LuangPrabang World Heritage

  •  
  •  
  •  

Font Size

Layout

Menu Style

Cpanel

ຮີດ 12 ຄອງ 14

ຮີດ 12 ກໍ່ຄື ບຸນປະເພນີປະຈຳ ແຕ່ລະເດືອນ ຄືເດືອນຈຽງ  ຮອດເດືອນ 12 ຂອງລາວ ເຊິ່ງເປັນປະເພນີທີ່ສືບທອດກັນມາ ແຕ່ບັນພະບູລຸດຂອງລາວ ແລະ ໃນປັດຈຸບັນຊາວລາວເຮົາຍັງ ສືບທອດ, ປະຕິບັນກັນເທົ່າທຸກວັນນີ້.

1
ໃນຮີດ ສິບສອງ ຫຼື ບຸນປະຈຳປີ ທີ່ມີຢູ່ 12 ເດືອນ ຂອງລາວນັ້ນ ໃນແຕ່ລະເດືອນຈະມີພິທີທຳບຸນ ແຕກຕ່າງກັນໄປ ແຕ່ສ່ວນໃຫ່ຍແລ້ວ ເປັນບຸນທີ່ມີພື້ນຖານ, ຄວາມເປັນມາທີ່ກ່ຽວຂ້ອງກັບສາສະໜາພຸດ ແລະ ສາສະໜາພາມ.

ບຸນປະຈຳເດືອນຈຽງ ຫຼື ເດືອນອ້າຍ ເດືອນໜຶ່ງຂອງລາວ ມີຂຶ້ນໃນເດືອນ ສິບສອງ ຂອງປີສາກົນ ເຊິ່ງເປັນໄລຍະເລີ່ມເຂົ້າອາກາດໜາວ ພິທີທາງສາສະໜາພຸດປະຈຳເດືອນນີ້ ກໍ່ແມ່ນ ບຸນເຂົ້າກັມ ຫຼື ປຣິດວາສກັມຂອງພະພິກຸຂສົງ ບຸນເຂົ້າກັມນີ້ມີການປຸກຕູບຜາໃບ ຢູ່ໃນປ່າໂຄກ ກ້ອງຕົ້ນຈິກ, ຕົ້ນຮັງ ຫຼື ແຄມປ່າຊ້າ ໃຫ້ຄົບຕາມຈຳນວນພະພິກຸຂທີ່ຈະເຂົ້າກັມ ຕູບກັມນັ້ນ ໃຊ້ຜ້າຫຸ້ມອ້ອມຮອບດ້ານ ບໍ່ໃຫ້ສ່ອງເຫັນທາງໃນ ແລະ ທາງໃນກໍ່ສ່ອງ ບໍ່ໃຫ້ເຫັນທາງນອກ ເຊື່ອກັນວ່າ ເປັນການບໍ່ໃຫ້ຖືກລົບກວນຈາກໂລກທາງນອກ, ແລະ ເພື່ອໃຫ້ພະພິກຸຂສົງທີ່ເຂົ້າກັມນັ້ນ ໃຫ້ມີສະມາທິກໃນການເຂົ້າກັມ ບໍ່ໃຫ້ຈິດໃຈມີຄວາມສັບສົນວຸ້ນວາຍ.

ພະພິກຸຂສົງທີ່ເຂົ້າກັມນັ້ນ ຕ້ອງຖືຄອງ ເອກາ ຄືສັນເຂົ້າຄາບດຽວ ການເຂົ້າກັມນັ້ນຕາມປົກກະຕິແລ້ວ ຈະໃຊ້ເວລາ 17 ມື້ ແຕ່ບາງທ້ອງຖິ່ນໃຊ້ເວລາ ສອງອາທິດ ກໍ່ມີ ການຖວາຍອາຫານແກ່ ພະພິກຸຂສົງທີ່ເຂົ້າກັມນັ້ນ ຖືວ່າ ໄດ້ບຸນຫຼາຍເປັນພິເສດ ສະນັ້ນພຸທບໍຣິສັດຊາວບ້ານ ຈຶ່ງນິຍົມຄົວອາຫານທີ່ແຊບ ໃຫ້ພະ ແລະ ຈົວ ຊຶ່ງຖືຄອງ ເອກາ ສັນເຂົ້າຄາບດຽວ ໄດ້ສັນອາຫານທີ່ແຊບ.

ປະເພນີບຸນເຂົ້າກັມນີ້ ມີສືບເນື່ອງມາ ແຕ່ ສະໄໝພຸທການ ທີ່ຈິງແລ້ວການເຂົ້າກັມແມ່ນການເຂົ້າກັມມະຖານ ຫຼື ສົມຖະກົມຖານແນວໜຶ່ງ ເປັນການປະຕິບັດທັມຂອງພະສົງ ໃນທີ່ສະງັດ ເປັນການໃຊ້ກັມອັນໜຶ່ງ ຕາມລັກທັມມະ ກະຕັນຍູກະຕະເວທີ ( ຄື ພະພິກຸຂສົງ ທີ່ເຂົ້າກັມນັ້ນ ຈະສົງກະແສຈິຕ ໄປຫາພໍ່ແມ່, ຄູອາຈານ ແລະ ຍາດຕິພີ່ນ້ອງ ຜູ້ມີອຸປກາຣະຄຸນ ທີ່ລ່ວງລັບໄປແລ້ວ ດ້ວຍການສາລະພາບຄວາມຜິດ ທີ່ຕົນໄດ້ກະທຳຂຶ້ນໃນອາດີຕ ດ້ວຍກາຍ ວາຈາ ແລະ ໃຈ ແລະ ສົ່ງກະແສຈິຕ ພາວະນາ ໃຫ້ດວງວິນຍານຂອງຜູ້ລ່ວງລັບໄປແລ້ວນັ້ນ ໄປເກີດທີ່ດີເຖິງສຸກ ) ແຕ່ບໍ່ແມ່ນການລ້າງບາບຄືສາສະໜາອື່ນໆ.

ໃນມື້ສຸດທ້າຍຂອງການເຂົ້າກັມນັ້ນ ຊາວບ້ານຈະພາກັນຄົວອາຫານທີ່ແຊບເປັນພິເສດ ໄປຖວາຍພະພິກຸຂສົງ ເຊັ່ນດຽວກັບມື້ເຂົ້າກັມ ເພາະພະສົງທີ່ຖືຄອງ ເອກາ ສັນເຂົ້າຄາບດຽວມາໄດ້ຫຼາຍມື້ແລ້ວນັ້ນ ຈະໄດ້ເລີ່ມສັນທັງ ຈັງຫັນ ແລະ ເພນ ຈາກນັ້ນຈະກັບຄືນສູ່ວັດ ປະຕິບັດສາສະໜາກິດ ແບບປົກກະຕິ.

ສຳລັບຊົນຊາດຊົນເຜົ່າຕ່າງໆ ໃນລາວ ທີ່ຖືສາສະໜາພຸທນັ້ນ ກໍ່ປະຕິບັດແບບດຽວກັນ ຍົກເວັ້ນ ຊາວລາວເຜົ່າມົ້ງ ສ່ວນໃຫ່ຍຍັງຖືສາສະໜາຜີຢູ່ ຈະສະຫຼອງປີໃໝ່ຂອງເຜົ່າຕົນເອງ ເຊິ່ງມັກຈະສະຫຼອງໃນເດືອນຈຽງນີ້ເອງ.

2
ບຸນປະຈຳເດືອນຍີ່ ( ເດືອນທີ່ສອງ ) ຂອງປີ ໃນຮີດ ສິບສອງຂອງລາວ ແມ່ນບຸນ ຄູນເຂົ້າ ເຊິ່ງປະຊາຊົນລາວສືບທອດກັນມາ ປະເພນີ້ ມີຂື້ນຫຼັງຈາກຊາວໄຮ່ນາ ເຊັດສີ້ນຈາກການເກັບກ່ຽວເຂົ້າ ໄຮ່,ນາ (ຄູນ)ແປວ່າ: ເຮັດໃຫ້ມີຫຼາຍຂື້ນ ນີ້ກໍ່ເພື່ອເຮັດໃຫ້ການເກັບກ່ຽວເຂົ້າ ໃນປີຕໍ່ໄປ ໄດ້ຫມາກຜົນ ຫຼາຍຂື້ນນັ້ນເອງ.

ກ່ອນຮອດລະດູກ່ຽວເຂົ້າຊາວໄຮ່ນາພາກັນເຮັດລານເຂົ້າໄວ້ລ່ວງໜ້າ ແປງດີນຂອງລານ ເຂົ້າໃຫ້ ຮາບພຽງບາງຄົນກໍ່ເອົາຂີ້ຕົມທາໃຫ້ກຽ້ງ ແລ້ວຕາກເເດດຈົນພື້ນທີ່ຂອງລານເຂົ້ານັ້ນແຫ້ງ ຫຼັງຈາກກ່ຽວ ເຂົ້າຕາກໄວ້ກັບຕໍເຟືອງ ປະມານສີ່-ຫ້າມື້ ເຫັນວ່າເຂົ້າແຫ້ງດີແລ້ວ ກໍ່ເອົາເຂົ້າມາໄວ້ລານເຂົ້າ ເພື່ອຟາດ ເອົາເຂົ້າເປືອກ ກອງໃສ່ໃນລານ ກ່ອນທີ່ຈະຂົນເອົາເຂົ້າເປືອກມາໃສ່ເລົ້າໃສ່ສາງ ກໍ່ມີບຸນຄູນເຂົ້າ ຕາມປະເພນີ. ແຕ່ກ່ອນຕາມປະເພນີດັ້ງເດີມ ການກ່ຽວເຂົ້າໄຮ່, ນາ ນິຍົມວານກັນໄປຊ່ວຍ ເຈົ້າ, ຂ້ອຍ ຜົວ ບໍ່ຢູ່ໃຫ້ເມຍໄປຕາງ ໂດຍບໍ່ມີການຈ່າຍຄ່າແຮງງານ ເຊິ່ງເຈົ້າຂອງໄຮ່, ນາ ພຽງແຕ່ລ້ຽງເຂົ້າສາມັກຄີ, ການຟາດເຂົ້າ ກໍ່ເຊັ່ນດຽວກັນ ມີການວານກັນ ແລະ ຂົນເອົາເຂົ້າເປືອກ ຈາກລານເຂົ້າໄປຍັງບ້ານເຮືອນ ກໍ່ມີການວານກັນໄປຊ່ວຍ ຫຼື ເອີ້ນການວ່າ: ເອົາແຮງກັນ.

ການເຮັດບຸນຄູນເຂົ້ານີ້ກໍ່ແມ່ນພິທີລ້ຽງຜີໄຮ່, ນາ ທີ່ຖືວ່າເປັນເທວະດາ ຮັກສາໄຮ່ນາ ຮົ້ວສວນໃຫ້ ເຮົານີັ້ນເອງ. ພິທີລ້ຽງຢ່າງນ້ອຍກໍ່ມີການຂ້າໄກ່ ເຫຼົ້າຢາ ປາແປ້ງ ເຂົ້າດຳ, ເຂົ້າແດງ ເຄື່ອງຄາວຂອງ ຫວານ ສານຕາແຫຼວ ປັກໃສ່ສີ່ແຈ ລານເຂົ້າເຮັດກະທົງ 9 ຫ້ອງສຳລັບໃສ່ອາຫານລ້ຽງເທວະດາ ອາຮັກ ຫຼື ຜີໄຮ່,ນາ ມີດອກໄມ້ທູບທຽນບູຊາ ກວານຈ້ຳ ຈະເປັນຜູ້ທໍາໜ້າທີ່ ອັງເຊີນເທວະດາ ທີ່ຮັກສາໄຮ່ນາ ຮົ້ວ ສວນນັ້ນ ມາກິນຈາກກະທົງ ຊາວໄຮ່ນາບາງຄອບຄົວ ກໍ່ທຳພິທີບຸນຄູນເຂົ້າ ຢູ່ເຮືອນ ນິມົນພະສົງສັນເຂົ້າ ແລະ ສູດ ປະຣິຕະມຸງຄົນເພື່ອຮັບເອົາຂັວນເຂົ້າ ມາສູ່ເລົ້າສູ່ສາງ ເພື່ອເຂົ້າໄຮ່ເຂົ້ານາ ໃນລະດູເກັບກ່ຽວ ຕໍ່ໆໄປ ມີໝາກຜົນທະວີຍີ່ງໆຂື້ນ.

ນອກຈາກ ບຸນຄູນເຂົ້າ ຫຼື ບຸນກອງເຂົ້ານີ້ແລ້ວ ສະໄໝກ່ອນ ຊາວບ້ານຈະພາກັນໄປຊອກຫຼົວ ຊອກເຟືອງກາງປ່າ ມາໄວ້ດັງ ເພາະເປັນຍາມໜາວ ອາກາດແຫ້ງ.
ມີຄຳກອນ ບູຮານກ່ຽວກັບບຸນຄູນເຂົ້າຕອນໜຶ່ງກ່າວໄວ້ດັ່ງນີ້:
ຮີດໜຶ່ງນັ້ນ ພໍເມື່ອເດືອນຍີ່ຍ້າຍ   ເຂົ້າເຂດລະດູໜາວ
ເຫມັນຕ໌ ວາໂຍພັດ   ເຍືອກເຢັນກາຍເນື້ອ
ລາວມີບຸນຄູນເຂົ້າ   ຫຼັງລະດູການເກັບກ່ຽວ
ຟາດເຂົາເປືອກ ກອງໃສ່ໄວ້   ລານກ້ວາງໄຮ່ນາ
ມີການບູຊາເຈົ້າ   ອາຣັກຂານາໄຮ່
ປັກຕາແຫຼວສີ່ດ້ານ  ລານເຂົ້າຮາບພຽງ
ກວານຈ້ຳອັງເຊີນເຈົ້າ   ເທວະດາເຈົ້າຖິ່ນ
ຜີໄຮ່ນາພ່ຳພ້ອມ   ເຊີນເຈົ້າພ່ຳສະເຫວີຍ
ມີຂອງຫວານຄາວພ້ອມ   ທັງສຸຣາແກ້ວໃຫຍ່
ຂ້າໄກ່ຄົບເຄື່ອງຫ້າງ   ວາງໄວ້ຂອບນາ
ຂົນເຂົ້ານາມາໄວ້   ໃນເຮືອນລົ້ນໄທ່
ຂົນເຂົ້າໄຮ່ມາໃສ່ເລົ້າ   ຄູນເຂົ້າໃສ່ສາງ
ມວນບ່າວສາວໜຸ່ມນ້ອຍ   ອອກປ່າພະນາເຂົາ
ຊອກຫາຫຼົວຫາຟືນ   ຊູເຮືອນຕຽມໄວ້
ບໍ່ໄດ້ໄລລາປີ້ນ   ປະເພນີລາວແຕ່ເກົ່າ
ບຸນຄູນເຂົ້າ ລາວແຕ່ເຄົ້າ   ຮັກສາໄວ້ບໍ່ເຊື່ອສູນແທ້ນາ

3c ເປັນບຸນທີ່ປະຊາຊົນຊາວລາວເຮົາ ປະຕິບັດກັນມາແຕ່ບູຮານນະການ, ໃນສະໄໝພຸດທະການນັ້ນ ມີນິທານເລົ່າກັນມາວ່າ ຍັງມີຍີງທາສີ ທີ່ຍາກຈົນຜູ້ໜຶ່ງ ມີອາຊີບຮັບຈ້າງເຮັດເຂົ້າຈີ່ ໃຫ້ມະຫາເສດຖີ ໃນ ນະຄອນ ຣາຊະຄຶຫ໌ ປະເທດອິນເດຍ ນາງຈະນວດແປ້ງ ແລະ ອົບແປ້ງເຂົ້າຈີ່ ໃນເວລາກາງຄືນເປັນປະຈຳ.

ໃນຄືນໜຶ່ງ ເຊິ່ງເປັນວັນເພັງເດືອນສາມ ພະຈັນເຕັມດວງ ຫຼັງຈາກອົບເຂົ້າຈີ່ແລ້ວ ນາງຢຸດພັກຜ່ອນ ແລະ ຈະອອກໄປນອກເຮືອນ ໄປຊົມແສງຈັນອັນສະຫ່ວາງສະໄຫວ ນາງຫຼຽວໄປທາງທິດເໜືອກ້ຳພູຄີສກູຕ ເຊິ່ງເປັນປະທັບຂອງສຳມາສຳພຸດທະເຈົ້າ ແລະ ພຸທສາວົກ ນາງເຫັນແສງໄຟເຮື່ອເຮືອງທົ່ວບໍລິເວນພູ ຄິສກູດ ໃນຍາມລາຕີທີ່ງຽບສະງັດ ພາໃຫ້ນາງແປກໃຈ ແລະ ຄິດຄຳນຶງວ່າ ອົງພະສຳມາສຳພຸດທະເຈົ້າ ຊົງປະຊວນບໍ່ຫຼືວ່າມີເຫດການອັນໃດໜຶ່ງເກີດຂື້ນ ຈຶ່ງມີການໄຕ້ໄຟ ສະຫວ່າງເຊັ່ນນັ້ນ.

ໃນວັນຮຸ່ງເຊົ້າມື້ຕໍ່ມາ ຍີງຍາກຈົນດັ່ງກ່າວຊຶ່ງມີຄວາມຕັ້ງໃຈທີ່ຈະຍ່າງຂື້ນໄປຍັງພູຄີສກູຕ ເພື່ອຢາກ ຮູ້ວ່າມີເຫດການອັນໃດໜຶ່ງເກີດຂື້ນແກ່ພະອົງ ສັມມາສັມພຸທເຈົ້າ, ກອ່ນອອກຈາກເຮືອນນາງ ໄດ້ເອົາເຂົ້າ ປຽນ ປະສົມນ້ຳ ຄັ້ນ ແລ້ວປັ້ນເປັນກ້ອນ ຂາງໄຟໃຫ້ສຸກ ຈົນແຫ້ມ ມີກິ່ນຫອມ ເພື່ອກິນເປັນອາຫານເຊົ້າ ບັງເອີນນາງຫຼຽວໄປເຫັນ ພະພຸທເຈົ້າສເດັດອອກບິນດະບາດ ຍ່າງມາແຕ່ໄກ ມີພະອານົນທ໌ ຍ່າງມາຕາມ ຫຼັງພະອົງ ນາງມີຈິດໃຈສັດທາ ຢາກຖວາຍບິນດະບາດ ແຕ່ບໍ່ມີຫຍັງພໍທີ່ແຊບນົວ ສຳລັບຖວາຍພະອົງ ມີ ແຕ່ເຂົ້າຈີ່ສອງກ້ອນ ທີ່ນາງຫາກໍ່ປັ້ນສຸກ ດ້ວຍສັດທາອັນແຮງກ້າ ນາງເອົາເຂົ້າຈີ່ສອງກ້ອນ ນັ້ນຖວາຍໃສ ບາດ ພະພຸທເຈົ້າກ້ອນໜຶ່ງ ແລະ ອີກກ້ອນໜຶ່ງຖວາຍໃສ່ບາດພະອານົນທ໌ ນາງຮູ້ສຶກປາບປື້ມດີໃຈທີ່ສຸດ ທີ່ໄດ້ກະທຳສິ່ງນັ້ນຕໍ່ພະອົງ ອັນນີ້ແມ່ນທີ່ມາຂອງບຸນເຂົ້າຈີ່.

ອີກນິທານໜຶ່ງ ເລົ່າກັນວ່າ ໃນມື້ວັນເພັງເດືອນສາມເຊິ່ງເປັນວັນມາຄະບູຊາ ພຸທບໍຣິສັດ ພາກັນທຳ ບຸນຖວາຍພັຕຕະຫານແກ່ ອົງສັມມາສັມພຸດທະເຈົ້າ ແລະ ພິຂຸສົງສາວົກ ຢູ່ໃນສວນອຸທິຍານ ອິດສິປັຕຕະ ນະ ມິຄະທາຍະວັນໃນກຸງ ຣາຊະຄຶຫ໌ ເວລານັ້ນ ມີລີງຈັງໄລໝູ່ໜຶ່ງ ລັກເອົາເຂົ້າທີ່ພຸທບໍຣິສັດຕຽມ ໃສ່ພາ ຕັ້ງໄວ້ ເພື່ອຖວາຍພະພຸດທະເຈົ້າ ໄປຖີ້ມໃສ່ກອງໄຟ ພຸທບໍຣິສັດ ພາກັນຍາດເອົາເຂົ້າຈີ່ລີງ ຖີ້ມລົງກອງ ໄຟນັ້ນອອກ ແຕ່ເຂົ້າທີ່ຖືກໄຟລົນແຫ້ມນັ້ນ ເກີດມີລົດຫອມ, ແຊບນົວ ແລະ ພາກັນເອົາເຂົ້າຈີ່ນັ້ນ ຖວາຍ ພະພຸທເຈົ້າ ຈຶ່ງກາຍມາເປັນບຸນເຂົ້າຈີ່ ປະຕິບັດສືບຕໍ່ກັນມາຮອດຊູ່ມື້ນີ້.

ສະນັ້ນ ມື້ເພັງເດືອນສາມ ຂອງທຸກໆປີ ຊາວພຸທບໍຣິສັດຈະພາກັນລຸກແຕ່ເຊົ້າ ໜຶ້ງເຂົ້າເຮັດເຂົ້າຈີ່ ໂດຍການໜ່ຽງເຂົ້າໃຫ້ໜຽວ ເອົາເກືອໂຮຍໜ້ອຍໜຶ່ງ ພໍໃຫ້ມີລົດເຄັມຕົບເປັນແຜ່ນຫຼືລໍ້ໃຫ້ຍາວ ສຳຣັບກ້ຽວ ໄມ້ ຫີບຫຼື ໄມ້ດ້າມ ເພື່ອປີ້ງຫຼື ຂາງໃສ່ຖ່ານໄຟແດງ ບາງຄົນກໍ່ເອົາທາໃສ່ໄຂ່ຫຼືປາ ແດກໃຫ້ມີລົດ ແຊບ ນົວ ຕາມແຕ່ຜູ້ມັກ ສຸກແລ້ວກໍ່ເອົາຖວາຍພະພິຂຸສົງ ພ້ອມກັບອາຫານແນວອື່ນ ປະເພນີບຸນເຂົ້າຈີ່ນີ້ ແມ່ນ ມື້ດຽວກັນກັບບຸນມາຄະບູຊາ ຄວາມສຳຄັນຂອງບຸນ ມາຄະບູຊາ ກໍ່ຄືເປັນວັນ ຈະຕຸຣງຄ໌ສສັນນິບາຕ ເຊິ່ງແປວ່າ ກອງປະຊຸມ ຄົບອົງສີ່ ຄືວັນເພັງເດືອນສາມ ວັນອຸໂປສົດ ພະອໍຣະຫັນພັນສອງຮ້ອຍຫ້າສິບອົງ ມາປະຊຸມກັນແບບບໍ່ໄດ້ ນັດ ໝາຍພະອໍຣະຫັນເລົ່ານັ້ນລ້ວນແຕ່ ບັນລຸອະພິນຍານ 6 ພະອໍຣະຫັນເຫຼົ່ານັ້ນ ລ້ວນແຕ່ເປັນເອຫິພິກຂຸ ຄືພະພຸທເຈົ້າ ເປັນພະອຸປະຊາ ບວດໃຫ້ໂດຍກົງ.

ໃນກອງປະສົງ ທີ່ມີຊື່ວ່າ! ຈະຕຸຣົງຄ໌ສັນນິບາດ! ນັ້ນພະພຸດທະເຈົ້າໄດ້ຊົງປະທານ ໂອວາທະປະ ຕິໂມກຂ໌ ຄືຫຼັກການສຳຄັນຂອງສາສະໜາພຸທ ແກ່ພະສົງສາວົກເປັນເທື່ອທຳອິດ ສນັ້ນ ໃນວັນມາຄະ ບູຊາ ມື້ເພັງເດືອນສາມ ທຸກວັດມີການເຕົ້າໂຮມ ຟັງທັມມະເທສນາ ແລະ ຖວາຍເຂົ້າຈີ່ແກ່ພະພິຂຸສົງຕອນຄ່ຳ ມີການຟັງເທດ ມີພິທີວຽນທຽນອ້ອມສີມ ແລະ ພະທາດເຈດີສາມຮອບ ເພື່ອລຳລຶກເຖິງ ຄຸນ ງາມຄວາມດີ ຂອງພະສັມມາສັມພຸທເຈົ້າ ທີ່ດັບຂັນປະຣິນິພານ ໄປແລ້ວນັ້ນ

4cບຸນປະຈຳເດືອນສີ່ ຕາມຮີດ 12 ຂອງລາວ ແມ່ນບຸນ ພະເວດ ຫຼື ບຸນພະເວດສັນດອນ ແລະ ເອີ້ນກັນວ່າ: ບຸນມະຫາຊາດ ມູນເຫດເນື່ອງມາຈາກ ພະຄຳພີມາໄລໝື່ນ ມາໄລແສນ ທີ່ບົ່ງໄວ້ວ່າ ຖ້າຜູ້ໃດປາຖະໜາຢາກພົບ ພະສີອານ ຫຼື ອະຣິຍະເມຕໄຕ ຫຼື ຢາກ ເຂົ້າເຖິງສາສະໜາພຸທ ອັນເປັນຄຳສອນ ຂອງ ພະພຸທເຈົ້າ ບໍ່ໃຫ້ຂ້າຕີບິດາມານດາ ສມນະພາມ ຄູອາຈານ ບໍ່ຍຸຍົງໃຫ້ພະສົງແຕກສາມັກຄີ ແລະ ໃຫ້ຟັງ ທັມມະເທສນາ ເຣືອງມະຫາເວດສັນດອນຊາດົກ ເຊິ່ງມີຢູ່ 13 ກັນ ໃຫ້ຈົບສີ້ນພາຍໃນວັນດຽວ.

ເລື່ອງພະເວດສັນດອນ ທີ່ມີຢູ່ໃນພະຄຳພີທັງ 13 ກັນນັ້ນ ແມ່ນລຳດັບເຫດການຂອງການໃຫ້ທານ ການເສຍສະລະ ແລະ ການທຳບຸນຂອງ ພະເວດສັນດອນ ແຕ່ລະຊາດທີ່ພະອົງເກີດມາ ກ່ອນຈະໄດ້ຕັດ ສະລູ້ ເປັນພະສັມມາສັມພຸທເຈົ້າ ຕາມປົກກະຕິແລ້ວ ບຸນພະເວດໃຊ້ເວລາສາມມື້ສາມຄືນ

ມື້ທຳອິດແມ່ນການຫ້າງຫາ ປຸກຜາສາດເຜີ້ງໃສ່ໃນສີມຫຼືຫໍແຈກທີ່ເຫັນວ່າ ກ້ວາງຂວາງພໍສຳລັບ ພຸທບໍຣິສັດ ນັ່ງຟັງເທດອ້ອມຜາສາດນັ້ນ ບາງວັດທີ່ບໍ່ປຸກຜາສາດເຜີ້ງ ກໍ່ໃຊ້ທັມມາສ ໃຫ້ພະນັ່ງເທດ ສ່ວນຜາສາດເຜີ້ງນັ້ນ ໃຊ້ໄມ້ໄຜ່ເປັນເສົາສີ່ເສົາ ເອົາໄມ້ໄຜ່ສານ ເພື່ອເຮັດເປັນຖັນຂອງຜາສາດ ໂອບດ້ວຍກ້ານກ້ວຍສຳລັບປັກ ດອກໄມ້ເຜີ້ງ ມີການເຕົ້າໂຮມຕົ້ນກາລະພຶກ ແລະກັນເທດ ຕັ້ງໄວ້ອອ້ມຜາສາດ ຫຼື ທັມມາສ ບ່ອນທີ່ພະຈະເທດນັ້ນ ຕອນແລງ ຄ່ຳຂອງມື້ທຳອິດ ມີການໄຫວ້ພະຮັບສິນ ວຽນທຽນ ອອ້ມສີມຫຼື ພະທາດເຈດີ ສາມຮອບພາຍໃຕ້ການ ນຳຂອງພະພິຂຸສົງ ຟັງສູດໂພທິສັດ ບັ້ນຕົ້ນ ແລະ ບັ້ນປາຍ ອັນເປັນການບັນຍາຍເຖິງບາລະມີ ທີ່ພະເວດສັນດອນໄດ້ບັມເພັນມາ.

