວກັບບານປະຕູ ທາງທິດຕາເວັນຕົກ ທີ່ປະດັບດ້ວຍຮູບຂອງຜູ້ຄົນ ທີ່ນຸ່ງເຄື່ອງຊາວວັງ ຂອງນະຄອນເວນິດ ໃນສະຕະວັດທີ່ XVI.
ວັດປ່າຮວກ ຕັ້ງໃສ່ຕີນພູສີ, ເຊີ່ງຫນ້າກັບພະລາຊະວັງເກົ່າ, ວັດນີ້ອາດມີຊື່ມາຈາກ ປ່າໄມ້ຮວກທີ່ປົກຄຸມ ທີ່ຕັ້ງຂອງວິຫານນັ້ນເອງ.

 ວັດນີ້ ສ້າງຂື້ນໃນປີ 1861, ໃນລາຊະການຂອງ ເຈົ້າຈັນທະລາດ, ເປັນວິຫານແບບວຽງຈັນ, ມີຫອ້ງ ແລະເຊຍດຽວ. ຫລັງຄາມີເທີບທຳມະດາ ທີ່ມີລັ່ນດຽວ ຊຶ່ງດ້ານຫນ້າມີຮູບນາກ ປະດັບດ້ວຍສ້ອຍສາ ອັນໄດ້ເຮັດໃຫ້ປ້ານລົມ ຫລັງຄາຂອງສີຫນ້າວັດ ມີລັກສະນະໂນ້ມອ່ຽງ ໄປທາງແບບວັດຂະເຫມນ ແລະ ແບບບາງກອກ.ດ້ານໃນຂອງວິຫານ ປະດັບດ້ວຍ ຮູບແຕ້ມທີ່ເປັນຝີມື ຂອງຊ່າງແຕ້ມລາວ, ເປັນຮູບພາບທີ່ ເລົ່າເຖີງນິທານ ຊົມພູປະຕິສຸດຕະ. ຢູ່ບາງບ່ອນ ຂອງຮູບແຕ້ມ ກໍ່ສະແດງໃຫ້ເຫັນ ອິດທິພົນ ສິລະປະຂອງຈີນປົນເປຢູ່ ໂດຍສະເພາະແມ່ນ ລວດລາຍທີ່ປະດັບ ຕາມບັນດາຮູບ ຫໍຜາສາດ, ເຄື່ອງນຸ່ງ ແລະການປະກອບສ້າງຮູບຂອງ ພະເຈົ້າພິມພິເສນ ທີ່ສະແດງອອກໃນຮູບຊົງ ຂອງຂຸນນາງຈີນ ຢ່າງເດັ່ນຊັດ.

ຕາມປະເພນີ ເລົ່າສືບກັນມາວ່າ ວັດອາຮາມ ທີ່ຖືກສ້າງຂື້ນ ໃນປີ 1822 ໂດຍພະເຈົ້າ ມັງທະຕຸລາດນີ້ ແມ່ນຕັ້ງໃສ່ ໃກ້ກັບສະຖານທີ່ ທີ່ເຈົ້າຟ້າງຸ່ມ, ຜູ້ສ້າງຕັ້ງອານາຈັກລ້ານຊ້າງ, ມີຄວາມປະສົງ ຢາກສ້າງໃສ່ແລ້ວ. ສະຖານທີ່ດັ່ງກ່າວ ເຄີຍຖືກເລືອກໄວ້ ເພື່ອສ້າງເປັນຫໍໄຫວ້ ເຈົ້າອາຮັກເມືອງ ‘’ປູ່ເຍີ ຍ່າເຍີ’’. ວິຫານຂອງວັດ ເປັນລັກສະນະທຳມະດາ ທີ່ມີຫອ້ງດ່ຽວ ແລະເຊັຍສອງຫ້ອງ, ບໍ່ມີເຊຍດ້ານຂ້າງ. ຫລັງຄາເປັນແບບ ຫລັງຄາສອງແປ ປະດັບດ້ວຍໂງ່ຮູບຫົວນາກ. ວັດອາຮາມ ເປັນຕົວແທນທີ່ຫນ້າເອກອ້າງ ຂອງພຸດທະສະຖານແບບຫລວງພະບາງ ໃນສະຕະວັດທີ່ XIX.

ກ່ອນການຖືກທຳລາຍບາງສ່ວນ ໃນເວລາເມືອງຫລວງພະບາງ ຖືກຈູດເຜົາ ໃນປີ 1887 ແລະກ່ອນການບູລະນະສ້ອມແປງໂດຍ ພະເຈົ້າສັກກະລິນ ໃນປີ 1898 ນັ້ນ, ວັດວິຊຸນ ເຄີຍເປັນຫນຶ່ງໃນບັນດາວັດ ທີ່ງາມສະງ່າທີ່ສຸດ ຂອງເມືອງຫລວງພະບາງ, ອະດີດລາຊະທານີ. ສ້າງຂື້ນ ໃນລະຫວ່າງປີ 1512 ຫາ 1515 ໃນລາຊະການຂອງ ພະເຈົ້າວິຊຸນນະລາດ. ວັດວິຊຸນ ມີປະຫວັດເລົ່າສືບກັນມາວ່າ ເພິ່ນໄດ້ໃຊ້ໄມ້ ເພື່ອມາປຸກສ້າງວັດນີ້ ຢ່າງນ້ອຍ 4.000 ທ່ອນ ຈິ່ງສຳເລັດ. ຫລັງຄາຂອງວັດ ຕັ້ງໃສ່ເທິງເສົາຄ້ຳ 12 ເສົາ ທີ່ສູງ 30 ແມັດ ແລະມີເສັ້ນຜ່າໃຈກາງ 130 ຊັງຕີແມັດ.

