LuangPrabang World Heritage

  •  
  •  
  •  

Font Size

Layout

Menu Style

Cpanel

ຂັບທຸ້ມ

ລາຍລະອຽດໂດຍຫຍໍ້ ກ່ຽວກັບມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ.

      ການສະແດງຂັບທຸ້ມນີ້ຕາມການບອກເລົ່າຂອງຜູ້ອາວຸໂສ, ອາຈານ ໄດ້ເລົ່າສູ່ຟັງວ່າ: ປະຈຸບັນນີ້ການຄົ້ນຄວ້າຍັງບໍ່ທັນມີຫຼາຍໜ່ວຍງານ ເຂົ້າມາເກັບກໍາຂໍ້ມູນຂຽນເປັນເອກະສານຢັ້ງຢືນລະອຽດ ແລະ ຍັງບໍ່ທັນມີແຫຼ່ງຂໍ້ມູນ ຫຼື ບັນດາເອກະສານໃດທີ່ຊັດເຈນ ແລະ ຢັ້ງຢືນປະຫວັດຄວາມເປັນມາແນ່ແທ້ ເພາະວ່າຜູ້ເຖົ້າຜູ້ແກ່ເພິ່ນຂັບຮ້ອງ ກໍ່ແມ່ນຂັບເພື່ອຄວາມສະໜຸກສະໜານ ສ້າງບັນຍາກາດເບີກບານມ່ວນຊື່ນ ຫຼັງຈາກອິດເມື່ອຍຈາກການເຮັດວຽກບ້ານຮົ້ວສວນ, ເຮັດໄຮ່-ນາ ຄັນສິເອົາຂໍ້ມູນຫຼັກຖານໃດນັ້ນມາອ້າງອີງນັ້ນກໍ່ຍາກ ຕາມການສໍາພາດຜູ້ທີ່ເປັນອາວຸໂສດ້ານນີ້ໄດ້ເລົ່າໃຫ້ຟັງວ່າ ໃນແຕ່ກ່ອນແມ່ນລຸງມະຫາພິລາ ທີ່ຢູ່ເມືອງນ່ານ, ແຂວງຫຼວງພະບາງ (ປະຈຸບັນແມ່ນເສຍຊີວິດແລ້ວ) ຖືວ່າເປັນນັກສິລະປິນເອກຜູ້ໜຶ່ງດ້ານຂັບທຸ້ມ ກ່ຽວກັບພື້ນບ້ານ ແລະ ເພິ່ນໃຫ້ກໍ່ເຄີຍເລົ່າສູ່ລູກຫຼານຟັງວ່າ: ການຂັບທຸ້ມນີ້ແມ່ນເລີ້ມຈາກຊໍອີ້ (ຊໍພື້ນເມືືອງ) ຄົນໃນສະໄໝກ່ອນຖືວ່າເຮັດວຽກໜັກ ບຸກເບີກສ້າງຫຼັກປັກຖານຕໍ່ສູ້ກັບທໍາມະຊາດເຮັດໄຮ່ນາຮົ້ວສວນ ເພື່ອຕໍ່ສູ້ລ້ຽງຊີບຕົນເອງ, ຕາມການເລົ່າຂານເພິ່ນໄດ້ເລົ່າສູ່ຟັງວ່າ: ມີຢູ່ຄັ້ງໜຶ່ງໄດ້ມີທ້າວກໍ່າພ້າຄົນໜຶ່ງພັກຜ່ອນຢູ່ກ້ອງຮົ່ມໃຜ່ທີ່ມີສາຍລົມເຢັນພັດວີ່ໆ ຫຼັງຈາກອິດເມື່ອຍຈາກການເຮັດວຽກໜັກ ພັກຜ່ອນໄປໄດ້ໄລຍະໜຶ່ງກໍ່ໄດ້ຍິນສຽງຈາກບັ້ງໄມ່ໃຜ່ສຽດສີກັນໄປຕາມຈັງຫວະຂອງລົມ ຄືດັ່ງມີສຽງປະສານດົນຕີຊະນິດໜຶ່ງ ລາວເລີຍຄິດວ່າຖ້າຫາກວ່າເຮົາເອົາໄມ້ໃຜ່ມາເຮັດເປັນເຄື່ອງດົນຕີແລ້ວມັນອາດຈະມີສີສັນ ແລະ ໜ້າຈະມີຄວາມມ່ວນຊື່ນ ດັ່ງນັ້ນຈຶ່ງເຮັດເປັນເຄື່ອງດົນຕີອັນໃດ ອັນໜຶ່ງຂຶ້ນ, ເພິ່ນກໍ່ເລີຍຕັດສິນໃຈຕັດເອົາບັ້ງໄມ້ໃຜ່ ເອົາໂຕໄມ້ແກ່ແລ້ວລາວກະເຈາະຮູ ແລະ ກະຕ່ອຍກ່ອນຈິ່ງຮູ້ສຶກວ່າເລີ່ມເກີດມີສຽງທີ່ມ່ວນຂຶ້ນຕາມລຳດັບ ແລ້ວເອົາມາເຄາະມັນກະມີສຽງດັງຕຸ່ງໆໆຂຶ້ນ ຕໍ່ມາເພິ່ນກໍ່ມີແນວຄິດຕື່ມອີກວ່າຖ້າເອົາມາຕໍ່ໃສ່ກັນ ແລະ ກະມີສາຍໃສ່ເບິ່ງວ່າມັນຈະເປັນແນວໃດ? ດັ່ງນັ້ນເພິ່ນຈິ່ງມີແນວຄິດປະດິດສ້າງຈົນເລີ່ມກາຍມາເປັນດົນຕີໄມ້ພື້ນເມືອງຊະນິດໜຶ່ງ ປະຈຸບັນເພິ່ນຈິ່ງຮ້ອງດົນຕີໄມ້ປະເພດນັ້ນວ່າ ຊໍອີ້. ໃນເບື້ອງຕົ້ນທີ່ມີຊໍອີ້ນີ້ເປັນເຄື່ອງດົນຕີ ເພິ່ນກໍ່ຮຽນສີໄປສີມາຈົນເລີ່ມຮູ້ສຶກວ່າເປັນຈັງຫວະທໍານອງເພັງໃດໜຶ່ງ ທຳອິດກໍ່ມີການຮ້ອງແບບສຳນຽງຄວນຄາງໄປຕາມຈັງຫວະສີຊໍ ເພາະ ວ່າຍັງບໍ່ຮູ້ຊິເວົ້້າກ່າວຫຍັງ ຫຼື ຮ້ອງອອກມາແບບໃດ?, ຕໍ່ມາເພິ່ນກໍ່ເລີມມີການອ່ານໜັງສື ອ່ານກາບກອນ ຈິ່ງມີແນວ ຄິດໃນການເອົາເນື້ອໃນຂອງໜັງສື ກາບກອນມາປະກອບ ປະສານໃສ່ກັບສຽງດົນຕີໄມ້ຊະນິດນັ້ນ ພັນລະນາວິຖີຊີວິດການເປັນຢູ່ຂອງຄົນໃນຊົນນະບົດ ທີ່ຕິດພັນກັບສັດສາວາສິ່ງ ທໍາມະຊາດທີ່ສວຍງາມອ້ອມຮອບຂ້າງກາຍຕົນເອງ, ພັນລະນາຄວາມອຸດົມຮັ່ງມີສວຍງາມຂອງປະເທດຊາດບ້ານເມືອງ ແລ້ວມັນຈິ່ງໄດ້ຕິດພັນກາຍມາເປັນວິຖີການຂັບທຸ້ມແບບພື້ນບ້ານໄປເລີຍ. ຈາກນັ້ນມາກໍ່ກາຍມາເປັນຂັບທຸ້ມ ແຕ່ວ່າແປຕາມໂຕແມ່ນ (ຕູ້ມ ຫຼື ຂັບຕູ້ມ) ຈາກຄໍາວ່າ ຕູ້ມ ເພາະວ່າຄົນເຮົາໃນສະ ໄໝກ່ອນແມ່ນຢູ່ຮ່ວມກັນເປັນກຸ່ມເປັນກ້ອນ ຕູ້ມຫອມຕອມຫໍ່ກັນ ມີຄວາມສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນຢູ່ສະເໝີ, ເວລາມີບຸນມີງານໃດໜຶ່ງ ມີການຂັບການລໍາ ປະຊາຊົນກໍ່ແຫ່ກັນມາຮ່ວມຟັງການຂັບບວກກັບສະພາບອາກາດທີ່ໜາວເຢັນໃນຊົນນະບົດ ຫຼາຍຄົນແມ່ນຕູ້ມຜ້າ ປົກຫົ່ມ ມາເບິ່ງມາຊົມ ພວກເພິ່ນຈິ່ງພາກັນເອີ້ນຕາມພາສາພື້ນບ້ານວ່າ: ຂັບຕູ້ມ ບາງທີການຂັບມີຄວາມອອນຊອນ ສ້າງຄວາມປະທັບໃຈແກ່ຜູ້ຟັງ ຜູ້ຕູ້ມຫົ່ມຜ້າກະເປີດຜ້າອອກມາຟ້ອນ ສ້າງຄວາມມ່ວນຊື່ນ ບາງຄັ້ງກໍ່ເລີຍເອີ້ນວ່າເປັນເພັງ ປືດຜ້າ ຫຼື ເປີດຜ້າ. ການເວລາຜ່ານມາຫຼາຍປີ ຈິ່ງມີການພັດທະນາຂຶ້ນຕາມຂະບວນວິວັດ, ວັດທະນະທຳລາວກໍ່ມີຄວາມສີວິໄລ, ຄວາມຈະເລີນເກີດຂຶ້ນຫຼາຍກໍ່ເລີຍເກີດມີສຽງປ່ຽນຈາກຂັບຕູ້ມ ກາຍມາເປັນ ຂັບທຸ້ມ ທີ່ເປັນຈັງຫວະທໍານອງ ພ້ອມທັງມີການປະດິດຄິດເພີ່ມ ແລະ ເຕີມເສີມເຄື່ອງດົນຕີພື້ນເມືອງອື່ນເຂົ້າມາປະກອບຕື່ມອີກ ເຊິ່ງເປັນເອກະລັກສະເພາະຂອງປະຊາຊົນລາວບັນດາເຜົ່າໃນທ້ອງຖິ່ນນັ້ນ. ສະນັ້ນ, ຈິ່ງເວົ້າໄດ້ວ່າການຂັບທຸ້ມນີ້ແມ່ນສືບມາຈາກການອ່ານໜັງສື ອ່ານກາບກອນ ຈິ່ງກາຍມາເປັນຂະບວນວິວັດທະນາການເປັນການຂັບທຸ້ມ, ຕໍ່ມາບ່າວ-ສາວ ທີ່ແອບມັກຮັກກັນ ເວົ້າຢອກຕໍແຍກັນ ເຈົ້າເວົ້າຢອກຂ້ອຍ ຂ້ອຍເວົ້າຢອກເຈົ້າ ປຽບທຽບພັນລະນາໃສ່ທຳມະຊາດ ແລະ ໃນສັດຕະວັດທີ 14 ຈິ່ງເລີ່ມເປັນສຽງຂັບ ສຽງກອນທີ່ເລີ່ມສົມບູນແບບ, ບັນພະບຸລຸດລາວກໍ່ຖື ແລະ ພາກັນເອີ້ນວ່າ: ຂັບທຸ້ມຫຼວງພະບາງ.

Add comment


Security code
Refresh

ທ່ານກຳລັງຢູ່ທີ່: ຫນ້າທຳອິດ ແຫລ່ງມໍລະດົກ ມໍລະດົກທາງດ້ານວັດທະນະທຳ ຂັບທຸ້ມ