ໃນຕອນເຊົ້າມືດມື້ຕໍ່ມາປະມານ 3 ໂມງເຊົ້າ ມີການແຮ່ເຂົ້າພັນກ້ອນອອ້ມສີມສາມຮອບ ! ເຂົ້າພັນກອ້ນແມ່ນຊື່ສົມມຸດຂອງອາຫານ ! ແລະ ເຂົ້າຕົ້ມເຂົ້າໜົມ ທີ່ຊາວບ້ານຈະຖວາຍເປັນ ຈັງຫັນໃຫ້ພະສັນ ນັ້ນເອງ ໃນຕອນເຊົ້າມີການໄຫວ້ພະຮັບສິນຖວາຍສັງຄະທານ ແລະ ຖວາຍຈັງຫັນແກ່ພະພິຄຸສົງ ຫຼັງຈາກຈັງຫັນແກ່ພະພິຂຸສົງ !ຫຼັງຈາກພະສັນເຂົ້າ! ມີການຟັງເທດມາໄລໝື່ນ ມາໄລແສນ ຈາກນັ້ນກໍ່ເລີ່ມຕົ້ນ ເທດມະຫາຊາດ ເຊິ່ງມີຢູ່ 13 ກັນ ໃຫ້ແລ້ວພາຍໃນມື້ດຽວ.

ມະຫາຊາດທັງ 13 ກັນນັ້ນ ກໍ່ມີທົສພອນ ຄືພະອິນໃຫ້ພອນ ສິບປະການແກ່ນາງພຸສດີ ກັນຕໍ່ໄປກໍ່ແມ່ນຫິມະພານ ຕອນພະເວດເດີນດົງຢູ່ໃນປ່າຫິມະພານ ທີ່ເຕັມໄປດ້ວຍຫິມະໜາວຈັດ ທານະຂັນ ແມ່ນບັ້ນພະເວດ ໃຫ້ທານເຊິ່ງມີທານຊ້າງ ທານມ້າ ນອກຈາກນັ້ນກໍ່ມີກັນ ວັນນະພະເວດຕອນພະເວດເດີນດົງຢູ່ໃນປ່າທີ່ເຕັມໄປດ້ວຍເສືອສິງ ຈຸລະພົນມະຫາພົນ ກຸມມານບັ້ນຕົ້ນ ກຸມມານບັ້ນປາຍ ທີ່ບັນລະຍາຍເຖິງຄວາມທຸກ ຂອງກັນຫາຊາລີ ທີ່ພະເວດສັນດອນ ມອບໃຫ້ເປັນທານແກ່ພາມ, ມັດທີ ແມ່ນຕອນພະນາງມັດທີໂສກເສົ້າຫາກັນຫາສາລີທີ່ທານໃຫ້ແກ່ພາມ ແລະ ພາມທຸບຕີ ຊູຊະກະເປັນຊື່ຂອງພາມທີ່ພະເວດສັນດອນມອບກັນຫາສາລີ ໃຫ້ເປັນທານແລະ ສັກກະຕິ ຄືຫົກກະສັດມາປະຊຸມກັນ ເພື່ອແຫ່ພະເວດສັນດອນເຂົ້າເມືອງ ແລະ ກັນສຸດທ້າຍແມ່ນມະຮາ ມະຫາຣາຊ

ພະເວດສັນດອນທັງ 13 ກັນນີ້ແມ່ນລຳດັບເຫດການຊີວະປະຫວັດໃນການບຳເພັນການກູສົນ ການເສຍສະລະ ການບໍລິຈາກໃຫ້ທານແລະ ການໃຊ້ເວນໃຊ້ກຳຂອງພະເວດສັນດອນກອນຈະໄດ້ຕັດສະລູ້ ເປັນສຳມາສັມພຸດທະເຈົ້າ ພະເວດສັນດອນຊາດົກ ແມ່ນວັນນະຄະດີຊັ້ນເອກເລື່ອງນຶ່ງຂອງລາວທີ່ນັກປາດໂບຮານໄດ້ຣິຈນາເລື່ອງ ເປັນໜັງສືເທດ ຄຳກອນໃຊ້ລັກການຂຽນ ບັນທຶກໃສ່ໃບລານ 13 ຜູກດ້ວຍກັນເພື່ອໃຫ້ພະສົງເທດ ເຜີຍແຜ່ມາໄດ້ຫລາຍສະຕະວັດແລ້ວ ແຕ່ລະຜູ້ມີລີລາໃຊ້ສຽງໃນການເທດຕ່າງກັນ.

ຕາມປົກກະຕິກັນເທດທັງ 13 ນັ້ນ ແມ່ນເອົາໄປຕັ້ງໄວ້ອ້ອມຜາສາດເຜີ້ງ ບ່ອນພະນັ່ງເທດ ເມື່ອເວລາພະເທດຈົບລົງແຕ່ລະກັນ ຜູ້ເປັນເຈົ້າສັດທາກັນເທດກໍ່ຈະຖວາຍກັນເທດນັ້ນທັນທີ່ ບາງເທື່ອກໍ່ມີກັນຫອນ ຫຼືກັນແຖມສົມພານ ແກ່ພະທີ່ເທດ ການເທດທີ່ດຳເນີນມາແຕ່ເຊົ້ານັ້ນ ຈະສິ້ນສຸດລົງໃນເວລາກາງຄືນຂອງມື້ດຽວກັນຕາມຫຼັກການແລ້ວບຸນພະເວດຈະຈັດຂື້ນໃນມື້ອອກໃໝ່ 15ຄໍ່າ ຫຼືວັນເພັງເດືອນສີ່ຂອງທຸກໆປີຕາມຮີດ 12ຂອງລາວ.

ເດືອນສີ່ເປັນເດືອນດອກຈິກ, ດອກຈັງພວມບານບ່າວສາວຈະພາກັນ ເຂົ້າປ່າຊອກ ເກັບດອກ ໄມ້ ຈິກ ,ໄມ້ຮັງ ມາຕາກໄວ້ໃຫ້ແຫ້ງສຳລັບບົດເປັນຜົງໂຮຍ ນ້ຳສົງພະພຸທຮູບໃນເດືອນຫ້າ ມີຄຳເຕືອນຂອງ ເຖົ້າແກ່ບູຮານຊຶ່ງເປັນກາບກອນຕອນນຶ່ງເວົ້າວ່າ: ເດືອນສີ່ມາຮອດແລ້ວ ໃຫ້ເກັບດອກບຸບຜາ ຫາມາລາ ດວງຫອມຊູ່ຄົນຕຽມໄວ້ ຢ່າໄດ້ໄລຄອງນີ້ປະເພນີເດີມຕັ້ງແຕ່ເກົ່າ ຮີດ12ລາວຕັ້ງແຕ່ເຄົ້າ ປະຕິບັດໄດ້ຊິ ຊຸ່ມເຢັນແທ້ນາ.

5a 5aaM5    ບຸນປີໃໝ່ລາວ ບຸນປີໃໝ່ລາວ ຫຼື ຕຸຣສສົງການ ເປັນປະເພນີນິຍົມ ທີ່ໄດ້ປະຕິບັດກັນມາ ແຕ່ໂບຮານນະການ ເປັນບຸນເດືອນຫ້າທີ່ມີຄວາມມ່ວນຊື່ນຄຶກຄື້ນເປັນພິເສດ ແລະ ວັນນີ້ ເຮົາຂໍເວົ້າປະຫວັດຄວາມເປັນມາຂອງບຸນເດືອນຫ້າ ສູ່ທ່ານຟັງ ແຕ່ກ່ອນອື່ນນີ້ ຂໍຊີ້ແຈງໃຫ້ທ່ານຜູ້ຟັງຊາບ ກ່ຽວກັບກຸດສົງການ ຊຶ່ງມາຈາກພາສາ ສັນສະກິດ ຄຳເດີມແມ່ນ ຕຣຸສະ ແປວ່າ ຍິນດີ ສະໜຸກສະໜານ ຫຼື ຊື່ນບານ ສົງການ ມາຈາກຄຳວ່າ ສັງກຣານຕິ ຊຶ່ງໝາຍເຖິງ ພະອາທິດ ຍ້າຍຈາກ ຣາສີມິນ ໃນເດືອນ ມີນາ ເຂົ້າສູ່ ຣາສີ ເມສ ໃນເດືອນ ເມສາ ໂຮມເຂົ້າກັນ ເປັນ ຕຣຸສສົງກຣານ ຫຼື ກຸດສົງການ ຄຳນີ້ເປັນພາສາໄທ.

ເຮົາຂໍເວົ້າປະຫວັດຄວາມເປັນມາຂອງບຸນເດືອນຫ້າ ຫຼື ບຸນປີໃໝ່ລາວ ສູ່ທ່ານ ຈັກເລັກນ້ອຍ ເລື່ອງມີມາວ່າ ໃນສະໄໝ ພຸດທະການ ຍັງມີລູກຊາຍຂອງມະຫາເສດຖີ ຊື່ວ່າ ທັມມະປາລະກຸມມານ ເປັນຄົນທີ່ ສະຫລຽວສະຫລາດ ມີວິຊາຄວາມຮູ້ສູງ ແລະ ເປັນຜູ້ສອນທັມມະ ແລະ ມົງຄຸນແກ່ຄົນທົ່ວໄປ ແລະ ເຂົ້າໃຈໃນພາສາສັດຕ່າງໆນຳອີກ ຊື່ສຽງຂອງທ້າວ ທັມມະປາລະກຸມມານ ດັງໄປທົ່ວຊົມພູທະວີບ ຮອດຫູ ພະຍາ ກະບິນລະພົມ ຜູ້ມີຣິດເດດກ້າ ແລະ ມີຄວາມຮູ້ຄວາມສາມາດເໜືອກວ່າມະນຸດທັງຫຼາຍ ເມື່ອຮູ້ເຊັ່ນນັ້ນ ພະຍາ ກະບິນລະພົມ ຈຶ່ງສັ່ງໃຫ້ ເສນາອາມາດ ໄປເຊີນເອົາທ້າວ ທັມມະປາລະກຸມມານ ມາຖາມບັນຫາ ເປັນການລອງພູມຄວາມຮູ້ກັນ.