ດ້ານໃນຂອງວິຫານ ເປັນທີ່ປະດິດສະຖານ ຂອງພະພຸດທະຮູບ ທີ່ໃຫຍ່ທີ່ສຸດອົງຫນຶ່ງ ຂອງຫລວງພະບາງ, ເຮັດດ້ວຍດິນຈີ່ ທານ້ຳກ້ຽງ ແລະຟອກຄຳ. ໃນລະຫວ່າງປີ 1942 ຫາ 1975, ວັດວິຊຸນ ຊື່ງເວລານັ້ນ ເປັນຫໍພິພິດຕະພັນ ຂອງພຸດທະສິລະປະ ໄດ້ເຄີຍເປັນບ່ອນທ້ອນໂຮມ ບັນດາສີລາຈາລຶກ ທີ່ງົດງາມຊຸດຕ່າງ, ບັນດາພະພຸດທະຮູບ ແລະ ສິ່ງຂອງເກົ່າແກ່ ທີ່ມີຄຸນຄ່າ ດ້ານວັດທະນະທຳສູງ ໂດຍສະເພາະແມ່ນ ວັດຖຸພັນ ຂອງຂອມ ໃນສະຕະວັດທີ່ XI ແລະ XII, ຊຶ່ງປະຈຸບັນນີ້ ເພິ່ນສາມາດ ຊົມໄດ້ທີ່ ຫໍພິພິດຕະພັນແຫ່ງຊາດ (ພະລາຊະວັງເກົ່າ).

ພາຍໃນບໍລິເວນຂອງວັດວິຊຸນ ຊື່ງອ້ອມດ້ວຍກຳແພງ ທັງສີ່ດ້ານ ມີປະຕູໂຂງ ສີ່ປ່ອງ ທີ່ມີຮູບຊົງຫໍຜາສາດ ແບບສາມຊັ້ນ ປະດັບຍອດດ້ວຍຮູບຂັນດອກບົວ. ຢູ່ເດີ່ນວັດເບື້ອງຫນ້າ ມີປູຊະນິຍະສະຖານ ຮູບຈະຕຸລັດລູກຫນຶ່ງ ຊຶ່ງສ່ວນເທິງ ເປັນຮູບວົງກົມຕັດເຄິ່ງ, ຊື່ວ່າ ‘’ທາດປະທຸມ’’ ຫລື ‘’ທາດດອກບົວໃຫຍ່’’ ຕັ້ງຢູ່, ຊາວຫລວງພະບາງ ສ່ວນຫລວງຫລາຍ ມັກເອີ້ນວ່າ ‘’ທາດຫມາກໂມ’’. ທາດນີ້ສ້າງຂື້ນ ລະຫວ່າງປີ 1514 – 1515 ຊຶ່ງຮູບຊົງກົມຕັດຊື່ນີ້ ເປັນລັກສະນະພິເສດອັນດຽວ ເພາະເພິ່ນບໍ່ເຄີຍພົບເຫັນຢູ່ບ່ອນໃດເລີຍ ໃນປະເທດລາວ ຫລືກະທັ້ງໃນປະເທດອື່ນ ຢູ່ອິນໂດຈີນ. ການປະຕິສັງຂອນ ປູສະນິຍະຖານແຫ່ງນີ້ ໄດ້ສຳເລັດລົງໃນປີ 1932 ຫລັງຈາກໄດ້ດຳເນີນມາ ເປັນເວລາ 3 ປີ. ຫນ່ວຍທາດເປັນຮູບຊົງກົມ ຕັດເຄິ່ງ ຕັ້ງໃສ່ເທິງຕີນຖານ ຫລາຍຖ້ານ ທີ່ມີຮູບຊົງແຕກຕ່າງກັນ ແລະ ປະດັບຍອດດ້ວຍຮູບພະ ລັດສະຫມີ ແບບແປວໄຟ ຂອງພະພຸດທະຮູບລາວ.

