LuangPrabang World Heritage

  •  
  •  
  •  

Font Size

Layout

Menu Style

Cpanel

ຫັດຖະກໍາສີນໍ້າກ້ຽງ

a 

 

 

  1. ຄຸນລັກສະນະອົງປະກອບຂອງ ມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ

    ລະຫັດ: 001/NK.LPB

    1. . ຊື່ມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ ທີ່ຊຸມຊົນກ່ຽວຂ້ອງນຳໃຊ້: ຫັດຖະກຳສີນໍ້າກ້ຽງ (Lacquer Ware)

    2. . ຊື່ຫຍໍ້ ແລະ ຊື່ເຕັມຂອງມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸກະຊ້າ ນໍ້າກ້ຽງ

    3. ຊື່ຊຸມຊົນທີ່ກ່ຽວຂ້ອງ: ບ້ານປ່ອງຄຳ, ເມືອງ ແລະ ແຂວງຫຼວງພະບາງ.

    4. ທີ່ຕັ້ງພູມສັນຖານ: ບ້ານປ່ອງຄຳແມ່ນໝູ່ບ້ານໜຶ່ງທີ່ນອນຢູ່ໃນຈໍານວນ 8 ໝູ່ບ້ານເຊິ່ງຂຶ້ນກັບເຂດບ້ານມະໂນ ແລະ ເປັນບ້ານທີ່ຕັ້ງຢູ່ໃນເທດສະບານເມືອງຫຼວງພະບາງ ເຊິ່ງມີຊາຍແດນຕິດຈອດກັບບັນດາບ້ານໃກ້ຄຽງຄື: ທິດເໜືອຕິດກັບບ້ານມະໂນ, ທິດໃຕ້ຕິດກັບບ້ານນາສຳພັນ, ທິດຕາເວັນອອກຕິດກັບບ້ານນາວຽງຄຳ ແລະ ທິດຕາເວັນຕົກຕິດກັບບ້ານໂພນແພງ. ບ້ານປ່ອງຄຳມີເນື້ອທີ່ທັງໝົດແມ່ນ: 1,929 km, ມີ 217 ຫຼັງຄາເຮືອນ ໃນນັ້ນເຮືອນຖ້າວອນມີ 165 ຫຼັງຄາເຮືອນ, ເຄິ່ງຖາວອນມີ 50 ຫຼັງຄາເຮືອນ ມີຈຳນວນຄອບຄົວທັງໝົດ 205 ຄອບຄົວ, ມີ 15 ໜ່ວຍຄຸ້ມຄອງ, ປະຊາກອນຢູ່ບ້ານປ່ອງຄໍາທັງໝົດມີ 1,292 ຄົນ. ຍິງ 662 ຄົນ, ມີ 3 ເຜົ່າຮ່ວມກັນ ຄື: ເຜົ່າລາວ ມີ 167 ຄອບຄົວ, ມີຈຳນວນຄົນ 973 ຄົນ, ຍິງ 502 ຄົນ, ເຜົ່າກຶມມຸ ມີ 28 ຄອບຄົວ, ມີຈໍານວນຄົນ 226 ຄົນ, ຍິງ 116 ຄົນ, ເຜົ່າມົ້ງ ມີ 10 ຄອບຄົວ, ມີຈໍານວນຄົນ 91 ຄົນ ຍິງ 43 ຄົນ, ອາຊີບຫຼັກຂອງປະຊາຊົນພາຍໃນບ້ານແມ່ນ ຄ້າຂາຍເປັນຕົ້ນ.