ພະຍາ ກະບິນລະພົມ ຕັ້ງຄຳຖາມດັ່ງນີ້ ຕອນເຊົ້າ ສີຣິ ຫຼື ຣາສີ ຂອງຄົນເຮົາ ຢູ່ບ່ອນໃດ, ຕອນບ່າຍ ຣາສີ ຂອງຄົນເຮົາ ຢູ່ບ່ອນໃດ, ຕອນກາງຄືນ ຣາສີ ຂອງຄົນເຮົາ ຢູ່ບ່ອນໃດ ໂດຍໃຫ້ເວລາແກ່ ທັມມະປາລະກຸມມານ ຕອບພາຍໃນ 7 ວັນ ແລະ ວາງກະຕິກາໄວ້ວ່າ ຖ້າທ້າວ ທັມມະປາລະກຸມມານຕອບ ບໍ່ໄດ້ ຈະຖືກຕັດຄໍ ແລະ ຖ້າທັມມະປາລະກຸມມານຕອບໄດ້ຢ່າງຖືກຕ້ອງ ພະຍາກະບິນລະພົມ ຈະຕັດຄໍຕົນເອງ ບູຊາຄວາມຮູ້ຂອງທ້າວ ທັມມະປາລະກຸມມານ ແຕ່ຫົກມື້ຜ່ານໄປ ທ້າວ ທັມມະປາລະກຸມມານ ກໍ່ຍັງຄິດບັນຫານັ້ນບໍ່ອອກ ຈື່ງມາຄິດໃນໃຈວ່າຖ້າຈະໃຫ້ພະຍາກະບີນລະພົມຂ້າກໍ່ເປັນການອັບອາຍຂາຍໜ້າ ແໜງໄປຕາຍເສຍບ່ອນອື່ນຈະດີກວ່າ ຄິດແລ້ວກໍ່ໜີອອກຈາກຜາສາດ ໄປນອນລີ້ຢູ່ທີ່ຮົ່ມກ້ອງກົກຕານສອງຕົ້ນ ຢູ່ເທີງກົກຕານນັ້ນມີນົກອີນຊີສອງຜົວເມຍລົມກັນວ່າ: ມື້ອື່ນນີ້ເຮົາຊິໄດກີນຫັຍງເປັນອາຫານ ນົກໂຕເມຍຖາມ. ຜົວເລີຍຕອບວ່າ: ມື້ອື່ນນີ້ພວກເຮົາຈະໄດ້ກີນຊີ້ນຄົນ ທາງເມຍຖາມຕໍ່ໄປອີກວ່າ ຈະໄດ້ກີນຊີ້ນຜູ້ໃດ ຜົວກໍ່ບອກວ່າຈະໄດ້ກີນຊີ້ນສົບຂອງທ້າວ ທັມມະປາລະກຸມມານ ເພາະແກ້ບັນຫາຂອງພະຍາກະບີນລະພົມບໍ່ໄດ້ ຈະຖືກພະຍາກະບີນລະພົມຖືກຕັດຄໍໃນມື້ອື່ນ ນາງເມຍມີຄວາມສົງໄສເລີຍຖາມຜົວວ່າ: ບັນຫານັ້ນວ່າແນວໃດ? ຜົວກໍ່ບອກວ່າ: ຕອນເຊົ້າ ສີຣິ ຫຼື ຣາສີ ຂອງຄົນເຮົາ ຢູ່ບ່ອນໃດ, ຕອນບ່າຍ ຣາສີ ຂອງຄົນເຮົາ ຢູ່ບ່ອນໃດ, ຕອນກາງຄືນ ຣາສີ ຂອງຄົນເຮົາ ຢູ່ບ່ອນໃດ? ນາງນົກຍັງຖາມຜົວຕໍ່ໄປອີກວ່າ: ບັນຫາສາມຂໍ້ນັ້ນແກ້ວ່າແນວໃດ? ຜົວແກ້ໃຫ້ຟັງວ່າ: ສີຣິ ຫຼື ຣາສີ ຂອງຄົນເຮົາຕອນເຊົ້ານັ້ນ ແມ່ນຢູ່ທີ່ໜ້າ ສະນັ້ນນອນຕື່ນມາມື້ເຊົ້າຕ້ອງລ້າງໜ້າ ຣາສີຂອງຄົນເຮົາໃນຕອນບ່າຍ ແມ່ນຢູ່ໜ້າເອິກ ເຮົາຈຶ່ງນິຍົມ ເອົານ້ຳເຢັນມາລູບໜ້າເອິກ ສີຣິ ຫຼື ຣາສີ ຕອນຄ່ຳແມ່ນຢູ່ທີ່ຕີນ ຫຼື ເທົ້າ ສະນັ້ນ ກ່ອນເຂົ້ານອນ ຈຶ່ງນິຍົມລ້າງຕີນ ໃຫ້ສະອາດແລ້ວຈື່ງນອນ. ທ້າວ ທັມມະປາລະກຸມມານ ໄດ້ງີນນົກສອງໂຕຜົວເມຍລົມກັນເລື່ອງບັນຫານັ້ນກໍ່ເລີຍຈື່ໄດ້ ຈື່ງລຸກຈາກບ່ອນນອນກັບຄືນເມືອຍັງຜາສາດຕື່ນມື້ເຊົ້າມາ ພະຍາກະບີນລະພົມກໍ່ລົງມາຖາມບັນຫາ ຕາມທີ່ພັດກັນໄວ້ ທັມມະປາລະກຸມມານ ແກ້ໄດ້ຕາມທີ່ໄດ້ງີນນົກສອງຜົວເມຍລົມກັນນັ້ນ ກະບີນລະພົມກໍ່ຍອມຮັບວ່າຖືກຕ້ອງ ແລະ ຍອມແພ້ ຈຳຕ້ອງໄດ້ຕັດຄໍຕົນເອງ ແຕ່ຍ້ອນຄວາມມີລິດເດດກ້າຂອງພະຍາກະບິນລະພົມ ຄໍທີ່ຕັດນັ້ນເອົາໄວ້ໃສກໍ່ບໍ່ໄດ້ຈະເອົາຖີ້ມ ຫຼື ຝັງໃສ່ພື້ນດິນ ກໍ່ບໍ່ໄດ້ ເພາະຈະພາໃຫ້ເດືອດຮ້ອນ ຈະພາໃຫ້ເກີດມີສະພາບແຫ້ງແລ້ງຂື້ນໃນໂລກ ສະນັນກ່ອນຕັດຄໍຕົນເອງ ພະຍາກະບິນລະພົມ ຈຶ່ງສັ່ງໃຫ້ລູກສາວຂອງຕົນທັງ 7 ຄົນ ມາປະຊຸມ ແລະ ບອກວ່າໃຫ້ເອົາຫົວຂອງພໍ່ ທີ່ຕັດນັ້ນໃສ່ພານຄຳ ປ່ຽນກັນຖືໄວ້ແລ້ວວຽນຮອບເຂົາພະສຸເມຣ ຫຼືເຂົາສເມນ ໃຫ້ອ້ອມຈອດ ເປັນເວລາ ໜຶ່ງປີເຕັມໃນມື້ສັງຂານຂື້ນ ອັນເປັນວັນເລີ້ມປີໃໝ່ລາວ.

ຕຣຸສສົງການ - ປີໃໝ່ລາວ ຕຣຸສສົງການ ຫຼື ບຸນປີໃໝ່ລາວ ເປັນປະເພນີ ນິຍົມທີ່ປະຕິບັດກັນມາແຕ່ບູຮານນະການ ເປັນບຸນເດືອນຫ້າ ທີ່ມີຄວາມມ່ວນຊື່ນ ຄຶກຄື້ນເປັນພິເສດໃນຮິດສີບສອງຂອງລາວເຮົາ ປະເພນີບຸນເດືອນຫ້າ ມີຫຼາຍສິ່ງຫຼາຍຢ່າງທີ່ໜ້າສົນໃຈ ເປັນປະເພນີ ອັນດີງາມທີ່ເຮົາຄວນຍຶດຖື ແລະ ປະຕິບັດສືບຕໍ່ໄປພາຍໜ້າ ມື້ສຳຄັນຂອງຕຣຸສສົງການ ກໍ່ມີມື້ສັງຂານລ່ວງ, ມື້ເນົາ ແລະ ມື້ສັງຂານຂື້ນ.

ປະເພນີບຸນເດືອນຫ້າ ຫຼື ຕຣຸສສົງການປີໃໝ່ລາວ ຈະມີການຄົບງັນມ່ວນຊື່ນສະເຫຼີມສະຫຼອງກັນ 3 ມື້ 3 ຄືນ ມື້ສັງຂານລ່ວງແມ່ນມື້ສົ່ງທ້າຍປີເກົ່າຕາມປະເພນີດັ່ງເດີມນັ້ນ ແມ່ນມີການປັດກວາດບ້ານເຮືອນ ໃຫ້ສະອາດງາມຕາ ອັນເຊີນເອົາພະພຸດພະຮູບລົງສົງຕາມວັດຕ່າງໆ ຕົບພະທາດຊາຍ ປະດັບປະດາດ້ວຍທຸງ 12 ຣາສີ ຫຼື ບາງທ້ອງຖິ່ນກໍ່ເອີ້ນຕົວເພິ່ງ.

ສຳລັບການສົງນ້ຳພະພຸດທະຮູບນັ້ນ ສະໄໝກ່ອນມີການຫ້າງຫາຊອກເກັບເອົາດອກຈິກ, ດອກຮັງ, ດອກນໍ ແລະ ດອກໄມ້ທີ່ມີກິ່ນຫອມມາຕາກໃຫ້ແຫ້ງສຳລັບຍ່ອງໂຮຍໃສ່ນ້ຳສົງພະນັ້ນ ນອກຈາກດອກໄມ້ແລ້ວ ກໍ່ມີການໃສ່ນ້ຳອົບນ້ຳຫອມ ຜົງໄມ້ຈວງ ໄມ້ຈັນ ທີ່ມີກິ່ນຫອມ ໂຮຍໃສ່ນ້ຳສົງພະພຸດພະຮູບນັ້ນ ໃນມື້ສັງຂານລ່ວງນີ້ ນອກຈາກສົງນ້ຳພະພຸດທະຮູບແລ້ວ ກໍ່ມີການສົງນ້ຳພະ ແລະ ຈົວຕາມວັດຕ່າງໆ.

ມື້ເນົາ ເປັນມື້ມ່ວນຊື່ນ ບູຮານເພິ່ນວ່າ ບໍ່ໃຫ້ເຮັດໃຫ້ສ້າງຫຍັງທັງສິ້ນ ບາງທ້ອງຖິ່ນເຊື່ອຖືກັນໄປໃນທາງຜິດ ຖືວ່າ ແມ່ນມື້ເນົ່າມື້ເໝັນ ມີການຄະລຳ ບໍ່ໃຫ້ເຮັດຫຍັງຖືວ່າເປັນມື້ບໍ່ດີ ແຕ່ຄວາມຈິງແລ້ວຄຳວ່າເນົາ ເປັນພາສາບາລີ ເນົາ ແປວ່າ: ຄວາມໝາຍທີ່ແທ້ຈິງຂອງມື້ ເນົາ ແມ່ນມື້ມ່ວນຊື່ນນັ້ນເອງ.

ມື້ສັງຂານຂື້ນ ເປັນມື້ປີໃໝ່ ມີການຄົບງັນຄືກັບມືສັງຂານລ່ວງ ແລະ ມື້ເນົາ ເປັນມື້ທີ່ເຮົາຖືກັນວ່າ ຟ້າໃໝ່ ປີໃໝ່ ມີການບູຊາດອກໄມ້ທູບທຽນ ຕາມບ້ານເຮືອນ ຕອນແລງຄ່ຳ ມີການຄາລະວະຜູ້ເຖົ້າຜູ້ແກ່ ແລະ ຄູອາຈານ ຕາມປະເພນີ. ສຳລັບ ບຸນເດືອນຫ້າທີ່ນະຄອນຫຼວງພະບາງນັ້ນ ມີລັກສະນະພິເສດກວ່າແຂວງອື່ນໆ ສະໄໝແຕ່ກີ້ ມື້ສັງຂານລ່ວງ ແມ່ນພິທີແຫ່ພະບາງລົງສົງທີ່ວັດໃໝ່ ສຸວັນນະພູມາຣາມ ພິທີ ຕົບພະທາດຊາຍ ທີ່ຫາດດອນຊາຍມຸງຄຸນ ມີຕະຫຼາດນັດ ຂາຍສິ່ງຂອງ ແລະ ສັດເປັນຕ່າງໆ ເຊັ່ນ: ນົກ, ປາ ເປັນຕົ້ນ ເພື່ອໃຫ້ຄົນຊື້ເອົາໄປໂຜດ ຖືກັນວ່າ ການໂຜດສັດ ແມ່ນໄດ້ບຸນຫຼາຍ.

ມີປະເພນີແຫ່ຫວໍ່ ຈາກວັດທາດຫຼວງ ໄປຍັງ ວັດຊຽງທອງ ຊຶ່ງເປັນວັດຫຼວງ ມີຟ້ອນສິງກາບ ສິງໂຂນ ປູ່ເຍີ ຍ່າເຍີ ຂະບວນ ແຫ່ຫວໍ່ ນັ້ນ ມີຄະນະມະໂຫຣີລາວເດີມ ເສບລະນາດ ພາດຄ້ອງ ໄປນຳຂະບວນແຫ່ ມີນ້ຳຫຼວງ ປະເພນີເອົາຊ້າງ ຮຽງເກີຍ ສົງນ້ຳພະພຸດທະຮູບທີ່ຖ້ຳຕິ່ງ ແລະ ອື່ນໆອີກຫຼາຍແນວ ປະເພນີອັນດີງາມເຫຼົ່ານີ້ ມີຫຼາຍຢ່າງທີ່ຖືກປ່ອຍປະລະຖີ້ມໄປຢ່າງໜ້າເສຍດາຍ.

6ບຸນເດືອນ 6 ຕາມຮິດ 12 ຂອງລາວ ກໍ່ແມ່ນ ບຸນວິສາຂະ ແລະ ບຸນບັງໄຟ ຈື່ງຈັດຂື້ນໃນມື້ວັນເພັງເດືອນ 6 ບາງປີ ຖ້າເປັນປີທີ່ມີເດືອນ ພິເສດ ຫຼື ອະທິກະມາສ ທີ່ເຮົາເອີ້ນວ່າ ແປດສອງຫົນ ກໍ່ເລື່ອນການທຳບຸນໄປອີກເດືອນໜຶ່ງ ຄວາມສຳຄັນຂອງບຸນເດືອນ 6 ກໍ່ແມ່ນບຸນ ວິສາຂະ ຊຶ່ງເປັນບຸນຣະລຶກເຖິງຄຸນງາມຄວາມດີຂອງ ພະສັມມາສັມ ພຸດທະເຈົ້າໂດຍສະເພາະ ອັນເປັນວັນປະສູດ ຕັດສະລູ້ ແລະ ປະລິພານ ຂອງ ພະອົງທີ່ມີຂື້ນໃນວັນດຽວກັນ ຄືມື້ເພັງເດືອນ 6 ເຮົາຂໍເລົ່າ ຄວາມເປັນມາ ຂອງວັນສຳຄັນທັງສາມວັນສູ່ທ່ານຟັງ ດັ່ງຕໍ່ໄປນີ້ :

ຄືວັນພຸດ ຂື້ນ 15 ຄ່ຳ ເດືອນ 6 ປີຈໍ ກ່ອນພຸດສັກກະລາດ 80 ປີເຈົ້າຊາຍສິດທັດຖະກຸມມານ ໄດ້ປະສູດທີ່ສວນ ລຸມພິນີວັນ ອັນເປັນຊາຍແດນຕໍ່ກັນ ລະຫວ່າງ ນະຄອນກະບິນພັດສະດຸ ຊຶ່ງເປັນແຄ້ວນ ສາກຍະວົງ ກັບນະຄອນ ເທວທະຫະ ຊຶ່ງເປັນແຄ້ວນ ຂອງໂກລິຍະວົງ ປັດຈຸບັນ ຢູ່ໃນປະເທດ ເນປານ ມີຊື່ວ່າ ລຸມມິເດ ເປັນເວລາທີ່ ເຈົ້າຊາຍ ສິດທັດຖະກຸມມານ ຕັດສະລູ້ ເປັນພະສຳມາສຳພຸດທະເຈົ້າ ຕອນພະຊົນມາຍຸໄດ້ 35 ພັນສາ ຢູ່ກ້ອງຕົ້ນ ສີມະຫາໂພທ ຫຼື ກົກໂພ ແຄມຝັງແມ່ນ້ຳ ເນຣັນຊຮາເຂດ ອຸຣາເວລາເສນານິຄົມ ການຕັດສະລູ້ມີຂຶ້ນໃນມື້ວັນ ອາທິດ ຂື້ນ 15 ຄ່ຳ ເດືອນ 6 ກ່ອນ ພຸດທະສັງກະລາດ 45 ປີ ສະຖານທີ່ຕັດສະລູ້ ນັ້ນ ເວລານີ້ ມີຊື່ວ່າ ພຸດຄະຍາ ເຂດເມືອງ ຄະຍາ ໃນແຄ້ວນ ບິຫານ ຂອງ ອິນເດຍ.