ມີນິທານເລົ່າສຶບກັນມາວ່າ ຊື່ຂອງວັດຫມື່ນນາ ໄດ້ມາຈາກ ການບໍລິຈາກເຂົ້ານາ ຂອງຊາວບ້ານ ຜູ້ລະຫມື່ນ (ເປັນຫົວຫນ່ວຍວັດແທກເກົ່າ ທີ່ມີຄ່າເທົ່າກັບ 12 ກິໂລ) ໃນໂອກາດ ການກໍ່ສ້າງວັດນີ້ ໃນປີ 1533, ໃນລາຊະການ ພະເຈົ້າໂພທິສະລາດ. ແຕ່ເດີມ, ວັດນີ້ມີ ວິຫານຫນຶ່ງຫລັງ ເປັນແບບທຳມະດາ ມີຫ້ອງລອຍ ແລະ ເຊັຍດ່ຽວ, ມີທາດ ແລະ ຫໍໄຫວ້ ແບບອຸບມຸງຫນຶ່ງຫລັງ.ວັດນີ້ ຖືກສ້ອມແປງໃນປີ 1920 ຈາກສະພາບເດີມຂອງວັດ, ວິຫານຫລັງປັດຈຸບັນ ໄດ້ຮັບການຂະ ຫຍາຍກ້ວາງອອກ ໂດຍການເສີມເຊັຍດ້ານຂ້າງສອງຟາກ ໃນປີ 1949. ລວດລາຍປະດັບແບບ ນູນຟອກຄຳ ຂອງຫນ້າຈົ່ວດ້ານຫນ້າ ແລະດ້ານຫລັງ ສະແດງເຖິງ ເທວະຮູບ ໃນທ່ານົບ ປະທັບຢູ່ ເທິງຊ້າງເອລາວັນ. ຢູ່ຝາດ້ານນອກກໍ່ຄືດ້ານໃນ ປະດັບດ້ວຍຮູບແຕ້ມ ທີ່ບັນລະຍາຍ ເຖິງຊາດປາງ ກ່ອນ ຂອງພະພຸດທະເຈົ້າ.
ພະພຸດທະຮູບອົງນີ້ ເປັນພະພຸດທະຮູບທອງສຳມະລິດ ທີ່ເກົ່າແກ່ກວ່າຫມູ່ ເທົ່າທີ່ຮູ້ຈັກກັນ ໃນຫລວງພະບາງ ແລະ ໃນປະເທດລາວ. ພະພຸດທະຮູບນີ້ ຫລໍ່ຂື້ນໃນປີ 1378 ຫາ 1379, ໃນລາຊະການ ພະເຈົ້າສາມແສນໄທ. ສີລາຈາລຶກຂຽນໄວ້ວ່າ ພະພຸດທະຮູບອົງນີ້ຊັ່ງໄດ້: ເກົ້າລ້ານ ເຈັດແສນ ຊັງ ຫລື ປະມານ 12 ໂຕນ ແລະ ສູງປະມານ 6 ແມັດ, ສະເພາະແຕ່ ພະສຽນ ( ຫົວ ) ແທກໄດ້ 1,90 ແມັດ ແລະ 4,00 ແມັດ ສະເພາະແຕ່ພະວໍລະກາຍ ຂອງພະອົງ.

ໃນເວລາທີ່ມີ ການປຸ້ນສະດົມເມືອງ ໃນປີ 1887,  ພະພຸດທະຮູບອົງນີ້ ຖືກເຈາະທ້ອງ ແລະ ທຳລາຍອອກເປັນສ່ວນໆ. ຕໍ່ມາພະພຸດທະຮູບ ໄດ້ຖືກປຸກຕັ້ງຂື້ນ ໃນປີ 1919 ແລະ ໄດ້ຖືກສ້ອມແປງ ໃນປີ 1971. ໂດຍໄດ້ຕໍ່ອະໄວຍະວະ ທີ່ຂາດຫາຍໄປ ດ້ວຍຊີມັງເຊັ່ນ: ແຂນ ແລະ ຂາ, ຈາກນັ້ນກໍ່ທາດ້ວຍນ້ຳກ້ຽງ ແລະ ຟອກຫຸ້ມ ດ້ວຍຄຳປິວ.

ວັດນີ້ມີຊື່ໜຶ່ງອີກວ່າ ວັດຫົວຊຽງ, ຊຶ່ງອາດຈະຖືກພິກພ້ຽນ ໄປຈາກຫໍສ່ຽງນັ້ນເອງ ຊື່ຫໍສ່ຽງຂອງ ຂອງວັດນີ້ ໄດ້ມາຈາກ ພະລາຊະພິທີ ທີ່ພະເຈົ້າ ໄຊຍະເສດຖາທິລາດ ຊົງເປັນປະທານ ຈັດຂຶ້ນໃນປີ 1548 ເພື່ອຊົງສ່ຽງຫາສະຖານທີ່ ທີ່ຈະເລືອກເອົາເປັນທີ່ຕັ້ງ ຂອງວັດທາດ. ຕໍ່ມາວັດຫໍສ່ຽງ ໄດ້ສ້າງຂຶ້ນ ໃນປີ 1705 ໂດຍກວ້ານແສນມື້ຊ້າ, ວິຫາຂອງວັດ ຖືກທຳລາຍດ້ວຍລົມພະຍຸ ໃນປີ 1900 ແລ້ວກໍ່ໄດ້ສ້າງ ຄືນໃໝ່ໃນປີ 1923, ວັດນີ້ເປັນແບບທຳມະດາ ມີຫ້ອງ ແລະ ເຊຍດ່ຽວ ລະບຽງສອງຂ້າງນັ້ນຖືກສ້າງ ໃນປີ 1952 ແຕ່ນັ້ນມາ ລັກສະນະຂອງພຸດທະສີມາ ຈຶ່ງເປັນແບບ ລະບຽງອ້ອມຮອບ. ນັບແຕ່ການ ສ້ອມແປງຄັ້ງສຸດທ້າຍ ໃນປີ 1973 ເປັນຕົ້ນມາ ເສົາຄໍ້າຢູ່ກອງສີໜ້າ ໄດ້ປ່ຽນເປັນເສົາແປດຫຼ່ຽມ ປະດັບດ້ວຍບົວຫົວເສົາຟອກຄຳ. ສິ່ງທີ່ຄວນສັງເກດໃນບັນດາພະພຸດທະຮູບ ຢູ່ເທິງແທ່ນບູຊານັ້ນ ມີພະພຸດທະຮູບອົງໜຶ່ງ  ທີ່ເຮັດດ້ວຍໄມ້ ໃນທ່າປາງອູມບາດ ເຊິ່ງເປັນທ່າທີ່ບໍ່ສູ້ ພົບເຫັນໃນປະເທດລາວ.

