luangprabang-heritage.org

  •  
  •  
  •  

Font Size

Layout

Menu Style

Cpanel

ຫໍວາງສະແດງຊົນເຜົ່າເຮືອນໄມ້ຊຽງມ່ວນ

xiengmuanhuose1   xiengmuanhuose   xiengmuanhuose

    ເຮືອນ​ຫຼັງ​ນີ້​ສ້າງ​ຂື້ນ​ປະມານປີ 1900 ໂດຍ​​ທ່ານ ​ທອງ​ໄຊ​ຍະ​ສິດ, ພະຍາ​ເມືອງ​ແສນ ຖານັນດອນ​ສັກ ທີ່​ສູງ​ໃນ​ພະຣາຊະ​ວັງ ( ​ເມື່ອ​ກ່ອນ). ເປັນ​ເຮືອນ​ຕົວຢ່າງ​ທີ່​ຫາ​ເຫັນ​ໄດ້​ຍາກ ທີ່​ເຫຼືອ​ຢູ່​ໃນ​ຫຼວງ​ພະ​ບາງ ​ເປັນ​ເຮືອນ​ຂອງ​ຄົນ​ຊັ້ນ​ສູງ​ ແບບ​ກ່ອນ​ ລາວ​-​ໂຄ​ໂລ​ນຽວ ຍ້ອນ​ຫຼັງ​ກ່ອນ​ການ​ແຜ່​ອິດ​ທິພົນ​ຂອງ​ພວກ​ລ່າ​ຫົວ​ເມືອງ​ຂື້ນ.

               ສະຖານ​ທີ່​ເຮືອນ​ຕັ້ງ​ຢູ່​ໃນ​ເມື່ອ​ກ່ອນ​ເປັນ​ໜອງ ຊຶ່ງ​ເຈົ້າ​ຊີວິດ​ພະ​ລາ​ຊະ​ທານ​ໃຫ້​ ທ່ານ​ ທອງ ​ໄຊ​ຍະ​ສິດ ​ເພິ່ນ​ປຸກ​ເຮືອນ​ຫຼັງ​ຈາກ​ເພິ່ນ​ໄດ້​ແຕ່ງດອງ ​ແລະ ມີ​ພະ​ລາຊະ​ໂອງ​ການຈາກ​ພະ​ລາ​ຊະ​ວັງ ​ເພີ່ນ​ໄດ້​ຈ້າງ​ຊ່າງລື້​ໃນ​ລ້ອງນ້ຳ​ອູຜູ້ໜຶ່ງມາ​ສ້າງ.

xiengmuanhuose4   xiengmuanhuose3   xiengmuanhuose5

          ເຮືອນ​ຫຼັງນີ້ ໄດ້​ຕັ້ງ​ຫ່າງ​ຈາກ​ເຮືອນ​ຫຼັງ​ອື່ນ ເພາະ​ມີ​ຕົ້ນ​ໄມ້​ຂຽວ​ອ້ອມ ​ເມື່ອ​ຍ່າງ​ອອກ​ມາ​ຈາກ​ໃນ​ສວນ ບັນຍາກາດ​ຮູ້ສຶກ​ເປົ່າ​ປ່ຽວ ​ແລະ​ ເປັນ​ສ່ວນ​ຕົວ. ມີ​ລະ​ບ່ຽງ​ໄມ້ເປີດ​ໂລ່ງ, ມີໜ້າ​ບ້ານ, ມີ​ຫ້ອງ​ໂຖງ​ໃຫຍ່​ສຳລັບ ເຮັດ​ພິທີ ​ແລະ​ ມີ​ຫ້ອງ​ນອນ​ຫຼາຍ​ຫ້ອງ.

            ລະ​ບ່ຽງກາງ​ແຈ້ງ​ມີ​ມ້ານັ່ງ​ຍາວ​ຫຼາຍ​ຕົວ​ຈັດ​ໄວ້​ສຳຫຼັບ​ແຂກຍາດ​ພີ່ນ້ອງ, ​ເພື່ອນ​ຝູງ ແລະ ​ຊາວບ້ານທີ່​ມາ​ລໍຖ້າ​ພົບ​ ພະຍາ​ເມືອງ​ແສນ ຜູ້​ເປັນ​ເຈົ້າ​ເຮືອນ ມີ​ຕົ້ນ​ໄມ້​ໃຫຍ່​ຫຼາຍ ​ຕົ້ນ​ສູງ​ເປັນ​ຮົ່ມ​ໃຫ້​ເຮືອນ ໂດຍ​ສະ​ເພາະ​ແມ່ນ​ຕົ້ນ​ໜາ​ກສີດາ ​ໃນ​ມູມ​ລະບຽງ ​ມີ​ໄຫ​ນ້ຳ​ສອງ​ໜ່ວຍ​ ສຳລັບ​ແຂກ​ທີ່​ມາ​ຫາ​ຕັກ​ກິນ ດັບ​ຄວາມ​ຫີວ ​ເວລາ​ກາງຄືນ​ ທີ່​ລະບຽງ​ຈະ​ຖືກຈັດ​ເປັນ​ລານ​ສະນຸກ​ຢູ່​ຊັ້ນ​ລຸ່ມ ມີ​ຜູ້​ບ່າວ​ມາ​ຮ້ອງ​ເພງ​ກ້ຽວ​ສາວ​ນັ່ງ​ຢູ່​ຊັ້ນ​ເທິງ.