ຫຼັງຈາກ ໄດ້ຊົງປະກາດ ເຜີຍແຜ່ ພຸດທະສາດສະນາ ໄດ້ 45 ປີ ພະພຸດທະເຈົ້າ ກໍ່ໄດ້ຊົງດັບຂັນ ປະລິນິພານ ໃນວັນເພັງເດືອນ 6 ໂຮມພະຊົນມາຍຸຂອງພະອົງໄດ້ 80 ພັນສາ ສະຖານທີ່ພະອົງ ປະຣິນິພານ ນັ້ນເປັນສວນຫຼວງຊຶ່ງມີຊື່ວ່າ ສາລະວັນອຸທະຍານ ຂອງກະສັດມັນລະຊຶ່ງເປັນເຈົ້າຄອງເມືອງກຸສີນາຣາ ບ່ອນທີ່ພະອົງປະຣິນິພານ ນັ້ນ ເວລານີ້ ມີຊື່ວ່າ ກາເຊັຍ ໃນແຄ້ວນ ອຸດຕຣະປະເທດ ຂອງ ອິນເດຍ. ວັນວິສາຂະບູຊາ ຊຶ່ງເປັນວັນ ປະສູດ ຕັດສະລູ້ ແລະ ວັນປະລິນິພານ ຂອງພະພຸດທະເຈົ້າ ສະນັ້ນ ໃນວັນເພັງເດືອນ 6 ຈຶ່ງເປັນມື້ສຳຄັນທາງພຸດທະສາດສະໜາ ທຸກວັດ ມີການປະດັບປະດາ ທຳບຸນຖວາຍ ຈັງຫັນ ແລະ ເພນ ແກ່ພະພິກຂຸສົງ ຕອນແລງຄ່ຳ ມີການໄຫວ້ພະສູດມົນ ຟັງທຳເທດສະໜາ ວຽນທຽນ ອ້ອມສິມ ຫຼື ພະທາດ ສາມຮອບ ຕາມປະເພນີ ເພື່ອລະນຶກເຖິງ ຄຸນພະພຸດ ພະທຳ ແລະ ພະສັງຄະເຈົ້າ.

ພາກສ່ວນສຳຄັນຂອງປະເພນີ ບຸນເດືອນ 6 ອີກອັນໜຶ່ງ ກໍ່ແມ່ນບຸນບັ້ງໄຟ ຊຶ່ງເປັນປະເພນີ ທີ່ໄດ້ມາຈາກ ສາດສະໜາພາມ ເຮົາເອີ້ນວ່າ ບຸນ ສັດຈະ ຫຼືຂໍຝົນໃຫ້ຕົກມາໃສ່ນາກ່ອນທີ່ຈະລົງມືໄຖ ແລະ ຄາດ ເພື່ອປູກເຂົ້າເພື່ອເຮັດນາປີ ໃນກໍລະນີ ທີ່ເກີດມີສະພາບແຫ້ງແລ້ງ ບໍ່ມີຝົນຕົກເລີຍນັ້ນ ບາງທ້ອງຖິ່ນ ກໍ່ມີການແຮ່ແມວ ເພື່ອຂໍຝົນ ໃຫ້ຕົກໃສ່ໄຮ່ ນາ ຄືເອົາແມວ ໃສ່ກວຍຕາໜ່າງ ເອົານ້ຳຫົດແມວ ເຊິ່ງຂໍຝົນ ແຫ່ໄປຕາມທາງ ເປັນການປະທ້ວງຕໍ່ຟ້າຝົນ ທີ່ບໍ່ຕົກຕາມລະດູການ. ບັ້ງໄຟ ນັ້ນ ກໍ່ມີບັ້ງໄຟແສນ ມີການເສັງກັນລະຫວ່າງຄຸ້ມ ຫຼື ຕາແສງ ມີຄະນະເຊີ້ງບັ້ງໄຟຂອງແຕ່ລະຄະນະ ມີກຳມະການໃຫ້ລາງວັນ ແກ່ບັ້ງໄຟທີ່ຈູດນັ້ນ ບຸນບັ້ງໄຟ ເປັນບຸນມ່ວນຊື່ນປະຈຳປີ ສະໄໝກ່ອນ ຂີ້ເຈຍສຳລັບ ຍັດ ຫຼືຕອກບັ້ງໄຟນັ້ນ ແມ່ນໄປເອົາຝຸ່ນຂີ້ເຈຍ ປະສົມໃສ່ຖ່ານໃຫ້ໄດ້ສ່ວນ ແຕ່ສະໄໝສູ່ມືນີ້ ມີຂີ້ເຈຍຫຼືກຳມະຖັນ ມາຂາຍຕາມຕະຫຼາດ ບໍ່ຍາກຄືສະໄໝກ່ອນ ໃນຕອນຄ່ຳ ມີການເສັງກອງ ລະຫວ່າງວັດ ບ້ານໃຕ້ ບ້ານເໜືອ ກອງທີ່ເສັງກັນນັ້ນ ທີ່ສຳຄັນ ກໍ່ມີກອງຫາງ ກອງຂັນ ກອງໂທນ ກອງກິ່ງ ແລະ ກອງໝາກໄມ້ມະນີໂຄດ ມີກຳມະການນັ່ງຟັງ ວ່າກອງໜ່ວຍໃດ ມີສຽງຫອງ ມ່ວນອ່ອນຊອນກວ່າໝູ່ ປະເພນີເສັງກອງທີ່ວ່ານີ້ ບາງທ້ອງຖິ່ນບໍ່ມີແລ້ວ ສ່ວນປະເພນີບັ້ງໄຟນັ້ນ ກໍ່ປະກົດວ່າ ນັບມື້ນັບຈືດຈາງໄປ ຕາມສະພາບການປ່ຽນແປງຂອງໂລກ.

7mຮີດ 12 ຂອງລາວ ປະຈຳເດືອນເຈັດ ກໍ່ແມ່ນ ບຸນບູຊາເຈົ້າ ອາຮັກຫຼັກເມືອງ ແລະ ບູຊາວິນຍານຂອງວິລະບູລຸດທີ່ສ້າງຄວາມງາມຄວາມດີໃຫ້ແກ່ບ້ານເມືອງທີ່ລ່ວງລັບໄປແລ້ວຕະຫຼອດບູຊາຜີຫໍ ຜີເຮືອນ ຜີຕາແຮກ ທີ່ເຮົາຖືວ່າເທວະດາ ທີ່ຮັກສາ ບ້ານເມືອງ ແລະ ໄຮ່ນາ.

ຄວາມຈິງແລ້ວ ປະເພນີບຸນເດືອນເຈັດ ເປັນປະເພນີ ທີ່ເຮົາໄດ້ມາຈາກ ສາສະໜາພາມ ເປັນສາສະໜາ ບູຊາໄຟ ບູຊາຜີສາງ ນາງໄມ້ ທີ່ຖືວ່າເປັນເທວະດາ ຮັກສາສະຖານທີ່ຕ່າງໆ ປະເພນີດັ້ງເດີມຂອງ ພິທີບູຊາເຈົ້າອາຮັກຫຼັກເມືອງທີ່ວ່ານີ້ ທຸກໆເດືອນເຈັດແຮມ ທາງການລາວ ຈະທຳພິທີບູຊາ ເຈົ້າແມ່ສີເມືອງ ຊຶ່ງຖືວ່າ ເປັນຫຼັກເມືອງຫຼື ໃຈກາງເມືອງ ຂອງນະຄອນວຽງຈັນ ຕັ້ງຢູ່ວັດສີເມືອງ ຄືຜູ້ຕາງໜ້າຂອງເຈົ້າໜ້າທີ່ລັດຖະບານ ຈາກກົມກອງຕ່າງໆ ນຳໂດຍ ຄະນະພລາມມະນາຈານ ພ້ອມດ້ວຍດອກໄມ້ທູບທຽນ ທຳພິທີບວງສວງ ເຈົ້າແມ່ສີເມືອງ ທີ່ຮັກສາບ້ານເມືອງໃຫ້ຢູ່ເຢັນເປັນສຸກ ນອກຈາກບູຊາເຈົ້າແມ່ສີເມືອງແລ້ວ ກໍ່ບູຊາບັນພະບູຣຸດທີ່ສ້າງບ້ານແປງເມືອງໃຫ້ຮຸ່ງເຮືອງສືບມາແຕ່ສະໄໝກ່ອນ ອັນມີບູຊາພະເຈົ້າໄຊຍະເສດຖາເປັນຕົ້ນ.

ບາງທ້ອງຖິ່ນໃນເມືອງລາວ ຖືວ່າ ບຸນບູຊາເຈົ້າອາຮັກຫຼັກເມືອງເປັນປະເພນີທີ່ສຳຄັນໃຫ່ຍໂຕ ບາງບ້ານມີຫໍຜີ ຫຼື ຫໍເຈົ້າອາຮັກຫຼັກເມືອງ ປຸກໃສ່ນອກບ້ານ ບາງບ່ອນກໍ່ໃສ່ມໍ່ປ່າຊ້າ ກ່ອນມື້ບູຊາຜີ ຫຼື ເທວະດາ ທີ່ຮັກສາບ້ານເມືອງນັ້ນ ທາງກວານຈ້ຳ ຫຼື ໝໍມົນ ຈະທຳພິທີ ຮ່ວາຍມົນ ຖາມຜີບ້ານຜີເມືອງນັນວ່າ ຈະກິນຫຍັງ ທາງສະມຽນກວານຈ້ຳ ຈະເປັນຜູ້ຈົດ ແລະ ແຈ້ງໃຫ້ນາຍບ້ານຮູ້ ບາງປີ ກໍ່ຕ້ອງໄດ້ຂ້າງົວ, ໝູ, ເປັດ, ໄກ່ ຕາມທີ່ເຈົ້າອາຮັກຕ້ອງການ ອາຫານປະກອບອື່ນໆ ໃນການບູຊາລ້ຽງຜີ ແລະ ເຈົ້າອາຮັກຕ່າງໆນັ້ນ ກໍ່ມີເຄື່ອງຄາວ ຂອງຫວານ ເຂົ້າດຳ ເຂົ້າແດງ ແລະ ເຫຼົ້າ.

ມີການປັກຕາແຫຼວ ສານດ້ວຍຕິວໄມ້ໄຜ່ ໃສ່ສີ່ແຈບ້ານ ເປັນເຄື່ອງໝາຍ ບອກໃຫ້ຮູ້ວ່າ ໃນບ້ານນັ້ນ ມີການຄຳຫໍ ຫຼື ຄະລຳຫໍ ຫ້າມຄົນພາຍນອກເຂົ້າໄປໃນບ້ານນັ້ນ ຖ້າມີການລະເມີດ ກໍ່ຈະຖືກປັບໃໝຕາມລະບຽບ. ຕາມປົກກະຕິ ບຸນບູຊາເຈົ້າ ອາຮັກຫຼັກເມືອງ ຫຼື ບາງທ້ອງຖິ່ນວ່າບຸນຄຳຫໍ ນີ້ຈະໃຊ້ເວລາສາມວັນເຕັມໆ ມີການຫຼີ້ນກິລາຕ່າງໆເຊັ່ນ: ສັບໝາກຂ່າງ ຫຼີ້ນເບັ້ຍຂຸມ ຫຼີ້ນບາກບ້າ ເຕັ້ນໝາກການາ ແລະ ອື່ນໆ ທີ່ເປັນກິລາສະໄໝເກົ່າ ມີການຂັບລຳ ຄົບງັນ ຕາມປະເພນີມ່ວນຊື່ນຂອງທ້ອງຖິ່ນໃຜລາວ.

ນອກຈາກບຸນ ບູຊາເຈົ້າອາຮັກຕ່າງໆນັ້ນແລ້ວ ກໍ່ມີພິທີບູຊາຜີຕາແຮກ ຊຶ່ງເປັນພິທີສຳຄັນທີ່ເວັ້ນເສຍບໍ່ໄດ້ ເດືອນເຈັດ ເປັນລະດູການເຮັດນາ ຊາວນາສ່ວນໃຫ່ຍ ລົງມືດຳນາໄປແລ້ວ ພິທີລ້ຽງຜີຕາແຮກ ຫຼື ຜີໄຮ່ ຜີນານັ້ນ ກໍ່ມີການປຸກຕູບຕາແຫຼວໃສ່ແຄມນາ ຕູບນັ້ນ ບາງຄົນກໍ່ປຸກໄວ້ແບບຖາວອນ ຮອດມື້ບູຊາຜີຕາແຮກມາ ມີແຕ່ສານກະທົງ ໃຊ້ກາບກ້ວຍໂອບ ແບ່ງອອກເປັນ 9 ຫ້ອງ ສຳລັບໃຊ້ເຄື່ອງຄາວຂອງຫວານ ແລະເຫຼົ້າຢາປາແປ້ງ ສຳລັບລ້ຽງຜີຕາແຮກ ໃຊ້ດອກໄມ້ສີແດງ ເປັນເຄື່ອງບູຊາ.