 

ລາຍລະອຽດໂດຍຫຍໍ້ ກ່ຽວກັບມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ

 

ປະຊາຊົນຊາວຫຼວງພະບາງ ແມ່ນຊຸມຊົນ, ກຸ່ມຄົນ ທີ່ມີມູນເຊື້ອອະນຸລັກຮີດຄອງປະເພນີ ແລະ ວັດທະ ນະທຳອັນດີງາມຂອງຊາວລາວໄວ້ຫຼາຍຢ່າງ, ເປັນຕົ້ນແມ່ນທາງດ້ານວິຈິດສິນສີໄມ້ລາຍມືອັນເປັນສະກຸນຊ່າງ ການປະດິດຄິດສ້າງລວດລາຍຕ່າງໆທີ່ມີມາ ຮູ້ນຳໃຊ້ສິ່ງວັດຖຸທີ່ມາຈາກທຳມະຊາດ ນຳມາໃຊ້ເຂົ້າໃນການຄວັດເປັນຮູບ ຂີດຂຽນເປັນລວດລາຍ ແລະ ອື່ນໆ. ກະຊ້າສີນໍ້າກ້ຽງ (ກະຕ່າ) ເປັນພາຊະນະທີ່ສຳຄັນອັນໜຶ່ງ ເປັນເຄື່ອງໃຊ້ສອຍຂອງຄົນສະໄໝຂຸນນາງຫຼວງພະບາງໃນສະໄໝກ່ອນ, ເປັນກະຊ້າທີ່ປະດັບດ້ວຍດອກດວງລວດລາຍຕ່າງໆທາງດ້ານວິຈິດສິນແບບພື້ນເມືອງຂອງຍຸກສະໄໝ ຕາມປະຫວັດກ່າວໄວ້ວ່າ ເລີ່ມຕັ້ງແຕ່ສັດຕະວັດທີ 19 ຫຼື ໃນລາດຊະການຂອງພະເຈົ້າສີສະຫວ່າງວົງ ໃນປີ 1904 ຫຼວງພະບາງແມ່ນມີຄວາມຮຸ່ງເຮືອງທາງດ້ານສິລະປະ, ວັດທະນະທຳ ແລະ ຫັດຖະກຳ. ຜູ້ຄົນທັງຫຼາຍໄດ້ນຳເຄື່ອງໃຊ້ສອຍມາຖວາຍເຈົ້າຊີວິດ, ຂຸນນາງ ແລະ ຂ້າລາດຊະການຊັ້ນສູງ. ໜຶ່ງໃນຂອງຂວັນທີ່ລ້ຳຄ່າທີ່ສຸດໃນສະໄໝນັ້ນແມ່ນ ຊ້ານ້ຳກ້ຽງ”. ກະຊ້ານໍ້າກ້ຽງເປັນພາຊະນະທີ່ສໍາຄັນອັນໜຶ່ງເປັນເຄື່ອງໃຊ້ອັນມີຄຸນຄ່າສູງຂອງມະເຫສີໃນສຳນັກພະລາດຊະວັງຫຼວງພະບາງ ເພິ່ນນຳໃຊ້ເວລາຮ່ວມງານພິທີການ ງານບຸນຕ່າງໆ ທັງເປັນກະຊ້າໃສ່ເງິນ, ຄຳ ແລະ ເປັນຊ້າຂັນໝາກກະຊ້າສີນໍ້າກ້ຽງນີ້ເພິ່ນໄດ້ປະດິດຄິດອອກແບບຂຶ້ນມາເປັນເອກະລັກອັນສະເພາະຢູ່ໃນສະກຸນຊ່າງສິລະປະກຳ ປະຈຳໃນສຳນັກພະລາດຊະວັງຫຼວງພະບາງ.

        a  a  a  a  a  a

ກະຕ່າສີນ້ຳກ້ຽງພ້ອມດ້ວຍກັບໃສ່ເຄື່ອງຄ້ຽວໝາກ ແລະ ຢາສູບ ນອກຈາກນຳເອົາສີນ້ຳກ້ຽງມາປະດັບ ແລະ ຕົບແຕ່ງໃສ່ສິ່ງຂອງຕ່າງໆ ເຊັ່ນ: ເຄື່ອງເອ້ຍ້ອງ ອາຄານສະຖານທີ່ ເອົາສີນ້ຳກ້ຽງມາປະດິດເປັນຂະມຸກ(ເອົານໍ້າກ້ຽງມາປະສົມກັບຂີ້ເຖົ່າ) ຕິດເປັນດອກດວງ, ລວດລາຍຕາມບັນລັງຂອງເຈົ້າຊີວິດນັ່ງພ້ອມຕິດຄຳປິວໃສ່ ນອກຈາກນັ້ນກໍ່ຍັງມີເສົາພະລາດຊະວັງເກົ່າ ແລະ ອີກຫຼາຍໆຢ່າງກໍ່ລ້ວນແຕ່ໃຊ້ສີນ້ຳກ້ຽງ. ໂດຍລວມແລ້ວໃນອະດີດແມ່ນລ້ວນແຕ່ເຊື້ອກະສັດເທົ່ານັ້ນທີ່ໃຊ້ເຄື່ອງປະດັບດ້ວຍສີນ້ຳກ້ຽງ, ຂຸນນາງຊັ້ນສູງ ແລະ ເຈົ້າກົກເຈົ້າເລົ່າໃນສະໄໝກ່ອນເພິ່ນກໍ່ໃຊ້ເຊັ່ນດຽວກັນ. ອີກຢ່າງໜຶ່ງເປັນສິ່ງທີ່ຢັ້ງຢືນ ແລະ ສະ ແດງໃຫ້ເຫັນກ່ຽວກັບການນຳໃຊ້ສີນ້ຳກ້ຽງຫຼວງພະບາງ ເປັນເມືອງທີ່ມີວັດວາອາຮາມຫຼາຍ ແລະ ຄົນໃນສະໄໝກ່ອນກໍ່ໄດ້ໃຊ້ສີນ້ຳກ້ຽງເຂົ້າໃນການປະດັບປະດາ ແລະ ຕົບແຕ່ງໃນສະຖານທີ່ສຳຄັນຕ່າງໆ ຂອງວັດເຊັ່ນ: ລາຍດອກຟອກ, ລາຍຝາຜະໜັງ ແລະ ແທ່ນພຣະໃນຫໍສິມ.

ໃນປະຈຸບັນສະພາບການບ້ານເມືອງປ່ຽນແປງພັດທະນາໄປຫຼາຍດ້ານ ການນຳໃຊ້ສີນ້ຳກ້ຽງກໍ່ຍັງມີແຜ່ຢູ່ ການປຸກສ້າງເຮືອນ, ອາຄານບ້ານພັກ, ໂຮງແຮມ ແລະ ເຮືອນຢູ່ອາໄສຂອງປະຊາຊົນທົ່ວໄປເພິ່ນກໍ່ຍັງໄດ້ນຳເອົາສິລະປະສີນ້ຳກ້ຽງຂຶ້ນມານຳໃຊ້ຕົບແຕ່ງ ແລະ ເພື່ອເປັນການອະນຸລັກ ເຫັນໄດ້ຄຸນຄ່າສິລະປະແບບພື້ນເມືອງລາວໃນສະໄໝກ່ອນ ເພື່ອຟື້ນຟູໃຫ້ຄົນລຸ້ນຫຼັງໄດ້ຮັບຮູ້ ແລະ ເຂົ້າໃຈໃນຄຸນຄ່າສືບທອດຕໍ່ໆໄປ.