             ໜ້າ​ບ້ານ​ຈັດ​ໄວ້​ຮັບ​ແຂກ​ທີ່​ມີ​ຊື່​ສຽງ​ ພື້ນ​ປູ​ສາດ​ ແລະ ມີ​ເບາະ​ຮອງ​ນັ່ງສອງ​ສາມ​ໜ່ວຍ, ການ​ຮັບ​ປະທານ​ອາຫານ​ ໃນ​ການ​ສະຫຼອງ​ງານ​ຕ່າງໆ ກໍ່​ຈັດ​ຢູ່​ທີ່​ນັ້ນ ໃນ​ທຸກ​ເຊົ້າ ​ທ່ານ​ທອງ ​ໄຊ​ຍະ​ສິດ​ ຈະ​ມາ​ນັ່ງ​ມ້າ​ນັ່ງ​ໜ້າ​ບ້ານ ໜ້າ​ປະຕູ​ເພື່ອ​ ອອກ​ຄຳ​ສັ່ງ​ໃຫ້​ພະນັກງານ ​ແລະ ​ທະຫານ​ຍາມ​ພະ​ລາຊະ​ວັງ ​ທີ່​ເພິ່ນ​ບັງ ຄັບ​ບັນຊາ.

          ເຮືອນ​ຫຼັງ​ນີ້​ມີ​ເຄື່ອງ​ຕົບ​ແຕ່ງ​ທີ່​ຫາ​ໄດ້​ຍາກ ມ້າ​ນັ່ງ​​ໄມ້​ຫຼາຍ​ຕົວ​ທີ່​ຕັ້ງ​ອ້ອມ​ລະບຽງ ​ແລະ ​ໜ້າ​ບ້ານ​ມີ​ໄວ້​ສຳ​ຫຼັບ​ນັ່ງ ​ແລະ​ ວາງ​ອຸປະກອນ​ທີ່​ຮັບ​ໃຊ້​ໃນ​ຊີວິດ​ປະຈຳ​ວັນ ພື້ນ​ຫ້ອງ​ນອນ​ກໍ່​ປູ​ສາດ.

       ໃນ​ຊ່ວງ​ປີ​ທຳ​ອິດ​ຂອງ​ຊິວິດ​ ການ​ສ້າງຄອບຄົວ ທ່ານ​ທອງ ​ໄຊ​ຍະ​ສິດ ​ແລະ ​ພັນ​ລະ​ຍາ​ໃຊ້​ຫ້ອງ​ນອນ​ຫ້ອງທຳ​ອິດ ​ແຕ່​ຫຼັງ​ຈາກ​ມີ​ລູກ​ຫຼາຍ​ຄົນ ທ່ານ​ທອງ ​ໄຊ​ຍະ​ສິດ​ ມີ​ລູກ 18 ຄົນ. ຫ້ອງ​ນອນ​ທຸກ​ຫ້ອງ​ກໍ່​ຈັດ​ໃຫ້​ລູກ​ນອນ ສ່ວນ​ພໍ່​ແມ່​ແມ່ນ​ຍ້າຍ​ມານ​ອນຫ້ອງ​ໂຖງ ລູກນ້ອຍຈະ​ຈັດ​ໃຫ້​ນອນ​ສອງ​ຫຼື​ສາມ​ຄົນ​ຕໍ່​ຫ້ອງ ຕາມ​ທາງ​ຮ່ອມ​ໃນ​ເຮືອນທີ່​ປູ​ຝູກອ່ອນ​ບາງ​ເມື່ອ​ຕອນ​ກາງ​ເວັນ​ຈະ​ພັບ​ເກັບ​ມ້ຽງ​ໄວ້ ສ່ວນ​ຄົນ​ໃຊ້​ໃຫ້​ຈັດນອນ​ຢູ່​ໜ້າ​ບ້ານ.

        ໂຕະ​ບູຊາ ​ແລະ​ ຫີ້ງ​ໃສ່​ຮູບ​ບັນພະ​ບູລຸດຢູ່​ຫ້ອງ​ໂຖງ ​ໂດຍ​ປົກກະຕິ​ເດັກນ້ອຍ​ ແລະ ​ຄົນ​ແປກ​ໜ້າ​ຈະ​ບໍ່​ອະນຸຍາດ​ໃຫ້​ເຂົ້າ​ໄປ​ໃນ​ຫ້ອງ​ນີ້ ຍົກ​ເວັ້ນ​ໃນ​ຊ່ວງ​ມີ​ພິທີກຳ​ພິ​ເສດ ພະສົງ​ ແລະ ​ແຂກ​ຈະ​ຖືກ​ເຊີນ​ເຂົ້າ​ໃນ​ຫ້ອງ​ນີ້ ສະ​ນັ້ນ ຄົນ​ແປກ​ໜ້າ​ຕ້ອງ​ຂໍອະນຸຍາດ​ ຈຶ່ງ​ເຂົ້າ​ໄປ​ໃນ​ຫ້ອງ​ນີ້ໄດ້. ຝາ​ພາຍ​ໃນ​ເຮືອນ​ເປັນ​ຝາ​ໄມ້ ຂັດ​ແຕະ​ໂປກ​ປູນ​ແລະ​ຕ່ຳກວ່າ​ເພດານ​ໜຶ່ງ​ແມັດ ​ແລະ ຕໍ່​ດ້ວຍ​ແຜ່ນ​ໄມ້​ແປ້ນ​ຫ່າງ​ຂັ້ນ​ຫ້ອງ​ນອນ​ຂອງ​ລູກ ການຈັດ​ຫ້ອງ​ແບບ​ນີ້​ກໍ່​ເພື່ອ ​ໃຫ້​ລະບາຍ​ອາກາດ​ພາຍ​ໃນ​ເຮືອນ​ສະດວກ​ດີ.