ບຸນ ບູຊາ ເທວະດາ ເຈົ້າອາຮັກຫຼັກເມືອງ ແມ່ນບຸນສຳຄັນປະຈຳເດືອນເຈັດ ໃນຮີດສິບສອງ ຂອງລາວເຮົາ ທີ່ມີສືບເນື່ອງມາແຕ່ບູຮານນະການ ຜູ້ເຖົ້າຜູ້ແກ່ເພິ່ນມັກເວົ້າຢູ່ເລື້ອຍໆ ໃນການສັ່ງສອນລູກຫຼານວ່າ ບໍ່ໃຫ້ລະຮີດ 12 ຄອງ 14 ຮີດຍີ່ຄອງຈຽງ ດັ່ງບົດກາບເຕືອນໃຈ ຕອນໜຶ່ງວ່າ:

ພໍເມື່ອເດືອນເຈັດຄ້ອຍ   ໃຫ້ລຽງລຳທຳບວງສວງ
ບູຊາເທພເທວາ   ຜູ້ຮັກສາເມືອງບ້ານ
ຕະຫຼອດບູຊານ້ອມ   ອາຮັກໃຫ່ຍ ມະເຫສັກ
ຜູ້ພິທັກຫຼັກເມືອງ   ໃຫ້ຮຸ່ງເຮືອງເມືອໜ້າ
ໃຫ້ພາກັນເອົາຈິດຕັ້ງ   ຕາມຮີດເກົ່າຄອງຫຼັງ
ນິມົນພະສູດຊະຕາເມືອງ   ຮີດລາວຄາວກີ້
ລ້ຽງຜີເມືອງ ຜີບ້ານ   ເທວດາ ເຈົ້າອາຮັກ
ຜີຕາແຮກເຫຼົ່ານັ້ນ   ບູຊາແທ້ຢ່າລືມ.

8ບຸນເຂົ້າພັນສາ ຫຼືບຸນ ອາສາຣະຫະບູຊາ ແມ່ນປະເພນີ ໃນທາງພະພຸດທະສາສະໜາ ທີ່ມີມາແຕ່ສະໄໝພຸທການ ວັນເຂົ້າພັນສາ ຊຶ່ງກຳນົດໃຫ້ພະພິກຂຸສົງ ປະຈຳຢູ່ວັດໃຜລາວ ຕະຫຼອດໄລຍະເວລາສາມເດືອນ ໂດຍບໍ່ໃຫ້ເດີນທາງໄປຄ້າງດຄືນຢູ່ບ່ອນອື່ນ ເລີ້ມຕົ້ນໃນວັນເພັງ ເດືອນ 8 ໄປຈົນຮອດ ວັນເພັງເດືອນ 11 ຂອງທຸກປີ.

ບຸນເຂົ້າພັນສາ ໄດ້ກາຍມາເປັນປະເພນີ ທີ່ມີຄວາມສຳຄັນ ໃນທາງພະພຸດທະສາສະໜາກໍ່ເພາະວ່າ ມື້ວັນເພັງເດືອນ 8 ເປັນມື້ ທີ່ພະສຳມາສຳພຸດທະເຈົ້າ ຕຣັດປະຖົມເທສນາກັນທຳອິດ ຄືປະກາດທຳມະຈັກ ຫຼືກົງລໍ້ພະທຳ ທີ່ມີຊື່ວ່າທຳມະຈັກກັບປະຫວັດນະສູດຢູ່ທີ່ສວນຫຼວງເມືອງ ພາຣານະສີ ຊຶ່ງມີຊື່ເປັນພາສາບາລີວ່າ ອິສິປັດຕະນະ ມິຄະທາຍະວັນ ພະທັມເທສະໜາ ທີ່ພະພຸດທະອົງຕຣັດນັ້ນ ມີໃຈຄວາມວ່າ ບຸກຄົນ ບໍ່ຄວນໝົກໝຸ້ນຫຼຸ້ມຫຼົງຢູ່ໃນກາມມະຄຸນ ບໍ່ຄວນບຳເພັງພຽນ ແບບທໍລະມານຕົນເອງ ຄວນປະຕິບັດທຳຕາມ ທາງສາຍກາງ ຄືບໍ່ເຄັ່ງບໍ່ຍານ ທີ່ເອີ້ນເປັນພາສາບາລີວ່າ ມັດຊິມາປະຕິປະທາ ແນວທາງທັງສາມນີ້ ຖ້າປະຕິບັດໄດ້ກໍ່ຈະພົນທຸກ.

ພະອັນຍາໂກນດັນຍະ ຊຶ່ງເປັນຜູ້ໜຶ່ງ ທີ່ໄດ້ຟັງປະຖົມເທດສະໜາ ຂອງພະພຸດທະເຈົ້ານັ້ນໄດ້ບັນລຸ ໂສດາບັນ ເປັນພະສົງອົງທຳອິດທີ່ພະພຸດທະເຈົ້າຊົງບວດໃຫ້ແບບ ເອຫິພິກຂຸສຣູບແລ້ວ ວັນເຂົ້າພັນສາ ມີຄວາມສຳຄັນ ສາມຢ່າງຄື ເປັນມື້ທຳອິດທີ່ເຈົ້າຊົງປະກາດ ປະຖົມເທດສະນາ ເປັນມືທຳອິດ ທີ່ມີພະສົງໃນພຸດທະສາດສະໜາ ຄືພະອັນຍາໂກນດັນຍະ ແລະ ເປັນມື້ທີ່ມີ ພະຣັດຕະໄຕຣຄົບສາມອົງ ຄື ພະພຸດດ ພະທຳ ແລະ ພະສົງ.

ໃນໄລຍະເວລາສາມເດືອນຂອງການເຂົ້າພັນສານີ້ ພະສົງຈະອະທິຖານ ເປັນພາສາບາລີວ່າ ອິມັສມິງ ວິຫາເຣ ອິມັງ ເຕມາສັງ ວັດສັງ ອຸເປມິ ຊຶ່ງແປວ່າ ຜູ້ຂ້າ ຈະຢູ່ໃນວັດນີ້ຕະຫຼອດ ສາມເດືອນ ໂດຍບໍ່ໄປຄ້າງຄືນຢູ່ບ່ອນອື່ນ ອັນນີ້ເປັນຄຳເວົ້າຂອງພະພິກຂຸສົງທີ່ກ່າວ ອະທິຖານໃນເວລາ ເຂົ້າພັນສາ ທ່ານ ອາດສົງໄສວ່າ ເປັນຫຍັງເພິ່ນຈຶ່ງເຂົ້າພັນສາ ລະຫວ່າງເດືອນ 8 ຫາເດືອນ 11 ອັນນີ້ເຮົາຂໍສຳພາດທາງໂທລະສັບ ກັບ ພະອາຈານຈັນດາ ມິ່ງສີສຸພັນ ຮອງເຈົ້າອາວາດ ວັດລາວພຸທວົງ ຂໍໃຫ້ທ່ານອາຈານຊ່ວຍຊີ້ແຈງແກ່ທ່ານຜູ້ຟັງຕື່ມແດ່ ຂະນ້ອຍວ່າ ການເຂົ້າພັນສາຂອງພະພິກຂຸສົງເປັນເວລາ ສາມເດືອນດັ່ງກ່າວນີ້ ມີປະຫວັດເປັນມາຢ່າງໃດແດ່ ຂະນ້ອຍ.

9ຕາມຮີດ 12 ຂອງລາວເຮົາ ທຸກໆປີເມື່ອຮອດມື້ແຮມ 15 ຄ່ຳ ເດືອນ 9 ຫຼືເດືອນເກົ້າດັບ ທຸກວັດຈະມີການເຮັດບຸນ ພຸດທະບໍລິສັດຈະພາກັນເຂົ້າວັດ ຕັກບາດຢາດນ້ຳ. ຮັກສາສິນຟັງທຳ ຖວາຍຈັງຫັນ ຖວາຍເພນ ແລະ ເຄື່ອງໄທຍະທານອື່ນໆ ແກ່ພະພິກຂຸສົງຕາທຳນຽມທີ່ມີມາແຕ່ບູຮານ.

ບຸນຫໍ່ເຂົ້າປະດັບດິນ ເປັນບຸນທີ່ເຮົາທານຫາພໍ່ແມ່ ຍາດພີ່ນ້ອງຜູ້ທີ່ເຊື່ອກັນວ່າ ຕາຍໄປແລ້ວ ບໍ່ໄດ້ໄປເກີດໄປຂານ ຫຼື ເປັນເຜດຜີ ປີສາດ ຕົກທຸກໄດ້ຍາກຢູ່ໃນທຸຄະຕິພົບ ທີ່ເຮົາເຊື່ອກັນວ່າ ຈ່າຍົມພິບານ ປ່ອຍອອກມາຊອກຫາກິນ ໃນມື້ເດືອນເກົ້າປະດັບນັ້ນ ແລະ ເປັນການທານຫາ ສັດເດຍລະສານຕ່າງໆທີ່ຕາຍໄປແລ້ວບໍ່ໄດ້ເກີດນັ້ນນຳ.

ບຸນເດືອນເກົ້າໃນຮີດ 12 ຂອງລາວ ນອກຈາກພິທີທາງສາດສະໜາຕາມວັດຕ່າງໆແລ້ວ ກໍ່ມີລ້ຽງຜີທີ່ເຮົາໄດ້ມາຈາກສາສະໜາພາມ ດ້ວຍການເຮັດກະທົງສີ່ແຈ ເອົາກາບກ້ວຍເຮັດຂອບ ແບ່ງອອກເປັນເກົ້າຫ້ອງ ສຳລັບໃຊ້ເຄື່ອງຄາວຂອງຫວານ ທີ່ທານຫາເຜດແລະ ຜີນັ້ນ ເຮັດຂັ້ນໄດເກົ້າຂັ້ນອັນໜຶ່ງເຮັດສຳລັບກ່າຍຂື້ນກະທົງ ເສົາກະໂທງນັ້ນມີເກົ້າເສົາ ເຄື່ອງຄາວຂອງຫວານສຳລັບໃສ່ກະທົງນັ້ນ ກໍ່ມີເຫຼົ້າ ເຂົ້າດຳ ເຂົ້າແດງ ຊີ້ນ ປາ ແລະ ອື່ນໆ ເອົາໃສ່ກະທົງເກົ້າຫ້ອງນັ້ນ ແລ້ວເອົາໄປຕັ້ງໄວ້ກ້ອງກົກໄມ້ໃຫ່ຍ ແລະ ກ້ອງກົກໂພ ຫຼື ຕາມຕ້າຍວັດ ເພື່ອໃຫ້ຜີນັ້ນມາກິນ.

ໃນມື້ບຸນຫໍ່ເຂົ້າປະດັບດິນ ເດືອນເກົ້ານີ້ ຢູ່ທີ່ຫຼວງພະບາງ ມີພິທີຊ່ວງເຮືອ ບຸນຊ່ວງເຮືອທີ່ນະຄອນຫຼວງພະບາງ ຖືວ່າເປັນປະເພນີທີ່ມ່ວນຊື່ນທີ່ສຸດຂອງຊາວຫຼວງພະບາງ ມີເຮືອຊ່ວງຂະໜາດຍາວທີ່ໃຊ້ສີພາຍສີພາຍ ລະຫວ່າງ 35 ຫາ 40 ຄົນ ຈາກບ້ານຕ່າງໆທີ່ຢູ່ແຄມນ້ຳຄານ ແລະ ນ້ຳຂອງ ເຊັ່ນ: ເຮືອຊ່ວງບ້ານຜານົມ, ບ້ານໝື່ນນາ, ບ້ານອູ້, ປາກຊີ, ປາກຫລຶງ, ບ້ານສິງ, ບ້ານຊົມເປັນຕົ້ນ ສ່ວນເຮືອຊ່ວງຂອງພະລາດສະວັງ ສະໄໝມີພະເຈົ້າແຜ່ນດິນຄອງລາດຢູ່ນັ້ນ ກໍ່ມີເຮືອ ອີ່ຫົງ ຫຼື ຫົງຄຳ ເປັນເຮືອຊ່ວງພອກຄຳ ສວຍງາມ ແລະ ມີຄວາມຍາວກວ່າເຮືອງຊ່ວງທຳມະດາ ກາງເຮືອຊ່ວງມີສະດຽງພອກຄຳຕັ້ງເປັນບ່ອນປະທັບຂອງເຈົ້າຊີວິດ ຫຼືຕາງໜ້າພະເນດພະກັນ ແລະ ເຮືອຊ່ວງອີກລຳໜຶ່ງ ເປັນເຮືອຊ່ວງທຳມະດາ ສຳລັບໃຫ້ ຂ້າລາດຊະການ ເປັນສີພາຍໃນການຊ່ວງ, ການຊ່ວງເຮືອນັ້ນ ກໍ່ມີຍື່ງຄານ, ຍຶ່ງຂອງ ແລະ ຍື່ງດົງ.

ການຊ່ວງເຮືອໃນມື້ບຸນຫໍ່ເຂົ້າປະດັບດິນ ແມ່ນຊ່ວງເຮືອ ຍຶ່ງຄານ ຕາມປົກະຕິ ມັກຈັດຂື້ນນ້ຳຄານລະຫວ່າງ ທ່າຜາເຝືອນ ລົງໄປຫາທ່າ ວັດສົບໃກ້ກັບປາກແມ່ນຳຄານ ປະເພນີບຸນຊ່ວງເຮືອເດືອນເກົ້າ ທີ່ຫຼວງພະບາງແມ່ນສ່ວນໜຶ່ງຂອງວັດທະນະທຳ ຂະນົມທຳນຽມປະເພນີ ອັນດີງາມຂອງຊາວຫຼວງພະບາງ ທີ່ມີມາແຕ່ບູຮານນະການ.

10ປະເພນີບຸນເດືອນສິບ ແມ່ນບຸນຫໍ່ເຂົ້າສາກ ຫຼື ເຂົ້າສະຫຼາກ ເປັນບຸນກິນທານຫາຜູ້ທີ່ລ່ວງລັບໄປແລ້ວ ແຕ່ເຊື່ອ ແລະ ສົມມຸດກັນວ່າ ບໍ່ໄດ້ໄປເກີດຊາດໃໝ່ ຕົກທຸກໄດ້ຍາກໃຊ້ກຳຢູ່ໃນ ທຸຂະຕິພົບ ຫຼື ນາຮົກ ແລະ ເປັນການທານຫາເຜດຜີປີສາດຕ່າງໆ ທີ່ຈ່າຍົມພິບານ ປ່ອຍອອກມາຈາກນາຮົກ ເພື່ອໃຫ້ມາຮັບຂອງທານ ໃນວັນເດືອນເກົ້າດັບຄືມື້້ບຸນຫໍ່ເຂົ້າປະດັບດິນ ບຸນເຂົ້າສະຫຼາກ ເດືອນ ສິບເພັງຖືກັນວ່າ ເປັນມື້ທີ່ຜີເຜດ ປີສາດ ແລະ ພວກທີ່ມີບາບໜາ ທີ່ຖືກປ່ອຍອອກມາຮັບຂອງທານ ເປັນເວລາເປັນເວລາສອງອາທິດ ຕັ້ງແຕ່ບຸນຫໍ່ເຂົາປະດັບດິນ ໃນເດືອນເກົ້າດັບນັ້ນຈະຕ້ອງກັບຄືນສູ່ນາຮົກໃນວັນບຸນເຂົ້າສະຫຼາກນີ້.