ມະນີຫັດຖະກຳສີນ້ຳກ້ຽງລາວ ແມ່ນບ້ານຫັດຖະກຳໜຶ່ງທີ່ຕັ້ງຢູ່ເຂດພູວ່າວ ມີຜະລິດຕະພັນເຮັດດ້ວຍສີນ້ຳກ້ຽງຫຼາຍຊະນິດວາງສະແດງໃຫ້ແຂກທີ່ມາຢ້ຽມຢາມໄດ້ເບິ່ງໄດ້ຊົມ ເຊັ່ນ: ຊ້ານ້ຳກ້ຽງ, ພາເຂົ້າ, ພາຂວັນຖ້ວຍ, ຈານໃສ່ອາຫານ ໃສ່ໝາກໄມ້ ແລະ ໂອ, ຂັນຕ່າງໆ ທຸກຢ່າງແມ່ນເຮັດຂຶ້ນມາດ້ວຍວັດຖຸດິບຈາກທຳມະຊາດ ມີຮູບພາບປະສົມລວດລາຍ, ລະບາຍສີເຄືອບດ້ວຍນ້ຳກ້ຽງ, ມີຮູບເຊິ່ງບັນຍາຍກ່ຽວກັບວິຖີຊີວິດການເປັນຢູ່ຂອງຊາວຫຼວງພະບາງໃນອະດີດ, ມີທາດພູສີ, ທາດໂພນເພົາ, ວັດວາອາຮາມ ແລະ ສະຖານທີ່ທ່ອງທ່ຽວຕ່າງໆໃນຫຼວງພະບາງ, ຜະລິດຕະພັນເຫຼົ່ານີ້ລ້ວນແຕ່ເກີດມາຈາກຫົວຄິດປະດິດສ້າງ ແລະ ສີມືອັນປານີດຂອງຊາວເມືອງຫຼວງພະບາງ ເຊິ່ງໄດ້ມີຄວາມຫຼົງໄຫຼໃນສະເໜ່ ແລະ ຄວາມງົດງາມຂອງຊ້ານ້ຳກ້ຽງ ເຊິ່ງແມ່ນພູມປັນຍາຊາວບ້ານທີ່ໄດ້ຖ່າຍທອດກັນມາຫຼາຍເຊັ່ນຄົນແລ້ວ.

 

  1. ຈຸດພິເສດຂອງອົງປະກອບມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ.

2.1. ຜູ້ຖືປະຕິບັດ ທີ່ກ່ຽວຂ້ອງໂດຍກົງໃນການປະຕິບັດ ມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ

ຈາກການສອບຖາມ ແລະ ສໍາພາດບຸກຄົນ, ກຸ່ມຄົນພາຍໃນສູນຫັດຖະກໍາ ແລະ ຊຸມຊົນທີ່ຖືປະຕິບັດ ເຫັນໄດ້ວ່ານັບຕັ້ງແຕ່ອະດີດຈົນເຖິງປະຈຸບັນ ຫັດຖະກໍາສີນໍ້າກ້ຽງນີ້ເປັນວິຊາອາຊີບໜຶ່ງທີ່ສໍາຄັນຫລາຍທີ່ສຸດ ກ່ຽວກັບສິລະປະສະກຸນຊ່າງຫຼວງພະບາງ ເຊິ່ງແຕ່ລະສະກຸນຊ່າງແມ່ນກໍ່ມີຝີມືອັນປານີດ ແລະ ເປັນເອກະລັກສະເພາະຂອງໃຜລາວ ແຕ່ທຸກຜະລິດຕະພັນທີ່ເຮັດອອກມາຈາກພູມປັນຍາຂອງເຂົາເຈົ້າ ກໍ່ຍັງຄົງຮັກສາຮູບຊົງເອກະລັກທີ່ບົ່ງບອກເຖິງຫຼວງພະບາງກໍ່ຄືຂອງຊາດລາວເຮົາຢູ່ສະເໜີ ​ໃນ​ການ​ສ້າ​ງສັນງານ​ສິລະ​ປະ​ດ້ານ​ຕ່າງໆ​ໃຫ້​ພົ້ນ​ເດັ່ນ​ຍິ່ງ​ຂຶ້ນ ທັງ​ເປັນ​ການ​ຕໍ່​ຍອດ​ແຫ່ງ​ສິລະ​ປະກຳອັນຍອດຍິ່ງຂອງເຂົາເຈົ້າ, ຂັ້ນຕອນ ແລະ ກໍາມະວິທີການຜະລິດແບບສູດພື້ນເມືອງສະບັບດັ່ງເດີມ ແມ່ນກໍ່ຖືວ່າມີຫຼາຍຂັ້ນຕອນພໍສົມຄວນກ່ອນຈະຜະລິດມາໄດ້ອັນໜຶ່ງ ຖືວ່າຕ້ອງໃຊ້ເວລາພໍສົມຄວນກ່ອນຈະໄດ້ສິລະປະອັນງົດງາມ ແລະ ປານີດນີ້ອອກມາ ຄືດັ່ງທີ່ພວກເພິ່ນໄດ້ອະທິບາຍບອກເລົ່າຂັ້ນຕອນການຜະລິດຄືດັ່ງລຸ່ມນີ້:

ຂັ້ນຕອນ ແລະ ວິທີການຜະລິດແບບສູດພື້ນເມືອງບູຮານດັ່ງເດີມ ເຊິ່ງມີຄືດັ່ງລຸ່ມນີ້:

ກ. ວິທີການຕົບແຕ່ງດອກດວງຮູບແບບສ້າງລວດລາຍ ຂະມຸກໃສ່ກະຊ້ານ້ຳກ້ຽງມີ:

  • ລາຍເຄືອມີຂອບ: ຕິດດ້ວຍໝາກຖົ່ວພູປະດັບຢູ່ຕາມແຄມປາກກະຊ້າສີນ້ຳກ້ຽງ (ໝາຍເຖິງເຮັດໃຫ້ກະຊ້ານ້ຳກ້ຽງມີຄວາມງາມ ແລະ ຄວາມສາມັກຄີຂອງປວງຊົນ)

  • ລາຍດອກສ້ອຍສາ: ໝາຍເຖິງຄວາມສາມັກຄີຂອງປະຊາຊົນ ແລະ ທັງເປັນດອກໄມ້ທີ່ເພິ່ນໃຊ້ປະດັບໃນສັງຄົມຊັ້ນສູງ

  • ລາຍເຄືອດອກຜັກແວ່ນປະດັບຫູກະຊ້ານ້ຳກ້ຽງ: ໝາຍເຖິງຫຼັກໝັ້ນ ແລະ ຄວາມທ່ຽງຕົງ ພ້ອມທັງສ້າງຄວາມສວຍງາມໃຫ້ແກ່ຫູກະຊ້າ.

  • ແມງກະເບື້ອ: ປະດັບຢູ່ 4 ແຈຂອງກົ້ນກະຊ້າສີນ້ຳກ້ຽງ (ໝາຍເຖິງຄວາມມີກິ່ນຫອມຂອງກະຊ້າ ແລະ ສະອາດ ປາດສະຈາກສິ່ງເໝັນຄາວ)

  • ລາຍສ້ອຍສານ້ອຍ ແລະ ຫອຍຂາວນ້ອຍ: ໝາຍເຖິງຄວາມບໍລິສຸດ, ຄວາມສັດຊື່ຕໍ່ຕົນເອງ ແລະ ຜູ້ອື່ນ.

ຂ. ວິທີການປະສົມ ແລະ ເຮັດຂະມຸກລາວ ແບບຫຼວງພະບາງ:

- ນໍາເອົາຂີ້ເທົ່າມາໃສ່ຜ້າຫໍ່ແລ້ວເອົາແຊ່ນໍ້າໃຫ້ໄດ້ຄືນແລ້ວນໍາມາຕາກແດດໃຫ້ແຫ້ງຈິ່ງນໍາມາໃຊ້ໄດ້.

- ນໍາເອົານໍ້າກ້ຽງມາຕົ້ມປະມານ 15 ນາທີ ແລ້ວເອົາມາປະສົມກັບຂີ້ເທົ່າທີ່ກະກຽມໄວ້ຈາກນັ້ນນໍາມາ   ຕັດໄປຕາມລາຍດອກ.

- ທາສີນໍ້າກ້ຽງໃສ່ກະຊ້າແລ້ວເອົາດອກຂະມຸກມາຕິດໃສ່ກະຊ້າໄປຕາມຂັ້ນຕອນ ຕາມຈຸດທີ່ບົ່ງໄວ້ໃຫ້ລະອຽດສຳເລັດໄປຕາມຄາດໝາຍ (ປະໃຫ້ແຫ້ງ).

- ທຳຄວາມສະອາດດອກລາຍຂະມຸກແລ້ວ ຈາກນັ້ນກໍ່ທາສີນໍ້າກ້ຽງໃຫ້ຄົບໝົດທຸກດອກທີ່ຕິດໄວ້ ແລ້ວຈາກນັ້ນກໍ່ປະໃຫ້ແຫ້ງ ແລະ ທາສີນໍ້າກ້ຽງທີີ່ທຳຄວາມສະອາດດີນັ້ນຕື່ມ.