ວັດນີ້ສ້າງຂື້ນ ໃນປີ 1548 ໃນລາຊະການ ຂອງພະເຈົ້າ ໄຊເສດຖາທິລາດ. ວັດທາດ ໄດ້ຊື່ມາຈາກ ພະທາດໃຫຍ່ນີ້. ພະທາດນີ້ໄດ້ສ້າງຂື້ນໂດຍ ພະລາຊະມານດາ ຂອງພະເຈົ້າ ໄຊເສດຖາທິລາດ. ວິຫານເກົ່າຂອງວັດ ຖືກລົມພັດລົ້ມ ໃນປີ 1900, ແລະ ໄດ້ສ້າງຄືນໃຫມ່ ໃນລະຫວ່າງປີ 1907 ແລະ 1910 ໂດຍເຈົ້າມະຫາອຸປະຫລາດ ບຸນຄົງ.

ວິຫານຫລັງເກົ່າ ເປັນອາຄານທີ່ມີເຊຍອ້ອມຮອບ, ມີຫລັງຄາແບບສອງແບບຊ້ອນ ປະດັບດ້ວຍ ແຂນນາງຮູບນົກຫົວດຽວ. ວັດນີ້ ໄດ້ຮັບການສ້ອມແປງຄືນຫມົດທັງຫລັງ ນັບຕັ້ງແຕ່ປີ 1963 ເປັນຕົ້ນມາ, ວິຫານຂອງວັດ ໃນສະພາບປັດຈຸບັນນີ້ ເປັນວັດທີ່ມີຫລັງຄາແບບແງບດຽວ. ຢູ່ດ້ານຫລັງ ຂອງວິຫານ ມີພະທາດໃຫຍ່ລູກຫນຶ່ງຕັ້ງຢູ່, ທາດນີ້ສ້າງຂື້ນ ໃນກາງສະຕະວັດທີ່ XVI. ວັດທາດເປັນ ສະຖານທີ່ສຳຄັນ ໃນການຈັດຕັ້ງ ສະເຫລີມສະຫລອງ ບຸນປີໃຫມ່ລາວ. ມື້ທີ່ສາມຂອງປີໃຫມ່ ຈະມີຂະ ບວນແຫ່ທີ່ສຳຄັນ ແລະຍິ່ງໃຫຍ່ປະຈຳປີ ມາວັດນີ້, ໃນຂະບວນແຫ່ດັ່ງກ່າວ ຈະມີ ຂະບວນຫວໍ່ ຂອງພະສົງ ທີ່ມາຈາກວັດຊຽງທອງ, ວັດອາຮາມ ແລະ ວັດວິຊຸນ ເພື່ອເຂົ້ານ່ວມພິທີຟ້ອນ ສະຫລອງ ຂອງຜີອາ ຮັກ ‘’ປູ່ເຍີ ຍ່າເຍີ’’.

