LuangPrabang World Heritage

  •  
  •  
  •  

Font Size

Layout

Menu Style

Cpanel

ຫັດຖະກໍາແສ່ວດີ້ງ

Ding1  Ding2ການປັກແສ່ວດິ້ງແມ່ນຫັດຖະກໍາພື້ນເມືອງຊະນິດໜຶ່ງທີ່ມີຄຸນຄ່າສູງ ແລະ ເປັນເອກະລັກສະເພາະຂອງຊາວເມືອງ ແລະ ແຂວງຫຼວງພະບາງ ແມ່ນຫັດຖະກໍາທີ່ໃຊ້ຄວາມປານີດ ລະອຽດອ່ອນທາງດ້ານສີມື ເພາະແມ່ນຄວາມງົດງາມ ອອນຊອນ ເຊິ່ງສະແດງໃຫ້ເຫັນເຖິງຄວາມອົດທົນ ດຸໝັ່ນພາກພຽນ ໃນການຫຍິບປັກຖັກແຊ່ວຂອງເພດຍິງລາວມາແຕ່ບູຮານນະການ ສ່ວນລວດລາຍຕ່າງໆທີ່ນໍາມາປັກກໍ່ມີຄວາມສໍາຄັນຕາມລໍາ ດັບເຊັ່ນກັນ. ໃນເມື່ອກ່ອນການນໍາໃຊ້ເຄື່ອງປັກດິ້ງແມ່ນມີແຕ່ສະເພາະເຊື້ອສາຍກະສັດ ເຈົ້າຂຸນມຸນນາຍ ເສນາອາມາດ ຫຼື ຜູ້ອຳນາດບົດບາດ ທາງສັງຄົມເທົ່ານັ້ນທີ່ໃຊ້, ປະຊົນຊົນຄົນທົ່ວໄປບໍ່ຄ່ອຍຢາກໃຊ້ ເຖິງວ່າຢາກຈະໃຊ້ແຕ່ກໍ່ບໍ່ກ້າໃຊ້ ເພາະວ່າວັດຖຸທີ່ນໍາມາເຮັດແມ່ນປະເພດ ເຄື່ອງ ເງິນ, ຄໍາ,   ໄໝ ແລະ ອື່ນໆ ເຊິ່ງຖືເປັນວັດຖຸທີ່ມີລາຄາແພງຫຼາຍ. ໃນເມື່ອກ່ອນຜູ້ທີ່ເປັນນາຍຊ່າງປັກດິ້ງທີ່ມີສີມືປານີດງົດງາມສ່ວນຫຼາຍ ແມ່ນຈະຖືກຮຽກໂຕເຂົ້າໄປປັກແສ່ວຮັບໃຊ້ຢູ່ໃນພະລາດຊະວັງ ສ່ວນປະຊາຊົນຄົນທົ່ວໄປຖ້າຜູ້ໃດທີ່ຮູ້ປັກແສ່ວ ຫຼື ສາມາດເຮັດໄດ້ກໍ່ຕ້ອງ ໄດ້ເອົາຜົນງານທີ່ຕົນປັກແສ່ວນັ້ນ ໄປຖວາຍຢູ່ພະລາດຊະວັງວ່າສີມືມີຄວາມງົດງາມປານີດ ແລະ ເປັນທີ່ເພິ່ງພໍໃຈໃນພະລາດຊະວັງ ຫຼື ບໍ່? ຖ້າສີມື ການປັກນັ້ນປານີດງົດງາມຖືກອົກຖືກໃຈພະມະເຫສີແລ້ວ ເຈົ້າມະຫາຊີວິດກໍ່ຈະອະນຸຍາດຮັບເອົາເຂົ້າ ໄປຖວາຍຮັບໃຊ້ຢູ່ໃນພະລາດຊະ ວັງ ໄດ້, ການເລີ່ມແສ່ວປັກດິ້ງຕອນທໍາອິດ ຜູ້ຮຽນປັກຕ້ອງໄດ້ຮຽນເຮັດເປັນສາຍກະຊ້ານໍ້າກ້ຽງເສຍກ່ອນ ຫຼັງຈາກປັກເປັນສາຍກະຊ້ານໍ້າກ້ຽງ ແລ້ວ ກໍ່ພັດທະນາປັກແສ່ວຮູບແບບອື່ນໆ. ການນໍາໃຊ້ເຄື່ອງປັກດິ້ງມີຫຼາຍໆປະເພດດັ່ງນີ້: ປັກເປັນຄໍເສືອປ້າຍຜູ້ຍິງ, ຄໍເສື້ອຜູ້ຊາຍ,ຂອບແຂນ ເສື້ອຜູ້ຍິງ - ຜູ້ຊາຍ, ຕີນສິ້ນ ຜືນສິ້ນ, ຜ້າບ່ຽງສາຍສະພາຍຊຸດຟ້ອນນາງແກ້ວ, ທະນູບ່າເສື້ອກະສັດ ຫຼື ຂຸນນາງ, ປັກດິ້ງໃສ່ເລີ້ງເຄີ້ງ (ກະໂຈມ) ສຸບໃສ່ຫົວໃຊ້ສໍາລັບພິທີແຕ່ງງານຂອງມະເຫສີ ຫຼື ໃຊ້ໃນງານບຸນປະເພນີທີ່ສໍາຄັນຕ່າງໆ, ພິເສດຖ້າປະຊາຊົນຄົນທົ່ວໄປໃສ່ ແມ່ນສະເພາະແຕ່ຜູ້ ທີ່ຖືກຄັດເລືອກເປັນນາງສັງຂານ ຫຼື ຖືກມອບໝາຍຕໍາແໜ່ງໃດໜຶ່ງເທົ່ານັ້ັັນຜູ້ກ່ຽວຈິ່ງຈະກ້າໃສ່.

ມາເຖິງປະຈຸບັນນີ້ເສດຖະກິດ-ສັງຄົມມີພັດທະນາປ່ຽນແປງໄປຕາມການເວລາ ຫັດຖະກໍາການປັກແສ່ວດິ້ງນີ້ ແມ່ນໄດ້ມີການພັດທະນາຢ່າງ ກວ້າງຂວາງ ມວນຊົນຄົນທໍາມະດາທົ່ວໄປກໍ່ມີຄວາມສາມາດແສ່ວປັກດິ້ງໃຊ້ເອງຕາມຄວາມຕ້ອງການອີງຕາມຄວາມສາມາດ ຜະລິດຕະພັນ ເຄື່ອງປັກແສ່ວດ້ວຍດິ້ງແມ່ນເປັນທີ່ນິຍົມຊົມຊອບ ເປັນເອກະລັກສະເພາະຂອງມວນຊົນທົ່ວເມືອງ, ແຂວງຫຼວງພະບາງ ແລະ ແຫ່ງອື່ນໆຂອງ ປະເທດລາວທີ່ມໍລະດົກວັດທະນະທໍາໂຕນີ້ຂະຫຍາຍໄປເຖິງ, ທຸກມື້ນີ້ຖ້າຜູ້ໃດທີ່ມີຄວາມສາມາດປັກແສ່ວໄດ້ງົດງາມ ລະອຽດອ່ອນ ແລະ ມີຊື່ສຽງໂດ່ງດັງ ກໍ່ສາມາດປັກຂາຍເປັນສິນຄ້າ ເປັນການສ້າງລາຍຮັບຂະໜາດນ້ອຍໃຫ້ແກ່ຕົນເອງ ແລະ ຄອບຄົວໄດ້ຢູ່ພໍສົມຄວນ ອີງຕາມ ສະພາບສັງຄົມຄົນໃນເມືອງ ຄວາມເພິ່ງພໍໃຈຂອງລູກຄ້າ, ສ່ວນຫຼາຍແມ່ນຊົມໃຊ້ສະເພາະຄົນລາວທີ່ຢູ່ພາຍໃນ ແລະ ຍັງສົ່ງອອກຂາຍໃຫ້ແຂກ ຕ່າງເມືອງ ຫຼື ຄົນລາວທີ່ຢູ່ຕ່າງປະເທດທີ່ຍັງຮັກມັກໃນຫັດຖະກໍາປະເພນີພື້ນເມືອງຊະນິດນີ້. 