ຄ. ວິທີຕິດຄຳປິວໃສ່ດອກລາຍຂະມຸກ:

- ທາສີນໍ້າກ້ຽງໃສ່ດອກຂະມຸກໃຫ້ທົ່ວ ແລ້ວປະໄວ້ໃຫ້ແຫ້ງປະມານໜຶ່ງມື້ ໜຶ່ງຄືນ ຈາກນັ້ນກໍ່ເອົາຄຳປິວມາຕິດໃສ່ໃຫ້ທົ່ວດອກຂະມຸກ (ປະໄວ້ໃຫ້ແຫ້ງດີ ແລ້ວອານາໄມໃຫ້ລະອຽດ).

ງ. ວິທີຟອກດອກຄຳປິວໃສ່ສະຖານທີ່ຕ່າງໆທີ່ສໍາຄັນ:

- ເຮົາຈະແຕ້ມລວດລາຍໃສ່ເຈ້ຍຕາມທີ່ເຮົາຕ້ອງການ ແລ້ວເອົາສີ່ວມາສັບໄປຕາມດອກໃຫ້ລະອຽດ.

- ທໍາຄວາມສະອາດແຜ່ນສີນໍ້າກ້ຽງ ທີ່ໄດ້ທາສີນໍ້າກ້ຽງໄວ້ແລ້ວນັ້ນ ເພື່ອນໍາເອົາມາຟອກດອກ (ຄໍາປິວ) ໃສ່ຕາມຮູບດອກທີ່ສັບໄວ້ແລ້ວນັ້ນ.

- ເອົາສີນໍ້າກ້ຽງທາພື້ນຜິວທີ່ເຮົາຈະຟອກດອກປະໄວ້ປະມານ 2 ມື້ ທີ່ໃກ້ຈະແຫ້ງ ຫຼື ວ່າເອົາຝ້າຍ ຫຼື ແພທີ່ອ່ອນນຸ້ມຈຸບໃສ່ສີນໍ້າກ້ຽງ ຫຼື ຖູເຊັດຫຼາຍໆຄັ້ງຈົນເກືອບໃກ້ຈະແຫ້ງ ແລ້ວຈາກນັ້ນຈິ່ງຟອກລາຍຄຳປິວໃສ່ (ໝາຍຄວາມວ່າ: ບໍ່ໃຫ້ສີນໍ້າກ້ຽງໃນແຜ່ນນັ້ນແຫ້ງເກີນໄປໂພດ ບໍ່ດັ່ງນັ້ນຄຳປິວຈະບໍ່ຕິດ).

- ເມື່ອຟອກສໍາເລັດຕາມທີ່ເຮົາຕ້ອງການແລ້ວ ກໍ່ເອົາເຈ້ຍລາຍທີ່ເຮົາຕິດດອກຟອກນັ້ນອອກມາເຮັດຄວາມສະອາດຕາມຊ່ອງວ່າງຂອງລາຍທີ່ເຮົາຟອກນັ້ນ ເພື່ອໃຫ້ລາຍມີຄວາມຊັດເຈນເດັ່ນຂື້ນ.

ຈ. ວິທີຕິດແກ້ວສີໃສ່ສະຖານທີ່ ທີ່ສໍາຄັນຕ່າງໆໃຫ້ເປັນຮູບເນື້ອເລື່ອງຝາຜະໜັງ:

- ອອກແບບແຕ້ມຮູບລວດລາຍໃສ່ເຈ້ຍ ກະໃສ່ເນື້ອທີ່ບ່ອນຈະເຮັດຕົວຈິງຕາມເນື້ອເລື່ອງນັ້ນໆ. ໃນສະໄໝກ່ອນຢູ່ຕາມວັດວາອາຮາມ, ຫໍສິມ, ທາດ ແລະ ພະລາດຊະວັງເພິ່ນນິຍົມປະຕິບັດ.