ພະເຈົ້າມັນທາຕຸລາດ ສ້າງວັດນີ້ ໃສ່ເນີນພູນ້ອຍໜ່ວຍນຶ່ງ ໃນປີ 1818, ໃນເວລານັ້ນ ວັດປະ ກອບມີ ວິຫານ 1 ຫຼັງ ແລະ ທາດໃຫຍ່ 2 ທາດ. ວິຫານຂອງວັດຫຼັງປັດຈຸບັນ ເປັນລັກສະນະ ທຳມະດາ ແບບຫ້ອງລອຍອ້ອມຮອບ ແລະ ມີເກົ້າຫ້ອງຂວາງ. ກ່ອນໜ້າປີ 1975, ວັດທາດຫຼວງ ເຄີຍເປັນສູນກາງ ຂອງພະລາຊະພິທີເພີງສົບ ພະບໍລົມມະວົງສານຸວົງ ຂັ້ນສູງ
ວັດສັງຄະໂລກ ສ້າງຂຶ້ນ ໃນປີ 1527 ໂດຍພະເຈົ້າ ໂພທິສະລາດ, ວິຫານຂອງວັດ ເປັນແບບທຳມະດາ, “ສັງເງືອກ“ ໃນເມື່ອກ່ອນ, ມີປະຕູ ແລະ ກຳແພງ ອ້ອມຮອບທັງສີ່ດ້ານ, ມີກຸຕິສົງ ຫົກຫຼັງ, ທາດສອງ ແລະ ຫໍກອງໜຶ່ງຫຼັງ. ວັດສັງຄະໂລກ ເຄີຍເປັນໜຶ່ງໃນສະຖານທີ່ສຳຄັນ ຂອງການສະເຫຼີມສະຫຼອງ ປີໃໝ່ລາວ, ຜູ້ປົກຄອງບ້ານເມືອງ ໃນເວລານັ້ນ ໄດ້ເດີນທາງມາຮ່ວມ ປະເພນີ ຫົດສົງພະພຸດທະຮູບ ແລະ ການຟ້ອນສະຫຼອງ ຂອງ “ປູເຍີ ຍ່າເຍີ“ ຢູ່ວັດນີ້.
ວັດລອງຄູນ ເປັນວັດແບບທຳມະດາ, ມີຫ້ອງ ແລະ ເຊຍດ່ຽວ. ສັນນິຖານວ່າ ສ້າງຂຶ້ນເປັນ ສອງໄລຍະ, ພາກສ່ວນທາງຫຼັງເປັນອັນເກົ່າ ມີອາຍຸ ນັບຕັ້ງແຕ່ສະຕະວັດທີ XIX. ເຊຍດ້ານໜ້າ ທີ່ມີເສົາສີ່ຫຼ່ຽມ, ແຕ່ກ່ອນບໍ່ມີຫົວເສົາປະດັບ, ໄດ້ສ້ອມແປງຄືນ ໃນປີ 1937 ໃນລາຊະການຂອງ ພະເຈົ້າ ສີສະຫວ່າງວົງ. ການສ້ອມແປງວັດຄັ້ງຫຼັງສຸດ ມີຂຶ້ນໃນປີ 1994. ນອກຈາກຮູບແຕ້ມ ຝາຜະໜັງ ທີ່ປະດັບຜາດ້ານໃນຂອງວັດ ທີ່ເປັນທານຊາດົກສິບຊາດ ຂອງພະພຸດທະເຈົ້າແລ້ວ, ແຕ່ກ່ອນບົດບາດທີ່ສຳຄັນຂອງວັດນີ້ ແມ່ນພິທີລາຊາພິເສກ. ພະເຈົ້າແຜນດິນ ຈະຕ້ອງໄດ້ຊົງເຂົ້າ ບຳເພັນທຳ ເປັນເວລາສາມວັນ ຢູ່ວັດລ້ອງຄູນ ກ່ອນຈະສະເດັດຂ້າມ ນ້ຳຂອງ ໄປເຂົ້າເມືອງທີ່ທ່າ ນ້ຳ ວັດຊຽງທອງ ກ່ອນໜ້າມື້ລາຊາພິເສກ.
ວັດນີ້ຕັ້ງຢູ່ທາງທິດເໜືອ ຂອງນ້ຳຄານ ແລະ ຢູ່ນອກຕົວເມືອງ ຕາມຮູບແບບຂອງວັດແລ້ວ ແມ່ນໃກ້ຄຽງກັບແບບຂອງ ວັດຊຽງເຫຼັກ, ສັນນິຖານວ່າ ວັດຊຽງຄ້ອງ ຄົງຈະສ້າງຂຶ້ນໃນທ້າຍ ສະຕະວັດທີ XIX. ວິຫານຂອງວັດ ເປັນແບບທຳມະດາ ມີຫ້ອງ ແລະ ເຊຍດ່ຽວ. ນັບຕັ້ງແຕ່ສ້າງວັດນີ້ຂຶ້ນມາ, ວັດນີ້ບໍ່ເຄີຍ ຖຶກແຕະຕ້ອງໃຫ້ເປເພ ຫຼື ບູລະນະສ້ອມແປງຈັກເທື່ອ. 
ຖ້າເວົ້າໃນດ້ານທີ່ຕັ້ງພູມສາດແລ້ວ, ວັດນີ້ຕັ້ງຢູ່ທິດເໜືອ ຂອງນ້ຳຄານ ແລະ ຢູ່ນອກຕົວເມືອງ. ເປັນວັດທີ່ຕັ້ງຢູ່ເນີນດິນສູງ ຢູ່ທາງຫຼັງຂອງວັດມີທາດລູກໜຶ່ງ, ທາດນີ້ແມ່ນພະເຈົ້າອົງນົກ ເປັນຜູ້ສ້າງ ໃນກາງ ສະຕະວັດທີ XVIII. ສັນນິຖານວ່າ ແມ່ນຂຸນນາງເຊື້ອເຈົ້າຫຼວງພະບາງ ອົງໜຶ່ງຊື່ວ່າ ພະຍາ ຫອມສົມບັດ ເປັນຜູ້ສ້າງວັດຊຽງເຫຼັກ ໃນປີ 1896. ຕອນທີ່ສ້າງວັດ ໃນປີ 1921 ນັ້ນ, ວິຫານຂອງ ວັດ ຍັງຮັກສາໂຄງສ້າງເດີມໄວຢູ່. ວັດນີ້ເປັນວັດແບບທຳມະດາ ມີຫ້ອງ ແລະ ເຊຍດ່ຽວ,. ມີຫຼັງຄາ ດ່ຽວ ທີ່ມີສອງເທີບ.