ອົງປະກອບທີ່ເປັນວັດຖຸ

ວັດສະດຸ ອຸປະກອນຕ່າງໆທີ່ປະກອບເຂົ້າໃນການກະກຽມເຮັດຫັດຖະກໍາປັກດິ້ງ ມີຄືດັ່ງລຸ່ມນີ້:

  1. ກັ້ງແສ່ວ                                                     6. ໃໝ ຫຼື ດ້າຍ                                      
  2. ຜ້າຂາວຮອງ                                                 7. ເຂັມ

3. ຜ້າສີປົກເທິງຜ້າຂາວ                                        8. ມີດຕັດ                                  

4. ເຈັ້ຍສັບລາຍດອກ (ເຈ້ຍຫໍ່ປຶ້ມ)                           9. ເຊືອກແມັດ

5. ດິ້ງ                                                          10. ເສັ້ນເງິນ, ເສັ້ນຄໍາ, ໃໝ ຫຼື ອື່ນໆ.

ປະເພດຂອງຫັດຖະກໍາປັກດິ້ງມີຄື: ດິ້ງມັນ, ດິ້ງຂໍ້ ແລະ ດິ້ງດ້ານ

     ວິທີການປັກດິ້ງ:

         ຂັ້ນຕອນທໍາອິດເອົາຜ້າຂາວມາຫຍິບຕິດກັບກັ້ງເສຍກ່ອນ ຫຼັງຈາກນັ້ນເອົາຜ້າສີ (ຕາມສີທີ່ຕ້ອງການ) ມາຫຍິບໃສ່ ແລ້ວເອົາລາຍທີ່ສັບເປັນລາຍດອກມາຕິດເທິງຜ້າສີ ເອົາເຂັມຫຍິບເຈ້ຍລາຍດອກນັ້ນຕິດກັບຜ້າ ເອົາໃໝຄໍາມາຫຍິບເປັນຂອບໄປຕາມແຄມຜ້າ, ເມື່ອຫຍິບຂອບຜ້າແລ້ວໆກໍ່ເອົາໃໝຄໍາມາຫຍິບຕາມຂອບລາຍ ເອົາດິ້ງມາຕັດເປັນຂໍ້ໆ ເວລາປັກແມ່ນສອດເຂັມໃສ່ຮູຂໍ້ດິ້ງແລ້ວປັກໃສ່ຜ້າ ເປັນແຖວສະຫຼຽງຕາມລວດລາຍ ຈະຫຍິບເຕັມລາຍ ຫຼື ຫຍິບແຕ່ບາງສ່ວນກໍ່ສຸດແລ້ວແຕ່ຄວາມທີ່ີເປັນລວດລາຍອັນສະເພາະ ຂອງຜູ້ອອກແບບ ສ່ວນດ້າຍຫຍິບຈະເອົາດ້າຍຫຍິບເຄື່ອງກໍ່ໄດ້ ຫຼື ເອົາໃໝຕໍ່າຫູກຫຍິບກໍ່ໄດ້.

.

 

Add comment


Security code
Refresh

ທ່ານກຳລັງຢູ່ທີ່: ຫນ້າທຳອິດ ແຫລ່ງມໍລະດົກ ມໍລະດົກທາງດ້ານວັດທະນະທຳ ຫັດຖະກໍາແສ່ວດີ້ງ