- ຕ້ອງອານາໄມພື້ນຜິວບ່ອນເຮົາຈະຕິດແກ້ວໃສ່ນັ້ນ ໃຫ້ສະອາດແລ້ວທາສີນໍ້າກ້ຽງໃສ່ 2 ຫາ 3 ຄັ້ງ (ແຕ່ລະຄັ້ງປະໃຫ້ແຫ້ງ).

- ກະກຽມຕິດຂະມຸກ ຕິດໃສ່ບ່ອນຈະຕິດແກ້ວ (ຕິດໃຫ້ລະອຽດ ອານາໄມໄປພ້ອມໆກັນ).

ສ. ດ້ານເຕັກນິກ:

ໂຄງສ້າງກະຊ້ານໍ້າກ້ຽງ ແມ່ນສ້າງດ້ວຍໄມ້ປ່ອງຈັກສານເປັນຮູບຊົງອ່ອນນວນ ຕາມຄວາມຕ້ອງການຈາກນັ້ນກໍ່ລົງທາສີນໍ້າກ້ຽງເປັນຈໍານວນ 7 ຄັ້ງຕາມຂັ້ນຕອນດັ່ງນີ້:

  • ທາສີນໍ້າກ້ຽງໃສ່ກະຕ່າໄມ້ທີ່ສານເປັນຮູບຊົງສໍາເລັດນັ້ນ.

  • ນໍາເອົາມາຂັດແລ້ວ ເອົາສີນໍ້າກ້ຽງປະສົມກັບຂີ້ງົວ-ຂີ້ຄວາຍ ໂປ້ (ປະໃຫ້ແຫ້ງ).

  • ນໍາເອົາມາຂັດໃສ່ນໍ້າໃຫ້ລະອຽດ ແລ້ວເອົາສີນໍ້າກ້ຽງປະສົມຂີ້ດິນ ໂປ້ (ປະໃຫ້ແຫ້ງ).

  • ນຳເອົາມາຂັດໃສ່ນໍ້າໃຫ້ລະອຽດແລ້ວທາສີນໍ້າກ້ຽງ (ປະໃຫ້ແຫ້ງ) ແລ້ວເອົາມາຂັດໃສ່ນໍ້າໃຫ້ກ້ຽງລະອຽດ.

  • ນໍາເອົາມາຂັດໃສ່ນໍ້ໃຫ້ລະອຽດແລ້ວຈາກນັ້ນກໍ່ທາສີນໍ້າກ້ຽງ (ປະໃຫ້ແຫ້ງ) ແລ້ວເອົາມາຂັດໃສ່ນໍ້າໃຫ້ກ້ຽງລະອຽດ.

  • ກັ່ນຕອງນໍ້າກ້ຽງບໍ່ໃຫ້ມີຂີ້ຝຸ່ນ ແລ້ວເອົາມາທາໃຫ້ລະອຽດ (ປະໃຫ້ແຫ້ງ) ຫຼັງຈາກນັ້ນກໍ່ມາຂັດໃສ່ນໍ້າໃຫ້ມັນລຽບພຽງດີ.

  • ກັ່ນຕອງນໍ້າກ້ຽງບໍ່ໃຫ້ມີຂີ້ຝຸ່ນ ແລ້ວເອົາມາທາໃຫ້ລະອຽດເປັນຄັ້ງສຸດທ້າຍຂອງການທາສີນໍ້າກ້ຽງ (ປະໃຫ້ແຫ້ງ).