ວັດນີ້ ຕັ້ງຢູ່ໃນບ້ານຂອງຊ່າງປັນໝໍ້, ແຄມນ້ຳຄານ ເແລະ ປັນວັດທີ່ ເພິ່ນບໍ່ຮູ້ຈັກມື້ສ້າງຄັກແນ່, ແຕ່ມີລັກສະນະ ໃກ້ຄຽງກັບວັດ ໃນສະຕະວັດທີ XVIII ແລະ XIX. ເປັນວັດແບບທຳມະດາ, ມີຫ້ອງ ແລະ ເຊຍດ່ຽວ, ວັດນີ້ຖືກເປເພ ໃນປີ 1948. ວິຫານຂອງວັດຖືກສ້າງຄືນ ໃນປີ 1951 ແລະ ໄດ້ຕໍ່ເຕີມໃຫ້ໃຫຍ່ອອກ ດ້ວຍການສ້າງສອງລະບຽງ ດ້ານຂ້າງໃສ່ຕື່ມ. ຈຸດສົນໃຈຂອງວິຫານນີ້ ແມ່ນຢູ່ທີ່ແທນ ພະປະທານ ເຊິ່ງມີລັກສະນະ ເປັນຫໍພະສາດແກ້ວ ທີ່ເປັນບ່ອນປະດິດສະຖານ ບັນດາພະພຸດທະຮູບ. ເຊິ່ງໃນນັ້ນ ເປັນພະພຸດທະຮູບ ຊົງເຄື່ອງໃນປາງ “ຊີ້ທໍລະນີເປັນພະຍານ“ ຕາມຂໍ້ມູນທ້ອງຖິ່ນເວົ້າວ່າ ພະພຸດທະຮູບ ສອງອົງນີ້ ອາດເອົາມາຈາກເມືອງຢູ່ໃກ້ໆ ເຂດຊາຍແດນ ລາວ-ຫວຽດນາມ.

ພະທາດພູສີ ແມ່ນທາດທີ່ມີການກໍ່ສ້າງ ໃນຜັງສີ່ຫຼ່ຽມຍາວ ຍ້ອນເຫດຜົນສະຖານທີ່ຕັ້ງ ທີ່ພິເສດ ຢູ່ເທີງຈອມພູ, ອົງພະທາດນີ້ ຕັ້ງໃສ່ຕີນຖານສາມຖ້ານ, ມີໃບເສມາ ຍອດດອກບົວ ປະດັບຢູ່ແຈ. ຢູ່ແຕ່ລະມູມຂອງພາກສ່ວນຕົ້ນຕໍ ຂອງອົງທາດນັ້ນ ປະດັບດ້ວຍເສດຕະສັດ ທີ່ເຮັດດ້ວຍທອງ ເຈັດຊັ້ນ ສີ່ອັນ. ຕັ້ງແຕ່ຕີນ ຮອດຈອມທາດ ແທກໄດ້ຊາວແອັດແມັດ. ເດີ່ນລະບຽງທີ່ຍື່ນອອກມາ ຈາກຕີນທາດ ເຮັດໃຫ້ສາມາດຫລຽວເຫັນ ທັດສະນິຍະພາບອັນງົດງາມ ສຸດທີ່ຈະພັນລະນາໄດ້ ຂອງເມືອງຫລວງ ພະບາງ.

          ແຕ່ເດີມ ວັດນີ້ສ້າງຂື້ນໂດຍ ພະເຈົ້າອານຸຣຸດ ໃນປີ 1804. ຫລັງຈາກນັ້ນ ໃນປີ 1914 ໄດ້ມີການບູ ລະນະສ້ອມແປງວັດນີ້ ເປັນເທື່ອທຳອິດ, ຕໍ່ມາແມ່ນປີ 1936, ຊື່ງໃນໂອກາດດັ່ງກ່າວ ເພິ່ນໄດ້ສ້າງ ຂັ້ນໄດ ຈຳນວນ 328 ຂັ້ນ ໃສ່ຕື່ມ. 

ເຖິງແມ່ນວ່າ ວິຫານ, ສາສະນະສະຖານ, ຈະມີລວດລາຍ ປະດັບເອ້ສີໜ້າ ແລະ ປະຕູກາງ ຈະເປັນແບບຂອງ ສະຕະວັດທີ XVIII ແລະ XIX ກໍ່ຕາມ, ຕຳນານໄດ້ເລົ່າໄວ້ວ່າ ວັດປາກອູ ສ້າງຂື້ນໂດຍ ພະເຈົ້າ ໄຊເສດຖາທິລາດ ໃນປີ 1547. ໃນໄລຍະການບູລະນະສ້ອມແປງ ແລະ ຂະຫຍາຍວັດ ໃນຕົ້ນສະຕະວັດທີ XX ໃນລາຊະການ ຂອງພະເຈົ້າ ສີສະຫວ່າງວົງ, ເພິ່ນໄດ້ສ້າງແງບ ໃສ່ດ້ານຂ້າງວິຫານຕື່ມອີກ

ວັດແຫ່ງນີ້ ຍັງຮັກສາເຂັດລັບຂອງມັນໄວ້ເປັນຢ່າງດີຢູ່, ສຳລັບວັນເວລາຂອງານກໍ່ສ້າງນັ້ນ ທ່ານ ລຸຍຟີ ໂນ ແລະ ຮ. ປາກມັງຈີເອ ສັນນິຖານວ່າ ສ້າງຂຶ້ນໃນລາຊະການຂອງພະເຈົ້າ ສຸລິຍະວົງສາ, ສ່ວນເຈົ້າຄຳໝັ້ນ ວົງກົດຣັດຕະນະ ນັກບັນທຶກປະວັດສາດຂອງພະລາຊະວົງ ເວົ້າວ່າ ສ້າງຂຶ້ນໃນສັງ ກາດ ປີ 1815 ໃນລາດສະການຂອງພະເຈົ້າອະນຸລຸດ