       ເຮືອນຄົວ ​ແລະ​ ລະບຽງ​ຫຼັງ​ບ້ານ ​ຈັດ​ໄວ້​ສຳລັບ​ເຮັດ​ພິທີກຳ​ໃນ​ເຮືອນ ເພື່ອ​ພັກຜ່ອນ ​ຍ່ອນ​ໃຈ​ຕາມ​ປະ​ເພນີ​ ຫຼວງ​ພະ​ບາງ, ​ໃນ​ລະຫວ່າງ​ ການ​ບູລະນະ​ທັງ​ສອງ​ເທື່ອ​ໂດຍ ​ຫ້ອງການ​ມໍລະດົກ ຄື​ໃນ​ປີ 1996​-2006 ເປັນ​ເຮືອນ​ຍົກ​ພື້ນ​ໃຕ້​ຖຸນ​ໂລ່ງ ​ເສົາ​ໄມ້​ດູ​ໃຫຍ່​ຕັ້ງ​ໃສ່​ແຜ່ນ​ຫີນ​ຝັງ.

  • ໃນປັດຈຸບັນໄດ້ບູລະນະມາເປັນຫໍວາງສະແດງ ວັດທະນະທຳຊົນເຜົ່າ

       ຫໍວາງສະແດງ ວັດທະນະທຳຊົນເຜົ່າ ຫຼວງພະບາງ ຕັ້ງຢູ່ບ້ານຊຽງມ່ວນ ເມືອງ ແລະ ແຂວງ ຫຼວງພະບາງ ເຊິ່ງແມ່ນໜ່ວຍງານໜຶ່ງທີ່ຂື້ນກັບ ຫ້ອງການ ມໍລະດົກໂລກ ຫຼວງພະບາງ ໄດ້ເປີດບໍລິການ ໃຫ້ແຂກພາຍໃນ ແລະ ຕ່າງປະເທດ ເຂົ້າຊົມແຕ່ວັນຈັນ-ວັນສຸກ; ພວກເຮົາໄດ້ສັງລວມເອົາ ປະຫວັດຄວາມເປັນມາ, ຮີດຄອງປະເພນີ, ບຸນງານຕ່າງໆ ທີ່ເປັນເອກະລັກ ຂອງຊົນເຜົ່າຕ່າງໆໃນລາວ ທີ່ມີຄວາມໂດດເດັ່ນ ມາຈັດວາງສະແດງ ຢູ່ເຮືອນມໍລະດົກ ເພື່ອໃຫ້ບັນດາທ່ານ ໄດ້ສຶກສາຮຽນຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ ຕໍ່ກັບວິຖີການດຳລົງຊີວິດ ຂອງເຜົ່າຕ່າງໆ ທີ່ຢູ່ໃນແຂວງ ຫຼວງພະບາງ ພ້ອມນັ້ນຍັງມີ ສາລະຄະດີ ວັດທະນະທຳຊົນເຜົ່າ ໄວ້ໃຫ້ບັນດາທ່ານໄດ້ຮັບຊົມນຳອີກ.

    lao    lao1    154    155    38

     ຊົນເຜົ່າລາວລຸ່ມ ເປັນຊົນເຜົ່າທີ່ມີພົນລະເມືອງຫຼາຍກວ່າເຜົ່າອື່ນໆ ຢູ່ ສ.ປ.ປ.ລາວ ຕັ້ງແຕ່ເໜືອເຖິງໃຕ້, ເຜົ່າລາວລຸ່ມ ສ່ວນຫຼາຍ ແມ່ນຕັ້ງພູມລຳເນົາ ຢູ່ເຂດທົ່ງພຽງ, ພູພຽງ ເນື້ອທີ່ຮາບພຽງ ແຄມນ້ຳ ແລະ ປາກແມ່ນ້ຳ ລຳເຊ ເພື່ອປູກຝັງ, ຜະລິດກະສິກຳ ແລະ ລ້ຽງສັດ ເປັນສິນຄ້າ ເປັນສ່ວນໃຫຍ່, ຕາມການສຳຫຼວດ ພົນລະເມືອງ ເຜົ່າລາວລຸ່ມມີ ພົນລະເມືອງ 2,403,891 ຄົນ, ກວມ 52,5 %(1995) ເຊິ່ງປະກອບ ດ້ວຍຫຼາຍແຊງເຊັ່ນ : ພວນ, ກະເລິງ, ບໍ, ໂຢຍ ແລະ ຢໍ. ສ່ວນພາສາຄຳເວົ້າ ຖືກຈັດເຂົ້າໃນ ໝວດພາສາ ລາວ-ໄຕ ຊົນເຜົ່າລາວ ມີຕົວໜັງສື ຂຽນເປັນຂອງຕົນເອງ ແລະ ຖືກໃຊ້ໃນທາງລັດຖະການ; ຊົນເຜົ່າລາວ ມີເຊື້ອສາຍລາຍລ່ອງ ມາຈາກ ປະເທດຈີນ ແຕ່ສະຕະວັດທີ່ VIII. ຊົນເຜົ່າລາວລຸ່ມ ສ່ວນຫຼາຍ ນັບຖືສາສະໜາພຸດ ໂດຍມີວັດເປັນສູນກາງ ເປັນບ່ອນເພິ່ງທີ່ສຳຄັນ ໃນການເຕົ້າໂຮມ ຄວາມສາມັກຄີ ຂອງຊຸມຊົນ, ເປັນບ່ອນເຕົ້າໂຮມ ດ້ານຮີດຄອງປະເພນີ ແລະ ຫຼັກທຳຄຳສອນ ທາງສາສະໜາ. ນອກນີ້ ຈຳນວນໜຶ່ງ ກໍ່ຍັງມີຄວາມເຊື່ອຖືຜີ. ຊົນເຜົ່າລາວລຸ່ມ ເປັນຊົນເຜົ່າທີ່ມີມູນເຊື້ອ ແລະ ຄວາມສີວິໄລ ທາງດ້ານ ວັດທະນະທຳ ຮີດຄອງປະເພນີ ທີ່ເປັນເອກະລັກສະເພາະ, ຊຶ່ງໄດ້ສືບທອດ ມາຈາກ ບັນພະບູລຸດ ມາຫຼາຍເຊັ່ນຄົນ, ຈາກມໍລະດົກທີ່ເກົ່າແກ່ ທີ່ມີຄຸນຄ່າສູງ ໂດຍກວມເອົາ ອັດຕາສ່ວນໃຫຍ່ຂອງຊົນເຜົ່າ ຕ່າງໆໃນລາວ. ຊົນເຜົ່າລາວລຸ່ມ ສ່ວນໃຫຍ່ແມ່ນ ເຊື່ອຖື ໃນພຸດທະສາສະໜາ. ສະນັ້ນ, ໃນປີໜຶ່ງໆ ຈະມີ ຫຼາຍປາງບຸນ ເຊັ່ນ : ບຸນປີໃໝ່ລາວ, ບຸນອອກພັນສາ (ບຸນຊ່ວງເຮືອ), ບຸນບັ້ງໄຟ, ບຸນກະຖິນ, ບຸນພະເວດ, ບຸນກອງບວດ ແລະ ບຸນອື່ນໆ. ຊົນເຜົ່າລາວລຸ່ມຜູ້ຊາຍ ຈະຕັດຜົມສັ້ນ, ນຸ່ງເສື້ອຄໍມົນແຂນບັ້ງ, ໂສ້ງຫົວຫູດ ຫຼື ຜ້າສະໂຫລ້ງ; ແມ່ຍິງນຸ່ງສິ້ນ, ເສື້ອແຂນບັ້ງ, ພາດຜ້າບ່ຽງ, ຈົ່ງຜົມຍາວ ເກົ້າຜົມຄຽນດ້ວຍໝາກປັດ, ສ້ອຍເງິນ, ຄຳ, ມີປິ່ນເກົ້າປັກຄັດໃຫ້ແໜ້ນ, ໃສ່ຕູ້ມຫູ, ສ້ອຍຄໍ.