    1. .ຜູ້ອື່ນໃນຊຸມຊົນທີ່ກ່ຽວຂ້ອງໂດຍກົງແຕ່ມີບົດບາດໜ້ອຍ ແຕ່ເປັນຜູ້ທີ່ອໍານວຍປະໂຫຍດໃນການປະຕິບັດ ຫຼື ອໍານວຍຄວາມສະດວກ ຫຼື ການຖ່າຍທອດ: ໃນປະຈຸບັນນີ້ເຫັນໄດ້ວ່າການຜະລິດຫັດຖະກໍາສີນໍ້າກ້ຽງແບບສູດບູຮານສະໄໝດັ່ງເດີມແມ່ນຖືວ່າມີໜ້ອຍຫຼາຍແລ້ວ ເນື່ອງຈາກວ່າການເຮັດແບບສູດບູຮານແມ່ນໃຊ້ເວລາດົນກ່ອນຈະຜະລິດໄດ້ອັນໜຶ່ງ ແລະ ວັດຖຸດິບທີ່ຫາມາໄດ້ຈາກທໍາມະຊາດແແມ່ນມີໜ້ອຍ ແລະ ມີລາຄາແພງ ຈາກການລົງສໍາຫຼວດເກັບກໍາຂໍ້ມູນໃນຄັ້ງນີ້ເຫັນວ່າ ປະຊາຊົນໃນຊຸມຊົນອື່ນກໍ່ໄດ້ເຮັດຄືກັນ ລັກສະນະການເຮັດແມ່ນຈະເຮັດແບບກະຈັດກະຈາຍ ລັກສະນະຂະໜາດນ້ອຍແບບຄົວເຮືອນ ບໍ່ແມ່ນສ້າງເປັນສູນຫັດຖະກໍາ ບາງຄັ້ງຍັງເຫັນໄດ້ ປະຊາຊົນບາງຊຸມຊົນເຮັດກໍ່ແມ່ນເຮັດເພື່ອຈໍາໜ່າຍ ຫຼື ຂາຍເທົ່ານັ້ນ ເພື່ອສ້າງເປັນລາຍຮັບປະກອບອາຊີບເສີມ ວັດຖຸທີ່ນໍາມາຜະລິດສ່ວນໃຫຍ່ແມ່ນໃຊ້ວັດຖຸສະໄໝໃໝ່ທີ່ຂາຍຈາກທ້ອງຕະຫຼາດ ນໍາເອົາມາປະດິດຕົບແຕ່ງອອກມາ ການເຮັດກໍ່ແມ່ນໃຊ້ເວລາສັ້ນກວ່າ ຄຸນນະພາບການໃຊ້ງານກໍ່ອາດຈະບໍ່ທົນທານກວ່າການເຮັດແບບສູດບູຮານ.

2.3. ອົງປະກອບທີ່ເປັນວັດຖຸ ທີ່ກ່ຽວຂ້ອງກັບການປະຕິບັດ ຫຼື ການຖ່າຍທອດມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸ, ວັດສະດຸຕ່າງໆທີ່ປະກອບເຂົ້າໃນການກະກຽມໂດຍລາຍລະອຽດທຸກຂັ້ນຕອນ ເຊັ່ນ: ໄມ້ປ່ອງ(ໄມ້ໃຜ່), ໄມ້ແຮ້, ໄມ້ຮວກ ແລະ ສີນໍ້າກ້ຽງ ເຊິ່ງເປັນວັດສະດຸຕົ້ນຕໍເຊັ່ນ:

  1. ໄມ້ອັດ                                         9. ສີນໍ້າກ້ຽງ                                           

  2. ສິ່ວສຳລັບແກະສະຫລັກ ແບບ(ແມ່ພິມ)      10. ຜ້າແສ (ໃຊ້ຮ່ອນຂີ້ງົວ, ຂີ້ຄວາຍ, ຂີ້ເຖົ່າ, ຂີ້ດິນ)

  3. ເຈ້ຍ                                           11. ເຫຼັກ

  4. ນໍ້າມັນ                                         12. ຄໍາປິວ

  5. ລູກກິ້ງ                                         13. ແກ້ວສີ (ໃຊ້ປະດັບ)

  6. ແປງ                                           14. ດິນສີແດງ(ສີນໍ້າ)

  7. ກາວ                                           15. ຂີ້ງົວ, ຂີ້ຄວາຍ.

  8. ຂີ້ເຖົ່າ, ຂີ້ດິນ

Add comment


Security code
Refresh

ທ່ານກຳລັງຢູ່ທີ່: ຫນ້າທຳອິດ ແຫລ່ງມໍລະດົກ ມໍລະດົກທາງດ້ານວັດທະນະທຳ ຫັດຖະກໍາສີນໍ້າກ້ຽງ