ບຸນຫໍ່ເຂົ້າສະຫຼາກນີ້ ຕາມປົກກະຕິແລ້ວແມ່ນຈັດຂື້ນໃນວັນເພັງເດືອນສິບຂອງທຸກໆປີ ຕາມຮີດຄອງດັ່ງເດີມຂອງລາວ ໃນວັນຫໍ່ເຂົ້າສະຫຼາກນີ້ ຊາວບ້ານຈະພາກັນໄປທຳບຸນຢູ່ວັດ ມີການຕັກບາດຢາດນ້ຳ ຮັກສາສິນຫ້າສິນແປດ ຖວາຍຈັງຫັນ ແລະ ເພນ ສັງຄະທານຕ່າງໆແກ່ພະພິກຂຸສົງ.

ເຂົ້າສະຫຼາກທີ່ເຮົາທານນັ້ນ ກໍ່ມີເຂົ້າສານ ເຂົ້າຕົ້ມ ເຂົ້າໜົມ ກ້ວຍ ອ້ອຍ ໝາກໄມ້ທັງສົ້ມ ແລະ ຫວານ ເຄື່ອງບໍລິໂພກຕ່າງໆ ແລະ ເງິນສຳລັບໃຊ້ຈ່າຍ ເອົາໃສ່ໃນຊອງຫຼື ກວຍສານດ້ວຍໄມ້ໄຜ່, ໄມ້ບົງ, ໄມ້ຊາງໄພ ແລ້ວແຕ່ສະດວກ ສຳລັບຊອງສະຫຼາກ ທີ່ມີຂະໜາດນ້ອຍນັ້ນໃຊ້ຕອກສານ ສ່ວນຊອງສະຫຼາກໂຊກ ທີ່ມີຂະໜາດໃຫ່ຍ ແມ່ນໃຊ້ກວຍມີແກນຕັ້ງໃສ່ກາງກວຍແກນນັ້ນຕາມປົກກະຕິໃຊ້ຕົ້ນກ້ວຍຂະໜາດນ້ອຍ ຈົ່ງໃບໄວ້ສອງສາມໃບເພື່ອເອົາເງິນຫ້ອຍໃສ່ ລັກສະນະຄືກັບຕົ້ນກາລະພຶກ ແປງໄມ້ຄ້ຳທາງໃນໃຫ້ແໜ້ນ.

ສຳລັບເຄື່ອງທານ ໃນກວຍສະຫຼາກໂຊກນີ້ກໍ່ມີເຊັ່ນດຽວກັນກັບເຄື່ອງທານທີ່ເຮົາເອົາໃສ່ໃນຊອງສະຫຼາກ ແຕ່ມີຫຼາຍກວ່າ ມີຮອດກ້ວຍເປັນຫວີ ໜາກພ້າວເປັນໜ່ວຍ ເຜືອກ ມັນ ອາຫານສັ້ນ ອາຫານຍາວ ແລະເຄືອງອຸປະໂພກ ບໍລິໂພກອື່ນໆແລ້ວແຕ່ສັດທາຂອງຜູ້ທານ ກ່ອນທີ່ຈະເອົາຂອງທານໃສ່ ໃນຊອງຫຼືກວຍສະຫຼາກນັ້ນຕາມປົກກະຕິໃຊ້ໃບຕອງກ້ວຍ ອງທາງໃນ ເພື່ອບໍ່ໃຫ້ເຫັນຂອງທານ ທີ່ໃສ່ໃນຊອງນັ້ນ ນິຍົມເອົາຟົດໝາກເດືອຍສົດ ແລະ ຟົດເຂົ້າຝ້າງໃສ່ຕາງດອກໄມ້.

ສະໄໝສູ່ມື້ນີ້ ມີການໃຊ້ກະຕ່າ ກະບຸງ ແທນກວຍ ແລະ ຊອງສະຫຼາກ ເພາະ ເປັນການສະດວກກວ່າ ແລະ ກໍ່ເປັນປະໂຫຍດແກ່ທາງວັດທີ່ຈະໃຊ້ກະບຸງກະຕ່ານັ້ນ ເພື່ອປະໂຫຍດທາງອື່ນ ແທນທີ່ຈະເອົາຖີ້ມດັ່ງກວຍ ແລ ຊອງສະຫຼາກ ທີ່ໃຊ້ໄມ້ໄຜ່ ແລະ ຕອກສານນັ້ນ.

ພິທິຫໍ່ເຂົ້າສາກນີ້ ຊາວພຸດບໍລິສັດ ຈະນຳເອົາກ້ວຍ ແລະ ຊອງສະຫຼາກທີ່ຈະທານນັ້ນໄປໂຮມກັນຢູ່ໃນວັດ ທີ່ຫໍແຈກ ຫຼື ໃນສິມແລ້ວແຕ່ຄວາມສະດວກ ທາງຄະນະກຳມະການວັດທີ່ນຳກັນການຈົກສະຫຼາກ ຈະເຮັດບັນຊີກວຍ ແລະ ຊອງສະຫຼາກທີ່ຊາວບ້ານນຳເອົາໄປທານນັ້ນ ແຕ່ລະກວຍຫຼືຊອງສະຫຼາກນັ້ນ ມີໃບສະຫຼາກສອງອັນ ອັນໜຶ່ງໃສ່ກະຕ່າກວຍຫຼືຊອງສະຫຼາກ ອີກໃບ ຈເອົາໃສ່ໃນໂອ ຫຼືຂັນ ສຳລັບໃຫ້ພະພິກຂຸ ຈົກເອົາ ສະໄໝກ່ອນໃບສະຫຼາກນັ້ນໃຊ້ໃບຕອງກ້ວຍສົດ ຂຽນດ້ວຍເຫຼັກຈານໂດຍແມ່ນເຈົ້າສັດທາເປັນຜູ້ຂຽນຂໍ້ຄວາມແບບດຽວກັນໃສ່ໃບສະຫຼາກທັງສອງນັ້ນ.

ສ່ວນຂໍ້ຄວາມທີ່ຂຽນໃສ່ໃບສະຫຼາກນັ້ນ ເປັນຄຳປະກາດ ແຈ້ງໃຫ້ຜູ້ທີ່ລ່ວງລັບໄປແລ້ວນັ້ນຮູ້ວ່າ ແມ່ນໃຜທານຫາໃຜ ຕົວຢ່າງເຊັ່ນວ່າ ທ້າວ ບຸນ ແລະ ນາງມີ ສອງຜົວເມຍ ຈະທານໄປຫາພໍ່ ແລະ ແມ່ຊື່ ທິດຄຳ ແລະ ນາງຈັນ ທີ່ລ່ວງລັບໄປແລ້ວນັ້ນກໍ່ຂຽນວ່າ “ ເຂົ້າສະຫຼາກຊອງນີ້ ພວກຜູ້ຂ້າໝາຍມີ ທ້າວ ບຸນ ແລະ ນາງມີ ພ້ອມດ້ວຍຍາດຕິພີ່ນ້ອງ ຂໍທານໄປຫາພໍ່ ແລະ ແມ່ ຊື່ ທິດຄຳ ແລະ ນາງຈັນ ທີ່ເຖິງແກ່ກຳໄປແລ້ວ ຂໍໃຫ້ເຂົ້າສະຫຼາກຊອງນີ້ໄປຮອດໄປເຖິງກໍ່ຂ້າເທີ້ນ ” ດັ່ງນີ້ ເປັນຕົ້ນ.

ຫຼັງຈາກພະສັນເພນແລ້ວ ທາງຄະນະກຳມະການກຳກັບສະຫຼາກ ຈະເອົາໃບສະຫຼາກຈາກເຈົ້າສັດທາທີ່ໄປທານນັ້ນໂຮມກັນໃສ່ໂອຫຼືຂັນ ເອົາໄປຖວາຍໃຫ້ພະພິກຂຸສົງ ສາມະເນນ ຈົກເອົາຕາມຈຳນວນສ່ວນແບງ ແລ້ວອ່ານຂໍ້ຄວາມໃນໃຈສະຫຼາກນັ້ນ ຖ້າຕົກເປັນຂອງສັດທາຜູ້ໃດ ຜູ້ນັ້ນ ກໍ່ເອົາຊອງສະຫຼາກນັ້ນ ໄປຖວາຍພະພິກຂຸສົງຕົນນັ້ນ ແລ້ວຮັບພອນຈາກພະພິກຂຸສົງດັ່ງກ່າວ ບາງທ້ອງຖິ່ນ ກໍ່ນິຍົມເອົາໃບສະຫຼາກນັ້ນໃສ່ບາດເມື່ອພະພິກຂຸສາມະເນນ ອົງໃດຈັບສະຫຼາກອອກຈາກບາດ ຍື່ນໃຫ້ກຳມະການອ່ານ ເຈົ້າສັດທາຊຶ່ງເປັນເຈົ້າຂອງສະຫຼາກ ກໍ່ຈະເອົາຊອງສະຫຼາກນັ້ນ ໄປຖວາຍໃຫ້ພະອົງນັ້ນ ລາງເທື່ອກໍ່ເປັນສະຫຼາກຂອງສັດທາຂອງຜູ້ດຽວ ລາງເທື່ອກໍ່ເປັນສະຫຼາກໂຮມຂອງຫຼາຍຄົນ ສະຫຼາກໂຊກນີ້ສ່ວນໃຫຍ່ແມ່ນຍໍຖວາຍ ເຈົ້າອາວາດວັດ ຫຼື ຮອງເຈົ້າອາວາດ ຢ່າງໃດກໍ່ດີ ບຸນເຂົ້າສະຫຼາກ ຫຼືຫໍ່ເຂົ້າສະຫລາກດັ່ງກ່າວນີ້ ແຕ່ລະທ້ອງຖິ່ນມີການປະຕິບັດແຕກຕ່າງກັນໄປ ເປັນປະເພນີ ອັນດີງາມ ທີ່ຄວນຮັກສາໄວ້ບໍ່ໃຫ້ເສື່ອມສູນໄປ.

11mບຸນປະຈຳເດືອນ11ຕາມຮີດ 12 ຂອງລາວ ກໍ່ແມ່ນ ປະວໍລະນາອອກພັນສາຫຼືວັດສາ ຫຼັງຈາກທີ່ພະພິກຂຸສົງສີ້ນສຸດການຈຳພັນສາຢູ່ກັບວັດໂດຍ ບໍ່ຈາກໄປຄ້າງຄືນຢູ່ວັດອື່ນ ເປັນເວລາສາມເດືອນ ຕັ້ງແຕ່ ວັນເພັງເດືອນ 8 ຮອດ ວັນເພັງ ເດືອນ 11 ຂອງທຸກໆປີ.

ໃນມື້ບຸນອອກພັນສານີ້ ທຸກວັດມີການທຸນ ຕັກບາດ ຢາດນ້ຳ ຮັກສາສິນຟັງທຳເທສະໜາຖວາຍ ສັງຄະທານ ແລະ ຖວາຍ ໄຕຣຈີວອນ ຖວາຍຜ້າອາບນ້ຳຝົນແກ່ພະພິກຂຸສົງ ມີພິທີປະວໍລະຣະນາ ລະຫວ່າງພະພິກຂຸສົງ ຄືປົງອາບັຕ ໃຫ້ອະໂຫສີກັມ ແກ່ກັນ ແລະ ກັນ ໃນສິ່ງທີ່ຜິດພາດ ຕະຫຼອດ ສາມໄຕຣມາສ ຄື ສາມເດືອນໄລຍະເຂົ້າພັນສານັ້ນ ຕອນແລງຄ່ຳທຸກວັນມີການປະດັບປະດາ ໄຕ້ໂຄມໄຟ ໄຕ້ຜາງປະທີບຫຼາຍອັນຕາມຕ້າຍວັດ ຫຼືຕາມຕີນພະທາດ ມີການໄຫຼເຮືອໄຟ ຊ່ວງເຮືອ ແລະ ເສັງກອງຂັນຫຼືກອງຫາງ.

ຜາງປະທີບນັ້ນ ສະໄໝກ່ອນດຶກດຳບັນຜ່ານມາເພິ່ນໃຊ້ດິນປັ້ນເປັນຖ້ວຍນ້ອຍໆຕາກແດດໃຫ້ແຫ້ງແລ້ວເຜົາແບບເຜົາໝໍ້ດິນ ໃຊ້ຝ້າຍຝັ້ນເປັນຍ່ອມຕີນກາ ສຳລັບເຮັດໄສ້ປະທີບ ສ່ວນນ້ຳມັນສຳລັບໄຕ້ນັ້ນ ກໍ່ມີນ້ຳມັນໝາກເຍົາ ນ້ຳມັນໝາກແຕກ.

ບຸນປະຈຳເດືອນ11 ທີ່ສຳຄັນອີກອັນໜຶ່ງ ກໍ່ແມ່ນບຸນກະຖິນ ມີກາຍທອດກະຖິນ ວັດບ້ານໃຕ້ ບ້ານເໜືອນຕາມປະເພນີ.