kummou   kummou1   kummou2   158   161

ຊົນເຜົ່າກຶມມຸ ເປັນກຸ່ມເຜົ່າຊົນ ດັ້ງ ເດີມ ມີຖິ່ນຖານຢູ່ຕາມເຈີ້ຍພູ ຫຼື ພູພຽງທາງພາກເໜືອ ຍຶດຖືອາຊີບກະຊິກຳ ລ້ຽງ ສັດ, ລ່າເນື້ອ ແລະ ເກັບກູ້ ເຄື່ອງປ່າຂອງດົງ ມີວັດທະນະທຳທີ່ເກົ່າແກ່,ຊ່າລື ແລະມະຫັດສະຈັນ; ມີນິຍາຍ,ນິທານ,ກອນ”ເຕີມ” ຈົນກາຍມາເປັນກົກເຄົ້າ ສິລະປະວັນນະຄະດີພື້ນເມືອງລາວ.
ຊົນເຜົ່າກຶມຫມຸ ເປັນກຸ່ມເຜົ່າຊົນດັ້ງເດີມກຸ່ມໜຶ່ງ ຂອງລາວ ສ່ວນຫຼາຍແມ່ນ ມີຖິ່ນຖານຢູ່ ຕາມເຈີ້ຍພູ ຫຼື ພູພຽງ, ເຂົາເຈົ້າ ໄດ້ທຳມາຫາກິນຢູ່ຜືນແຜ່ນດິນແຫ່ງນີ້ ໂດຍສະເພາະແມ່ນ ຂົງເຂດພາກເໜືອອິນດູຈີນ ມາໄດ້ຫຼາຍພັນປີແລ້ວ, ຕາມຫຼັກຖານ ທາງບູຮານຄະດີ ໄດ້ບົ່ງບອກ ຢ່າງຊັດເຈນ; ປະຈຸບັນ ເຜົ່າກຶມຫມຸສ່ວນຫຼວງຫຼາຍ ແມ່ນຍຶດຖືອາຊີບ ດ້ວຍການເຮັດໄຮ່ ປູກເຂົ້າໜຽວ, ສາລີ, ເຜືອກມັນຊະນິດຕ່າງໆ, ລ້ຽງສັດ, ລ່າເນື້ອ ແລະ ເກັບກູ້ ເຄື່ອງປ່າຂອງດົງ ຢູ່ເຂດພູດອຍ ຂອງແຂວງຕ່າງໆ ຢູ່ທາງພາກເໜືອຂອງລາວ ເຊັ່ນ : ແຂວງຜົ້ງສາລີ, ແຂວງ ຫົວພັນ, ຫຼວງນ້ຳທາ, ແຂວງອຸດົມໄຊ, ແຂວງບໍ່ແກ້ວ, ແຂວງໄຊຍະບູລີ, ແຂວງຫຼວງພະບາງ, ແຂວງຊຽງຂວາງ, ແຂວງວຽງຈັນ , ນະຄອນຫຼວງວຽງຈັນ ແລະ ແຂວງບໍລິຄຳໄຊ, ມີຈຳນວນພົນ ທັງໝົດ 500,957 ຄົນ, ກວມປະມານ11% (1995). ນອກຈາກຢູ່ປະເທດລາວແລ້ວ ເຜົ່າກຶມຫມຸ ຍັງມີຢູ່ ປະເທດຫວຽດນາມ, ປະເທດຈີນ, ປະເທດໄທ ແລະ ມຽນມາ. ເຜົ່າກຶມຫມຸ ໂດຍພື້ນຖານແລ້ວ ເປັນກຸ່ມເຜົ່າຊົນທີ່ມີການເປັນເອກະພາບ ທາງດ້ານ ພາສາຄຳເວົ້າ, ຮີດຄອງປະເພນີ ແລະ ຄວາມເຊື່ອ, ແບບນຸ່ງຖື, ແບບວິທີການທຳມາຫາກິນ ແລະ ດ້ານແນວຄິດຈິດຕະສາດ. ແຕ່ເຖິງຢ່າງໃດກໍ່ຕາມ ໂດຍອີງໃສ່ຈຸດພິເສດ ການອອກສຽງໃນ ພາສາຄຳເວົ້າ ກໍ່ຄື ຈຸດພິເສດດ້ານທີ່ຕັ້ງພູມລຳເນົາ ແລະ ພິທີກຳການເຊື່ອຖື ພວກເຮົາ ສາມາດ ຈັດແບ່ງ ກຸ່ມເຜົ່າຊົນກຶມຫມຸ ອອກເປັນສອງແຊກໃຫຍ່ ຄື : ແຊກ ກຶມຫມຸອູ ແລະ ແຊກ ກຶມຫມຸຣອກ. ເຜົ່າກຶມຫມຸ ເປັນເຜົ່າທີ່ມີວັດທະນະທຳທີ່ເກົ່າແກ່, ຊ່າລື ແລະ ມະຫັດສະຈັນ ຫຼາຍຢ່າງ ເຊັ່ນ : ເຕັກນິກການຖາກຫີນ, ຕັດຫີນ, ສ້າງໄຫຫີນ(ໄຫຫີນແຂວງຊຽງຂວາງ), ເຮັດຄ້ອງບັ້ງ, ເຂັ່ນດາບ, ເຂັ່ນງ້າວ ແລະ ຍັງມີຝີມື ທາງດ້ານການຈັກສານ ເຄື່ອງໃຊ້ສອຍໃນຄອບຄົວ, ການຜະລິດເຫຼົ້າໄຫ. ນອກຈາກນີ້, ເຜົ່າກຶມຫມຸ ຍັງມີຫົວຄິດປະດິດສ້າງ ໃນການແຕ່ງເລື່ອງຕ່າງໆ ເຊັ່ນ : ນິຍາຍ, ນິທານ, ກອນ”ເຕີມ” ຈົນກາຍມາເປັນ ພື້ນຖານ ແລະ ກົກເຄົ້າສິລະປະ ວັນນະຄະດີ ພື້ນເມືອງລາວ ເປັນຕົ້ນແມ່ນ ນິທານ “ໝາກນ້ຳເຕົ້າປຸງ”, “ປູ່ເຍີ-ຍາເຍີ” ຊຶ່ງຖືວ່າເປັນວັນນະຄະດີ ປາກເປົ່າທີ່ອຸດົມສົມບູນ.

