ໂຄງການບູລະນະຈັດສັນຕົວເມືອງຫຼວງພະບາງ (PAU-LP).
- ລາຍລະອຽດ
- ວັນສຸກ, 09 ພຶດສະພາ 2014 03:55 Super User ກົດເບິ່ງ: 1140
ເຈົ້າຂອງໂຄງການ : ໂຄງການບູລະນະຈັດສັນຕົວເມືອງຫຼວງພະບາງ(PAU-LP).
ແຂວງຫລວງພະບາງ, ເມືອງຫລວງພະບາງ
ຜູ້ດຳເນີນງານ : ຫ້ອງການມໍລະດົກ
ວັນ ເດືອນ ປີ ສ້ອມແປງ : ໑໙໙໙
ວັນ ເດືອນ ປີ ສຳເລັດ : ໒໐໐໑
ຜູ້ໃຫ້ທຶນ : ອົງການຝຣັ່ງ ເພື່ອການພັດທະນາ(AFD)
ງົບປະມານທັງໝົດ: 1,800,000 €
ເລີ່ມດຳເນີນງານໃນປີ ໑໙໙໙ ໂຄງການບູລະນະຕົວເມືອງຫລວງພະບາງ (PAU-LP) ສະໜັບສະໜຸນທຶນໂດຍອົງການຝຣັ່ງ ເພື່ອການພັດທະນາ (AFD) ປະຕິບັດສຳເລັດໃນປີ ໒໐໐໑.
ການທ່ອງທ່ຽວເປັນປັດໃຈທີ່ປະເສີດ ໃນການພັດທະນາຕົວເມືອງຫລວງພະບາງ ໂດຍການຊ່ວຍເຫຼື່ອຂອງອົງການຝຣັ່ງ ເພື່ອການພັດທະນາ ຍົກ ຄຸນຄ່າ ຄວາມສາມາດບົ່ມຊ້ອນເຫຼົ່ານີ້.
ຈຸດປະສົງເປົ້າໝາຍທີ ໑ ຂອງໂຄງການແມ່ນ ສ້າງຕັ້ງ ແລະ ປະຕິບັດແຜນປົກປັກຮັກສາ ແລະ ເຮັດໃຫ້ມີຄຸນຄ່າ, ຕົ້ນຕໍແມ່ນແນ່ໃສ່ ຈັດສັນການ ພັດທະນາ ຂົງເຂດ.
ເພື່ອເຮັດໃຫ້ກິດຈະກຳ ການຝຶກນັ້ນສົມບູນແບບ ຕາມເນື້ອເຄົ້າຂອງການຮ່ວມມືກະຈາຍສິດທ້ອງຖິ່ນນັ້ນ, ການຟື້ນຟູຄືນໃໝ່, ການຍົກຄຸນຄ່າເຮືອນ ໄມ້ ບ້ານຊຽງມ່ວນ ແລະ ເຮືອນພາສີເກົ່າ, ການຝຶກອົບຮົມຕົວຈິງ ໃນວຽກງານການບູລະນະປະຕິສັງຂອນ ວັດປ່າຝາງຈຶ່ງເປີດກວ້າງ.


ເສັ້ນທາງຮ່ອມທີ່ເປັນຕົວແບບທີ່ບ້ານວັດແສນ ການຝຶກອົບຮົມການປະຕິສັງຂອນວັດປ່າຝາງ
ເພື່ອຢັ້ງຢືນວ່າ ການບູລະນະພື້ນຖານໂຄງລ່າງ ຈະບໍ່ມີຜົນກະທົບຕໍ່ ໂສມໜ້າຂອງເມືອງມໍລະດົກ, ສະໜາມກໍ່ສ້າງເພື່ອເປັນ ຕົວແບບຈຶ່ງໄດ້ເລີ່ມຂື້ນ.
ການປົກປັກຮັກສາຕົວເມືອງ ຈະຕ້ອງມີການຮ່ວມມືຂອງປະຊາຊົນ, ການຈັດຕັ້ງປະຕິບັດ ທຶນຊ່ວຍເຫຼືອ ປະຊາຊົນ ໄດ້ໃຫ້ພວກເຮົາສຳຫຼວດຄວາມສະອາດ ສາມາດເພື່ອຕອບສະໜອງທຶນ ໃຫ້ແກ່ປະຊາຊົນ ໃນການສ້ອມແຊມເຮືອນ ໂດຍມີກາານແລກປ່ຽນ ໃຫ້ນັບຖືກົດລະບຽບ ກ່ຽວກັບການປົກປັກ ຮັກສາມໍລະດົກ. ກອງທຶນຊ່ວຍເຫຼືອປະຊາຊົນ ແລະ ການກໍ່ສ້າງໂຄງລ່າງ ທີ່ເປັນຕົວແບບນີ້ ຍັງອານຸຍາດໃຫ້ມີການປັບປຸງ ການຜະລິດຕະພັນ ດິນເຜົາ ໃນເມືອງຫລວງພະບາງ.
ໂຄງການ PAU-LP ໄດ້ອານຸມັດໃຫ້ເຮັດທຸກການສຶກສາສຳຫຼວດ ເພື່ຶອກະກຽມໃຫ້ແກ່ໂຄງການຊ່ວງທີ່ ໒ ເຊຶ່ງຈະໄດ້ຮັບ ການສະໜອງທຶນໂດຍ ອົງການຝຣັ່ງ ເພື່ອການພັດທະນາ : ໂຄງການບູລະນະຈັດສັນ ຂົງເຂດອານຸລັກຕົວເມືອງຫລວງພະບາງ(PASS – LP).