That-Luong 1ບຸນນະມັດສະການພະທາດຫຼວງວຽງຈັນ ແມ່ນບຸນສຳຄັນອັນໜຶ່ງ ໃນຮີດ 12 ຂອງລາວເຮົາ ບຸນທາດຫຼວງປີນີ້ ເລີມຕົ້ນແຕ່ວັນທີ່ 13 ຮອດວັນທີ່ 19 ພະຈິກ ຊຶ່ງເປັນມືເພັງ ເດືອນ 12 ມີຮ້ານສະແດງສິນ ຄ້ານາໆຊາດຕັ້ງຕາມແຄມເດີ່ນພະທາດຫຼວງ ມີການແຂ່ງມ້າ ຕີຄີ ຄົບງັນຕ່າງໆຕາມປະເພນີທີ່ມີມາແຕ່ບູຮານນະການ ກ່ຽວກັບປະເພນີຕີຄີມີສອງຄະນະຄື: ຄະນະເຈົ້ານາຍຂ້າລາດສະການ ແລະ ໄພຟ້າປະຊາກອນ ລູກຄີນັ້ນ ເຮັດດ້ວຍເຫຼັກ ຂະໜາກທໍ່ກຳປັ້ນ ສ່ວນໄມ້ຕີນັ້ນ ໃຊ້ເຫງົ້າໄມ້ຮວກ ໄມ້ຊາງໄພ ຫຼືໄມ້ບົງ ມີລັກສະນະຄ້າຍຄືກັບ ໄມ້ຕີຮອກກີ ກະຕິກາ ການຕີນັ້ນ ມີການເຊື່ອຖືກັນວ່າ ຄັນຖ້າຄະນະເຈົ້ານາຍຂ້າລາດສະການມີໄຊ ຫຼືໄຊຊະນະ ບ້ານເມືອງຈະເດືອດຮ້ອນໃນ ພາຍຫຼັງ ຄັນຄະນະໄພ່ຟ້າປະຊາກອນຊະນະ ບ້ານເມືອງຈະສຸກຊຸ່ມກຸ່ມເຢັນ ສະນັ້ນການແຂ່ງຂັນຕີຄີ ຈຶ່ງເປັນພຽງປະເພນີ ແລະ ການແຂ່ງຂັນແຕ່ລະປີ ແມ່ນຄະນະຕີຄີຂອງໄພ່ຟ້າປະຊາກອນຊະນະສະເໝີ ແລະ ການແຂ່ງຂັນມ້ານັ້ນ ສະໄໝ ກ່ອນມີການແຂ່ງຂັນມ້າຫອບ ແລະ ມ້າຊຳ ແລະ ມີການລົງເງິນພະນັນກັນ ຄືກັບການແຂ່ງມ້າ ຕາມສະໝາມມ້າທົ່ວໄປ ມີການຂາຍອາຫານ ເຂົ້າຫຼາມ ປີ້ງໄກ່ ມີການຄົບງັນມ່ວນຊື່ນ ຕາມປະເພນີຢ່າງໃດກໍ່ຕາມ ເຮົາຂໍເລົ່າສູ່ທ່ານຟັງຈັກນ້ອຍ ກ່ຽວກັບປະຫວັດຄວາມເປັນມາຂອງພະທາດຫຼວງວຽງຈັນ.

ຄືໃນຕຳລາ ອຸຣັງຄະທາຕນັ້ນເວົ້າວ່າ ພະທາດຫຼວງຫຼືເຈຕິຍະໂລກຈຸລະມະນີ ໄດ້ຖືກສ້າງຂື້ນໂດຍເຈົ້ານະຄອນວຽງຈັນຄົນທຳ ອິດທີ່ມີຊື່ວ່າ ເຈົ້າຈັນທະບຸຣີ ພ້ອມດ້ວຍພະອໍຣະຫັນຫ້າອົງ ປະຫວັດຫຍໍ້ມີມາວ່າ ເມື່ອອົງພະສັມມມາສັມພຸທເຈົ້າດັບຂັນປະ ຣິນິພານໄປແລ້ວຕໍ່ມາ ພະກັສປະມະຫາເຖຣະ ໄດ້ນຳເອົາ ອຸຣັງຄທາຕ ຄືກະດູກຫົວເນົ່າຂອງພະພຸທເຈົ້າຈາກນະຄອນຣາຊະ ຄຶຫ໌ ປະເທດ ອິນເດຍ ມາບັນຈຸໄວ້ໃນພະທາດຫຼວງວຽງຈັນ ບາງຕຳນານກໍ່ເວົ້າວ່າ ພະທາດຫຼວງວຽງຈັນສ້າງຂື້ນໃນສະໄໝ ພະເຈົ້າສີທັມໂສກຣາຊ ອ້ອມອົງພະທາດນັ້ນ ມີເຈດີທັງໝົດ 30 ອົງ ອັນເປັນເຄື່ອງໝາຍຂອງ ປາຣະມີ 30 ທັດ ທີ່ອົງ ພະສັມມາສັມພຸທເຈົ້າ ໄດ້ບຳເພັນມາກ່ອນທີ່ຈະໄດ້ ຕັສຣູ້ເປັນອົງພະສັມມາສັມພຸທເຈົ້າ ສ່ວນອົງພະທາດຫຼວງນັ້ນ ມີລວງສູງ 45 ແມັດ ອັນນີ້ແມ່ນສ່ວນໜຶ່ງ ຫຍໍ້ໆໃນປະຫວັດຄວາມເປັນມາຂອງພະທາດຫຼວງວຽງຈັນ.

ຢ່າງໃດກໍ່ດີ ພິທີສະເຫຼີມສະຫຼອງ ບຸນພະທາດຫຼວງວຽງຈັນ ແມ່ນບຸນສຳຄັນປະຈຳ ແລະ ເປັນປະເພນີທີ່ປະຕິບັດກັນ ສືບມາແຕໂບຣານນະການ ເຮົາຂໍສະເໜີກາບກອນ ກ່ຽວກັບບຸນ ນະມັດສະການພະທາດຫຼວງ ສູ່ທ່ານຟັງ ດັ່ງນີ້:

ຍາມເມື່ອຝົນຫ່າງຟ້າ   ເຂົ້າເຂດລະດູໜາວ
ເດືອນສິບສອງວັນເພັງ   ສະຫວ່າງແຂໄຂແຈ້ງ
ວັນສະເຫຼີມສະຫຼອງໄຫວ້   ພະທາດຫຼວງອົງປະເສີດ
ສົມບັດມູນມິ່ງເຫງົ້າ   ຂວັນແກ້ວແກ່ນນະຄອນ ທ່ານເຮີຍ
ພະທາດຫຼວງກໍ່ຕັ້ງ   ກວມກະດູກ ສັບພັນຍູ
ມີເຈດີ 30 ອົງ   ແວດວົງວຽນລ້ອມ
ເປັນເຄື່ອງໝາຍໃຫ້ເຮົາຮູ້   ປາຣະມີ 30 ທັດ
ອົງຕະຖາຄົຕເຈົ້າ   ຊົງສ້າງແຕ່ປະຖົມ
ມໍລະດົກແຕ່ເຄົ້າ   ຂອງເກົ່າລາວເຮົາ ທ່ານເຮີຍ
ພະທາດຫຼວງວຽງຈັນ   ມິ່ງເມືອງລາວແທ້
ຫາກແມ່ນລາຊະເຈົ້າ   ສີທັມມະໂສກຣາຊ
ສ້າງໃສ່ລູກທາດເຈົ້າ   ແນວເຫງົ້າໜໍ່ພຸດໂທ
ແມ່ນວ່າສັບພັນຍາເຈົ້າ ສະເດັດສູ່ນີລະພານ
ເປັນເວລາເຫິງນານ   ສອງພັນປີປາຍແລ້ວ
ແຕ່ວ່າ ສັຈຈະທັມໄທ້   ຂອງພະອົງຍັງຢູ່
ພິກຂຸສົງສືບສ້າງ   ບໍ່ເພມ້າງສາສະໜາ
ໃຜຜູ້ເອົາຈິດຕັ້ງ ຍຶດໜຽວໃນສິນທຳ
ບຳເພັນການກຸສົນ   ບາບກຳໃຫ້ໄລເວັ້ນ
ຊື່ວ່າເດີນຕາມເສັ້ນ   ແນວທາງ ພຸດທະບາດ
ຊີວິດສຸດມ່ວນແມ້ງ   ມານຮ້າຍຈະບໍ່ມີທ່ານເອີຍ.

ຄອງສິບສີ່ຂອງສາມັນຍະຊົນ
ຄອງສິບສີ່ນັ້ນ ແມ່ນຄອງສາມັນຍະຊົນ ທີ່ຈະຕ້ອງປະພຶດປະຕິບັດ ໃນລະຫວ່າງຄອບຄົວ ຜົວເມຍ ເຮືອນຊານ, ຊາວບ້ານ ແລະ ວັດວາສາສະໜາ ມີຢູ່ 14 ຂໍ້ຄື:

1. ເມື່ອພຶດໂພດເຂົ້າກ້າໝາກໄມ້ ເປັນຮວງເປັນໝາກມາແລ້ວ ຕົນຢ່າຟ້າວກີນກ່ອນ ໃຫ້ເອົາໄປທຳບຸນໃຫ້ທານ ແກ່ທ່ານຜູ້ມີສີນກີນກ່ອນ ແລ້ວຕົນຈຶ່ງກີນເມື່ອພາຍລຸນ.
2. ຢ່າໂລບລາຍຕາຊິງຕາຍອຍ ຢ່າຈ່າຍເງີນແດງແປງເງີນຄ້ວາງ ແລະ ຢ່າກ່າວຄຳຫຍາບຊ້າກ້າແຂງຕໍ່ກັນ.
3. ໃຫ້ພ້ອມກັນເຮັດຮົ້ວຕ້າຍ ແລະ ກຳແພງອ້ອມຮອບວັດວາອາຮາມ ແລະ ບ້ານເຮືອນແຫ່ງຕົນ ແລ້ວປຸກຫໍບູຊາເທວະດາໄວ້ໃນສີ່ແຈບ້ານເຮືອນ.
4. ເມື່ອຈັກຂື້ນເຮືອນນັ້ນ ໃຫ້ຊວ່າຍລ້າງຕີນເສຍກ່ອນ ແລ້ວຈື່ງຂື້ນ.
5. ເມື່ອເຖິງວັນສີນ 7-8-14-15 ຄຳ ໃຫ້ສົມມາກ້ອນເສົ້າ ແມ່ຍ່າຄີໄຟ ແລະ ແມ່ຂັ້ນໄດປະຕູ ທີ່ຕົນໄດ້ອາໄສຢູ່ທຸກຄ່ຳເຊົ້າວັນຄືນ.
6. ເມື່ອຈັກເຂົ້ານອນນັ້ນ ໃຫ້ເອົານ້ຳຊວ່າຍລ້າງຕີນຜົວແຫ່ງຕົນເສຍກ່ອນ ແລ້ວຈື່ງເຂົ້ານອນ.
7. ເຖິງວັນສີນໃຫ້ເອົາດອກໄມ້ທູບທຽນ ສົມມາຜົວແຫ່ງຕົນ ແລະ ພໍ່ແມ່ເຖົ້າແກ່ລຸງຕາຂອງຕົນ ແລະ ເຖິງວັນອຸໂປສົດ ພະສັງຄະເຈົ້າ ເອົາອຸໂປສົດ ໃຫ້ແຕ່ງຂັນດອກໄມ້ທູບທຽນໄປເຄນສັງຄະເຈົ້າ.
8. ເຖິງວັນສີນດັບສີນເພັງມານັ້ນ ໃຫ້ນິມົນພະສັງຄະເຈົ້າມາສູດມຸງຄຸນເຮືອນ ແລ້ວທຳບຸນໃສ່ບາດຖວາຍທານ ໝາຍຄວາມວ່າໃຫ້ເຮັດບຸນໃນມື້ວັນສີນ.
9. ເມື່ອພິກຂຸ ມາບີນທະບາດນັ້ນ ຢ່າໃຫ້ເພີ່ນຄອຍຖ້າ ເວລາໃສ່ບາດກໍ່ຢ່າໃຫ້ຊູນບາດ ຊູນພິຄຸສາມະເນນ ແລະ ຍາມໃສ່ບາດນັ້ນກໍ່ຢ່າໄດ້ໃສ່ເກີບ, ກັ້ງຄັນຮົ່ມ, ເອົາຜ້າປົກຫົວ, ອຸ້ມຫຼານ, ຖືເຄື່ອງສັຕຣາອາວຸດ(1).
10. ເມື່ອພິກຂຸ ເຂົ້າປະຣິວາສກັມຊຳລະເນື້ອຕົນນັ້ນ ເວລາອອກຈາກປະຣິວາດກຳ ແລ້ວໃຫ້ມີຂັນດອກໄມ້ທູບທຽນ ແລະ ເຄື່ອງອັດທະປະຣິຂານໄປຖວາຍ.
11. ເມື່ອເຫັນພະພິກຂຸສັງຂະເຈົ້ົ້າ ກາຍມາໃຫ້ນັ່ງລົງຍໍມືໄວ້ກ່ອນແລ້ວຈື່ງເຈລະຈາ.
12. ຢ່າຢຽບຢຳເງົາ ເຈົ້າພິກຂຸສຳມະເນນ ຕົນມີສີນບໍລິສຸດ.
13. ຢ່າເອົາອາຫານເງື່ອນ ອັນຕົນກີນແລ້ວໄປທານໃຫ້ແກ່ສັງຂະເຈົ້າ ແລະ ເອົາໄວ້ຖ້າໃຫ້ຜົວກີນ.
14. ຢ່າເສບກາມຄຸນ ໃນວັນສີນ, ວັນເຂົ້າພັນສາ, ອອກພັນສາ ແລະວັນມະຫາສົງການ ວັນປີໃໝ່.

Add comment


Security code
Refresh

ທ່ານກຳລັງຢູ່ທີ່: ຫນ້າທຳອິດ ແຫລ່ງມໍລະດົກ ມໍລະດົກທາງດ້ານວັດທະນະທຳ ຮີດ 12 ຄອງ 14