  

01    mong1    mong2    320    02

ຊົນເຜົ່າມົ້ງ ແມ່ນຊົນເຜົ່າໜຶ່ງ ທີ່ໄດ້ຕັ້ງຖິ່ນຖານ ຢູ່ປະເທດລາວໄດ້ຫຼາຍຮ້ອຍປີມາແລ້ວ ຊົນເຜົ່າມົ້ງ-ຢ້າວ ຖືກຂະໜານນາມວ່າ ລາວສູງ ຍ້ອນວ່າ: ພວກເຂົາເຈົ້າຕັ້ງບ້ານເຮືອນຢູ່ຈອມພູສູງ, ເຂົາ ເຈົ້າມີຮີດ ຄອງປະເພນີ, ເຄື່ອງແຕ່ງກາຍ,ຄວາມເຊື່ອ ແລະ ພາສາປາກເວົ້າ ເປັນຂອງຕົນເອງ. ເຜົ່າມົ້ງມີອາຊີບປູກຝັງ, ລ້ຽງສັດ,ນຳໃຊ້ຢາພື້ນເມືອງ, ການຫຍິບປັກທັກແຊ່ວແຜ່ນແພ, ປຸກເຮືອນຊັ້ນດຽວຊູກັບດິນ ແລະ ບຸນທີ່ສຳຄັນຂອງເຂົາເຈົ້າແມ່ນ ບຸນກິນຈຽງ ຫຼື “ນໍເປເຈົາ”.
ຊົນເຜົ່າມົ້ງ ແມ່ນຊົນເຜົ່າໜຶ່ງ ທີ່ໄດ້ຕັ້ງຖິ່ນຖານຢູ່ ປະເທດຈີນຕອນໃຕ້ ແຕ່ດົນນານມາແລ້ວ ແລະ ໄດ້ຍ້າຍລົງມາທາງພາກໃຕ້ ເຂດອາຊີອາຄະເນ, ເນື່ອງຈາກໄດ້ຮັບຄວາມກົດດັນ ຈາກການເພີ້ມທະວີຈຳນວນ ປະຊາກອນ, ເນື້ອທີ່ດິນ ແລະ ການເມືອງຂອງຈີນ ສະໄໝນັ້ນ. ເຜົ່າມົ້ງໄດ້ເຄື່ອນຍ້າຍມາລາວ ໄດ້ປະມານ 150-200 ປີມາແລ້ວ ໂດຍຜ່ານຫຼາຍເສັ້ນທາງແຕກຕ່າງກັນ, ສ່ວນຫຼາຍແມ່ນ ເຂົ້າມາທາງເຂດຕາເວັນຕົກສ່ຽງເໜືອ ຂອງປະເທດ ຫວຽດນາມ ແລະ ພາກເໜືອຂອງ ປະເທດລາວ. ໃນປະເທດລາວເຮົາ ຊົນເຜົ່າມົ້ງ-ຢ້າວ ຖືກຂະໜານນາມວ່າ ລາວສູງ ( ໃນສັບທີ່ວ່າ “ສູງ” ຍ້ອນວ່າ: ພວກເຂົາເຈົ້າ ຕັ້ງບ້ານເຮືອນຢູ່ຈອມພູ ນັບແຕ່ 800 ຫາ 1500 ແມັດ ຂື້ນໄປ ) ຊຶ່ງປະກອບດ້ວຍ ຊົນເຜົ່າມົ້ງ-ຢ້າວ ແລະ ແລນແຕນ ຊົນເຜົ່າມົ້ງ ໃນລາວແບ່ງອອກເປັນ 3 ຄະນະໃຫຍ່ ເຊັ່ນ: ມົ້ງຂາວ, ມົ້ງຂຽວ ແລະ ມົ້ງດຳ ມີຈຳນວນທັງໝົດ 479,395 ຄົນ, ກວມປະມານ 8,5% ຂອງພົນລະເມືອງລາວ (1995). ເຜົ່າມົ້ງສ່ວນຫຼາຍ ຕັ້ງຖິ່ນຖານຢູ່ ແຂວງຊຽງຊວາງ, ວຽງຈັນ, ຫົວພັນ, ຫຼວງພະບາງ ແລະ ຈຳນວນໜຶ່ງ ຢູ່ແຂວງໄຊຍະບູລີ. ເຂົາເຈົ້າ ມັກດຳລົງຊີວິດຢູ່ເຂດພູດອຍ ບ່ອນທີ່ມີອາກາດ ເຍືອກເຢັນ, ເຜົ່າມົ້ງແບ່ງອອກເປັນຫຼາຍສາຂາ ຫຼື ແຊກດ້ວຍກັນ, ແຕ່ລະສາຂາ ຫຼື ແຊກເຂົາເຈົ້າ ມີເອກະລັກແຕກຕ່າງກັນ ຈາກເຄື່ອງແຕ່ງກາຍ ແບບຕາມສີສັນລັກສະນະ ຂອງໃຜລາວ, ພິທີກຳ ບາງຢ່າງ, ດ້ານຄວາມເຊື່ອ ແລະ ພາສາປາກເວົ້າ. ຊົນເຜົ່າມົ້ງ-ຢ້າວ ທຳມາຫາກິນ ດ້ວຍການຖາງປ່າ ເຮັດໄຮ່ເລື່ອນລອຍ ປູກເຂົ້າ,ປູກສາລີ, ອ້ອຍ,ເຜືອກມັນ... ມີຄວາມຊຳນານໃນການລ່າເນື້ອ, ນຳໃຊ້ຢາພື້ນເມືອງ, ລ້ຽງສັດ. ນອກນີ້, ເຂົາເຈົ້າ ຍັງມີພອນສະຫວັນ ໃນດ້ານການຫຍິບປັກທັກແຊ່ວແຜ່ນແພ ທີ່ມີລວດລາຍສວຍງາມ. ຈຸດພິເສດທີ່ເດັ່ນ ຂອງຊົນເຜົ່າລາວສູງ ທີ່ແຕກຕ່າງຈາກຊົນເຜົ່າອື່ນໆນັ້ນ ແມ່ນເຂົາເຈົ້າ ມັກ ປຸກເຮືອນຊັ້ນດຽວຊູກັບດິນ( ເຮືອນພື້ນຕິດດິນ).

11    14    13    12

ຊົນເຜົ່າລື້ ເປັນຊົນເຜົ່າໜຶ່ງ ທີ່ອາໄສຢູ່ທາງພາກເໜືອ ຂອງປະເທດລາວ ເຂົາເຈົ້າ ມີພາສາ ແລະ ຮີດຄອງປະເພນີ ທີ່ເປັນເອກະລັກສະ ເພາະຂອງຕົນເອງ. ຊາວໄຕລື້ ເປັນຜູ້ທີ່ມີຝີໄມ້ລາຍມື ໃນການຕ່ຳແຜ່ນແພ ແລະ ເຄື່ອງຫັດຖະກຳ. ໄຕລື້ແມ່ນນັບຖືສາດສະໜາ ພຸດ ມີພິທີກຳໃຫຍ່ ເພື່ອບວງສວງ ມະເຫສັກຫຼັກເມືອງ, ມີປະເພນີຮີດຄອງການຟ້ອນ, ຂັບລຳ ບຸນປະຈຳປີ ເອີ້ນວ່າ ບຸນທານເທດທຳ ແລະ ບຸນສະຫຼອງຈົວ.
ຊົນເຜົ່າລື້ ເປັນຊົນເຜົ່າໜຶ່ງ ທີ່ອາໄສຢູ່ທາງພາກເໜືອ ຂອງປະເທດລາວ ເຂົາເຈົ້າ ເຄີຍມີອານາຈັກເຂັ້ມແຂງ ໃນອາດີດ ແລະ ເຄີຍສ້າງອານາເຂດ ທີ່ເປັນປຶກແຜ່ນແໜ້ນໜາ ມີພາສາ ແລະ ຮີດຄອງປະເພນີ ທີ່ເປັນເອກະລັກສະເພາະ ຂອງຕົນເອງ. ເວົ້າກັນວ່າ ບັນພະບູລຸດ ຂອງພວກເຂົາເຈົ້າ ມາຈາກສິບສອງພັນນາ (ພາກໃຕ້ຂອງ ປະເທດຈີນ), ພວກເຂົາ ຍ້າຍມາຢູ່ປະເທດລາວ ຕາມລຳແມ່ນ້ຳຂອງ ແລະ ສາຂາຂອງມັນໄດ້ປະມານ 600 ກວ່າປີແລ້ວ ສ່ວນຫລາຍແມ່ນ ແຂວງຜົ້ງສາລີ, ແຂວງຫຼວງນ້ຳທາ, ແຂວງໄຊຍະບູລີ. ນອກນີ້, ຍັງມີຢູ່ ແຂວງຫຼວງພະບາງ ອາຊີບສ່ວນໃຫ່ຍ ຂອງເຜົ່າລື້ ແມ່ນຖາງປ່າເຮັດໄຮ່, ນາ, ສວນ ແລະ ລ້ຽງສັດ. ຢູ່ໃນລາວເຜົ່າລື້ ມີຈຳນວນພົນທັງໝົດ 119,191 ຄົນ, ກວມປະມານ 2,6% (1995) ຊາວໄຕລື້ ເປັນຜູ້ທີ່ມີຝີໄມ້ລາຍມື ໃນການຕຳ່ແຜ່ນແພ ແລະ ເຄື່ອງຫັດຖະກຳ. ໄຕລື້ ແມ່ນນັບຖື ສາດສະໜາພຸດ ນິກາຍມະຫາຍານ, ໃນນັ້ນ ຍັງເຊື່ອເລື່ອງວິນຍານ (ຜີ) ອີກ. ສະນັ້ນ, ທຸກໆປີໃດ ຕ້ອງມີພິທີກຳໃຫຍ່ ເພື່ອບວງສວງ ມະເຫສັກ ຫຼັກເມືອງ, ມີປະເພນີຮີດຄອງການຟ້ອນ, ຂັບລຳ ທີ່ມີລັກສະນະ ເປັນເອກະລັກສະເພາະ ຂອງເຂົາເຈົ້າ. ນອກນີ້, ຍັງມີບຸນປະຈຳປີ ຫຼັງຈາກການ ເກັບກ່ຽວຜົນລະປູກສຳເລັດ ພວກເຂົາເຈົ້າ ເອີ້ນວ່າ ບຸນທານເທດທຳ ແລະ ບຸນສະຫຼອງຈົວ.