ແຕ່ເດີມວັດນີ້ເປັນແບບທຳມະດາ, ມີຫ້ອງ ແລະ ເຊຍດ່ຽວ, ປະກອບທັງຫຼັງຄາທີ່ມີເທີບດຽວ. ໜ້າຈົ່ວ ຂອງວິຫານ ແລະ ຝາພະໜັງດ້ານໜ້າ ເຄີຍປະດັບເຕັມໄປດ້ວຍຮູບ ແຕັມຝາພະໜັງອັນສວຍສົດງົດ ງາມ. ມີທາດແບບຫໍຜາສາດ ລູກດຽວທີ່ຕັ້ງຢູ່ຕໍ່ໜ້າວິຫານຂອງວັດ. ໃນປີ 1932 ເພິ່ນໄດ້ກໍ່ສ້າງກຸຕິສົງ 3 ຫຼັງສຳເລັດ ແລະ ວິຫານໜຶ່ງຫຼັງ ແບບທຳມະດາມີຫ້ອງ ແລະ ເຊຍດ່ຽວ ຊຶ່ງເປັນທີ່ສະດຸດຕາ ຍ້ອນການເອ້ທີ່ໜ້າຈົ່ວ ດ້ວຍໄມ້ຄວັດເປັນຮູບເທພະນົມ.

ການບູລະນະສ້ອມແປງ ທີ່ດຳເນີນໄປລະຫວ່າງ ປີ 1996 ແລະ 1969 ນັ້ນ ບໍ່ໄດ້ມີການປ່ຽນແປງ ລັກສະນະ ຮູບແບບ ຂອງວິຫານຫຼາຍປານໃດ. ຮູບແຕ້ມເກົ່າທີ່ຝາເຊຍກ້ຳໜ້າ ໄດ້ຖືກປ່ຽນແທນ ໂດຍ ຮູບແຕ້ມສີນ້ຳມັນ ທີ່ພະຍາຍາມຮຽນແບບຮູບພາບດັ່ງເດີມໄວ້. ປະຕູ ແລະ ປ່ອງຢ້ຽມທຸກປ່ອງ ແມ່ນ ເຮັດດ້ວຍໄມ້ຄວັດ, ເພິ່ນສັງເກດເຫັນວ່າ ຢູ່ບານປະຕູເຂົ້າດ້ານໜ້າ ມີເທວະຮູບທີ່ມີໜວດເຄົາຍາວ ແລະ ນຸ່ງເຄື່ອງຕາມຈີນຕະນາການ ແບບຈີນບູຮານ.

ໃນສະໄຫມກ່ອນ ວັດຊຽງທອງເຄີຍເປັນວັດ ‘’ປະຕູເມືອງ’’ ທັງເປັນທ່າຈອດເຮືອ ‘’ດ້ານເຫນືອ’’ສຳ ລັບການສະເດັດມາເຖິງ ແລະ ການສະເດັດປະພາດ ທາງລາຊະການ ຂອງພະມະຫາກະສັດ. ພ້ອມນັ້ນ, ບ່ອນນີ້ກະຍັງເປັນບ່ອນທີ່ນັກເດີນທາງ ທີ່ມີກຽດ ມາທາງເຮືອ ຕາມລຳແມ່ນ້ຳມາຈອດ ຫລື ພວກທີ່ມາແຕ່ສະຫຍາມໂດຍທາງບົກ ມາສຸດເສັ້ນທາງ ຢູ່ແຄມຝັງນ້ຳຂອງ ທາງຂວາ ທີ່ບ້ານຊຽງແມນ.

ວັດຊຽງທອງ ເປັນວັດທີ່ຕັ້ງຢູ່ ບ່ອນຄົບກັນລະຫວ່າງນ້ຳຂອງ ແລະ ປາກນ້ຳຄານ, ເປັນວັດທີ່ກ້ວາງ ແລະ ເກົ່າແກ່ທີ່ສຸດວັດຫນຶ່ງ ໃນບັນດາວັດວາອາຮາມ ຂອງຫລວງພະບາງ. ປະຫວັດຂອງວັດນີ້ ຕິດພັນກັບພົງສາວະດານ ຂອງການສ້າງຕັ້ງ ຕົວເມືອງທຳອິດແຫ່ງນີ້. ນິທານ ສືບຕໍ່ເລົ່າກັນມາວ່າ ແມ່ນລືສີສອງອົງ ໄດ້ເປັນຜູ້ປັກຫມາຍເຂດແດນສະຖານທີ່ ທີ່ຈະເປັນທີ່ຕັ້ງຂອງເມືອງໃນອານາຄົດນັ້ນ ໃສ່ໃກ້ໆກັບຕົ້ນທອງ.