        

    07    06    08    10    09

ເຜົ່າໄທດຳ ແມ່ນຊົນເຜົ່າໜຶ່ງທີ່ມີຖິ່ນຖານດັ້ງເດີມຢູ່ ເຂດຊາຍແດນພາກທິດເໜືອ ຂອງປະເທດລາວໂດຍປະປົນກັບເຜົ່າອື່ນໆ.ເຜົ່າໄທດຳ ຕັ້ງບ້ານເຮືອນຢູ່ເຂດພູພຽງ, ທົ່ງພຽງເພື່ອປູກຝັງ ລ້ຽງສັດ, ເຜົ່າໄທດຳ ເຂົາເຈົ້າ ມີຄວາມເຊື່ອວ່າ ໃນທຳມະຊາດຜີ ແລະເຊື່ອວ່າຢູ່ເທິງຟ້າມີ “ແຖນຫຼວງ” ເປັນຜູ້ປະດິດ ຟ້າ, ດິນ, ມະນຸດ, ສັດສາວາສິ່ງ; ເຂົາເຈົ້າເປັນເຜົ່າມີທີ່ການນຸ່ງຖືແບບດັ້ງເດີມ ເປັນເອກະລັກສະເພາະເຜົ່າໜຶ່ງຂອງລາວ ມີຮີດຄອງປະເພນີ ຂອງຕົນທີ່ສືບທອດກັນມາ ເຖິງປະຈຸບັນ. ໃນທຸກໆປີ ໄດ້ມີການ ເສ້ັນຫວາຍເມືອງ, ບ້ານ ແລະ ເຮືອນ ຢ່າງໃຫຍ່ໂຕມະໂຫລານ ໃນວາລະຕົ້ນຂອງລະດູບານໃໝ່.
ເຜົ່າໄທດຳ ແມ່ນຊົນເຜົ່າໜຶ່ງ ທີ່ຈັດຢູ່ໃນໝວດຊົນເຜົ່າໄຕ ທີ່ມີຖິ່ນຖານດັ້ງເດີມຢູ່ ເຂດຊາຍແດນ ພາກທິດເໜືອ ຂອງປະເທດລາວ ເຊັ່ນ: ແຂວງຫຼວງນ້ຳທາ, ຜົ້ງສາລີ, ອຸດົມໄຊ, ຫຼວງພະບາງ ແລະແຂວງໄຊຍະບູລີ ໂດຍປະປົນກັບເຜົ່າອື່ນໆ. ເຜົ່າໄທດຳ ຕັ້ງບ້ານເຮືອນຢູ່ເຂດພູພຽງ, ທົ່ງພຽງ ເຮັດໄຮ່ ແລະ ເຮັດນາ ເຮັດສວນຄົວ, ປູກຝ້າຍ, ປູກມອນລ້ຽງມ້ອນ, ລ່າເນື້ອ, ລ້ຽງສັດ, ຫາປາ, ເຜົ່າໄທດຳ ແຕ່ກ່ອນການດຳລົງຊີວິດ ແມ່ນອີງໃສ່ທຳມະຊາດເປັນຕົ້ນຕໍ, ເພາະສະນັ້ນ ເຂົາເຈົ້າ ມີຄວາມເຊື່ອວ່າ ໃນທຳມະຊາດ ມີໝໍມົດ(ແມ່ມົດ), ໝໍມົນ, ໝໍຜີ, ມີຜີສາງນາງໄມ້ ທີ່ທີກຳລັງອະພິນິຫານ ຕັດສິນຊາຕາກຳຂອງ ພວກເຂົາທັງໜົດ ແລະ ເຂົາເຈົ້າ ມີຄວາມເຊື່ອວ່າຢູ່ເທິງຟ້າມີ “ແຖນຫຼວງ” ເປັນຜູ້ປະດິດ ຟ້າ, ດິນ, ມະນຸດ, ສັດສາວາສິ່ງ, ທັງເປັນຜູ້ຄຸ້ມຄອງ ບັນພະຊົນທັງຫຼາຍ ຫຼື ວຽກໃດໜຶ່ງ ຢູ່ໃນໂລກ ມະນຸດ ອີກດ້ວຍ. ນອກຈາກ ບັນດາແຖນຢູ່ເທິງຟ້າແລ້ວ, ເຂົາເຈົ້າ ຍັງມີຄວາມເຊື່ອວ່າ ພູຜາ ປ່າດົງຫ້ວຍນ້ຳລຳເຊ...ລ້ວນແຕ່ມີ “ ຜີ ” ເຈົ້າອາຮັກເປັນຜູ້ຄຸ້ມຄອງ. ດ້ວຍເຫດນີ້, ເມື່ອຄົນເຮົາ ຢາກຈະຕັ້ງບ້ານ, ເຮັດໄຮ່, ບຸກເບິກດິນນາ, ຫາປາ, ລ່າເນື້ອ ແລະ ອື່ນໆ ລ້ວນແຕ່ຕ້ອງໄດ້ ຂໍອະນຸຍາດ ຈາກຜີ ຫຼື ເຈົາອາຮັກ ທີ່ປົກປັກຮັກສາ ສະຖານທີ່ນັ້ນໆ ສາກ່ອນ ຈຶ່ງລົງມືເຮັດໄດ້. ເພື່ອປະຕິບັດພິທີການບູຊາ ຟ້າດິນ, ບ້ານເມືອງ ແລະ ອື່ນໆ ໃນທຸກໆປີ ໄດ້ມີການ ເສ້ັນຫວາຍເມືອງ, ບ້ານ ແລະ ເຮືອນ ຢ່າງໃຫຍ່ໂຕມະໂຫລານ ໃນວາລະຕົ້ນຂອງລະດູບານໃໝ່ ໃນໂອກາດ ເສັ້ນຫວາຍເຮືອນ ຫົວໜ້າຄອບຄົວ ຈະເປັນຜູ້ຕາງໜ້າ ບັນດາສະມາຊິກໃນຄອບ ຄົວ ຂອງຕົນ ລາຍງານສະພາບຂອງ ຄອບຄົວຂອງຕົນ ໃຫ້ປູ່ຍ່າຕາຍາຍ ໄດ້ຮັບຊາບ ແລະ ນົບໄຫວ້ ໃຫ້ຜີປູ່ຍ່າຕາຍາຍ ຄຸ້ມຄອງລູກຫຼານທຸກຄົນ ໃນຄອບຄົວ. ນອກນັ້ນ, ຊົນເຜົ່າໄທດຳ ເປັນເຜົ່າມີທີ່ການນຸ່ງຖືແບບດັ້ງເດີມ ເປັນເອກະລັກສະເພາະເຜົ່າໜຶ່ງຂອງລາວ ມີຮີດຄອງປະເພນີ ຂອງຕົນທີ່ສືບທອດກັນມາ ເຖິງປະຈຸບັນ.

ຫໍວາງສະແດງ ວັດທະນະທຳຊົນເຜົ່າ ຫຼວງພະບາງ ຕັ້ງຢູ່ ບ້ານ ຊຽງມ່ວນ

ຖະໜົນສີສະຫວ່າງວົງ, ຫຼວງພະບາງ ສ ປປ ລາວ.

ເປີດບໍລິການ ແຕ່ວັນຈັນ - ວັນສຸກ ເວລາ: 08:00-16:30 ນາທີ

 ກົດລະບຽບການເຂົ້າຊົມດັ່ງນີ້:

1.     ກະລຸນາ​ນຸ່ງ​ເຄື່ອງ​ສຸພາບ, ສຳລັບ​ແມ່ຍິງ​ລາວ​ຫ້າມ​ນຸ່ງ​ໂສ້ງ, ກະ​ໂປງ ຫຼື​ ເສື້ອ​ແຂນ​ຫາຍ.

2.    ຫ້າມ​ເອົາ​ອາຫານ-​ເຄື່ອງ​ດື່ມ​ເຂົ້້າ, ຫ້າມ​ຖ່າຍຮູບ, ຫ້າມ​ສູບຢາ​ ແລະ ຫ້າມ​ຈັບ​​ເຄື່ອງ​ວາງສະ​ແດງແລະຫ້າມໃຊ້ສຽງດັງ.

3.    ກະລຸນາ​ຝາກ​ກ້ອງຖ່າຍຮູບ, ​ໂທລະສັບ​ມື​ຖື, ຖົງ​ເປ້,ຖົງ​ຫີ້ວ, ໝວກ,​ ເກີບ ​ແລະ ສິ່ງ​ຂອງ​ຕ່າງໆ​​ໄວ້​​ໃນ​ຕູ້ຢູ່​ຊັ້ນລຸ່ມ

4.    ເຂົ້າຊົມ​ຄັ້ງໜຶ່ງບໍ່​ໃຫ້​ເກີນ 10 ຄົນ.

map

 

 

Add comment


Security code
Refresh

ທ່ານກຳລັງຢູ່ທີ່: ຫນ້າທຳອິດ ການປົກປັກຮັກສາ ຫ້ອງການມໍລະດົກໂລກ ຫໍວາງສະແດງຊົນເຜົ່າເຮືອນໄມ້ຊຽງມ່ວນ