ຕໍ່ມາແມ່ນສະໄຫມຂອງ ພໍ່ຄ້າຫມາກ-ຂາຍພູ ໄປແຕ່ວຽງຈັນ ຊຶ່ງໄດ້ຖືກເລືອກຈາກປະຊາຊົນ ໃຫ້ຂຶ້ນເປັນເຈົ້າຊີວິດອົງທຳອິດ ຂອງນະຄອນແຫ່ງນີ້ ຍ້ອນຄວາມເກັ່ງກ້າສາມາດຂອງເພິ່ນ ແລະ ຖວາຍພະນາມວ່າ ພະຍາຈັນທະພານິດ ສະຖິດສຸວັນນະພູມ. ພະອົງໄດ້ສ້າງພະລາຊະວັງ ແລະ ວັດຫລັງທຳອິດ ໃສ່ບ່ອນທີ່ລືສີສອງອົງໄດ້ຂີດຫມາຍໄວ້ກ່ອນແລ້ວນັ້ນ.

ຫລັງຈາກພື້ນນິທານ ຈັນທະພານິດແລ້ວ ກໍ່ນັ້ບວ່າເປັນເທື່ອທຳອິດ ທີ່ຕຳນານພື້ນເມືອງລາວເລົ່າວ່າ ແມ່ນພະເຈົ້າ ໄຊຍະເສດຖາທິລາດ ສ້າງວັດຊຽງທອງຂື້ນໃນປີ 1560. ວັດຊຽງທອງ ເປັນວັດແຫ່ງດຽວທີ່ມີໂຊກດີ ຫນີພົ້ນຈາກການເຜົາຜານ ໃນປີ 1887. ວັດຊຽງທອງໄດ້ຖືກບູລະສ້ອມແປງສອງຄັ້ງ: ໃນປີ 1928 ແລະ ລະຫວ່າງ 1952 ຫາ 1960. ໃນສະໄຫມພະເຈົ້າ ສີສະຫວ່າງວົງ ວິຫານຂອງວັດ ມີຮູບລັກສະນະ ການພັດທະນະຈາກແຜນຜັງທຳມະດາ ທີ່ມີສາມຫ້ອງລອຍ ແລະ ເຊຍດ່ຽວ, ສະແດງລັກສະນະພິເສດດ້ວຍຮູບເສັ້ນ ທີ່ກົມກືນກັນ ຂອງຫລັງຄາ ທີ່ສະລັບຊ້ອນກັນ ທັງແອ່ນອອກກວ່າທຳມະດາ. ຍອດຊໍ່ຟ້າຂອງຫລັງຄາ ເປັນຍອດຊໍ່ຟ້າແບບ 17 ຜາສາດ ແລະມີໂງ່ປະດັບຫົວນາກ. ການສ້ອມແປງໃຫຍ່ຄັ້ງຫລັງສຸດ ໂດຍພື້ນຖານແລ້ວແມ່ນ ແນໃສ່ການປະດັບເອ້ ແລະ ການກໍ່ສ້າງຫໍໄຫວ້ໃຫຍ່ ຂອງຫໍລາຊະໂກດ ຊຶ່ງເລີ້ມສ້າຂຶ້ນໃນປີ 1962.

ສິລະປະຮູບແຕ້ມ ດ້ວຍລາຍຟອກຄຳ ໃສ່ພື້ນສີດຳ ໄດ້ຖືກນຳມາປະດັບໃສ່ສອງຝາດ້ານໃນ. ຍົກເວັ້ນຢູ່ຕີນຝາກ້ຳໃຕ້ ຂອງຝາກທິດຕາເວັນຕົກ ຊຶ່ງຍັງຮັກສາຮ່ອງຮອຍ ຂອງຮູບດັ້ງເດີມ ທີ່ຟອກຄຳໃສ່ພື້ນສີແດງ. ຢູ່ຫນ້າຈົ່ວດ້ານຫລັງຂອງວິຫານ, ຮູບປະດັບແບບ ໂມຊາອິກຕິດແກ້ວສີ ຝັງຊີມັງລົງພື້ນສີແດງ ໄດ້ຮັບການສ້ອມແປງຄືືນໃຫມ່ຫມົດ ແຕ່ຍັງຮັກສາໄວ້ເສັ້ນສີດັ້ງເດີມ ຢ່າງຄົບຖ້ວນ. ຮູບພາບທີ່ແຕ້ມແຕ່ງ ຢູ່ເທິງຫົວເສົານັ້ນ ແມ່ນຮູບຂອງພະພຸດທະເຈົ້າ ແລະ ພະເຈດີຮູບຫນຶ່ງ ທີ່ສະແດງເຖິງຕອນ ພະພຸດທະເຈົ້າ ສະເດັດຈາກ ດາວະດິງສາ ພ້ອມດ້ວຍເທວະຍຸດາ 33 ອົງ. ຢູ່ລຸ່ມລົງມາ, ເພື່ອເປັນທີ່ລະນຶກໃຫ້ແກ່ ລຶສີສອງອົງ ທີ່ເປັນຜູ້ຂີດຫມາຍສະຖານທີ່ ຂອງອານາຈັກໃນອານາຄົດນັ້ນ ເພິ່ນໄດ້ເຮັດຮູບຂອງ ‘’ຕົ້ນທອງ’’ ໄວ້ເປັນຫລັກຖານ.

 

Add comment


Security code
Refresh

ທ່ານກຳລັງຢູ່ທີ່: ຫນ້າທຳອິດ ແຫລ່ງມໍລະດົກ ສະຖາປັດຕະຍະກຳຂອງວັດວາອາຮາມ