ອີ່ປ໋ອກ
- ລາຍລະອຽດ
- ວັນສຸກ, 01 ກໍລະກົດ 2016 03:55 Sengphet Khoutthao ກົດເບິ່ງ: 3896



ການສະແດງລະຄອນ ຕຸກກະຕາ ອີ່ປ໋ອກ ແມ່ນສິລະປະການສະແດງ ແບບພື້ນບ້ານໜຶ່ງ ໂດຍນຳໃຊ້ ຫຸ່ນຕຸກກະຕາ ອີ່ປ໋ອກ ເຊິ່ງຫຸ່ນດັ່ງກ່າວ ແມ່ນໄດ້ຊື່ເອີ້ນມາຈາກ ຊື່ຂອງລູກສາວ ພໍ່ເຖົ້າອ້ວນ ຊື້່ວ່າ “ປ໋ອກ” ຄຳວ່າ “ປ໋ອກ” ໝາຍເຖິງ ສິ່ງທີ່ມີ ຮູບຮ່າງນ້ອຍ, ມີຄວາມສວຍສົດງົດງາມ. ຕຸກກະຕາ ອີ່ປ໋ອກ ແມ່ນກຳເນີດມາຈາກ ການເຕົ້າໂຮມແນວຄິດ ຂອງຊຸມຊົນ ບ້ານຊຽງທອງມາໄດ້ 100 ກ່ວາປີ ໂດຍແມ່ນ ພໍ່ເຖົ້າ ທອງດີເສນ ເຊິ່ງເປັນຜູ້ຄົ້ນຄິດ ແລະ ນໍາມາສະແດງເປັນຄົນທຳອິດ ຕາມການບອກເລົ່າຈາກລຸ້ນປູ ເຊິ່ງຜູ້ເປັນພໍ່ ຂອງພໍ່ເຖົ້າອ້ວນວ່າ: ພໍ່ເຖົ້າທອງດີເສນ ເປັນຜູ້ຄວັດ ສ່ວນ ທ້າວນິດ ເປັນຄົນແຕ້ມຕຸກກະຕາ ອີ່ປ໋ອກ (ທ້າວນິດ ເປັນລູກຊາຍຂອງ ພໍ່ເຖົ້າທອງດີເສນ) ແຕ່ນັ້ນມາ ປະຊາຊົນ ໃນຊຸມຊົນ ຂອງບ້ານພົບເຫັນ ເກີດມີຄວາມມັກ - ຮັກ ໃນການສະແດງ ແລະ ຫຼິ້ນຕຸກກະຕາ ອີ່ປ໋ອກ ຈຶ່ງເກີດມີການສະແດງຂຶ້ນ ຢູ່ວັດຊຽງທອງ ແລະ ສະຖານ ທີ່ອື່ນໆເຊັ່ນ: ສະແດງຢູ່ໃນພະລາຊະວັງ ຂອງເຈົ້າຊີວິດ, ໃນງານບຸນຫໍ່ເຂົົ້າ ປະດັບດິນ, ບຸນເທດສະການປີໃໝ່ລາວ (ເດືອນ5) ແລະ ນອກຈາກນັ້ນ ຍັງຖືກເຊື້ອເຊີນໃຫ້ໄປສະແດງຢູ່ທີ່ ງານບຸນພຣະທາດຫຼວງ ວຽງຈັນ ແລະ ຢູ່ຕ່າງປະເທດຕື່ມອີກ, ແຕ່ນັ້ນມາ ການສະແດງລະຄອນຕຸກກະຕາອີ່ປ໋ອກ ຈຶ່ງເປັນທີ່ນິຍົມ, ຖືກຮັກສາ ແລະ ສືບທອດ ຢູ່ທີ່ບ້ານຊຽງທອງຈົນເຖິງທຸກວັນນີ້.
1.ປະຫວັດຫຍໍ້ຂອງເຈົ້າຂອງມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸ
ທ່ານ ຫຸມພັນ ສີສົມພອນ ເກີດເມື່ອວັນທີ 1 ມັງກອນ 1959, ເກີດທີ່ບ້ານ ຊຽງທອງ, ເມືອງຫຼວງພະບາງ, ແຂວງຫຼວງພະບາງ, ປັດຈຸບັນຢູ່ບ້ານ ຊຽງທອງ, ເມືອງຫຼວງພະບາງ, ແຂວງຫຼວງພະບາງ, ອາຊີບ ຄ້າຂາຍ. ຜູ້ກ່ຽວຖືວ່າເປັນຄົນ ທີ່ກຳເນີດ ໃນສາຍເລືອດ ສິລະປິນ ເຄີຍເປັນນັກສະແດງ ຕຸກກະຕາ ອີ່ປ໋ອກ ມາຕັ້ງແຕ່ ອາຍຸ 13 ປີ ເປັນຜູ້ໜຶ່ງ ມີພອນສະຫວັນ, ມີຄວາມຮັກມັກໃນການສະແດງ ຕຸກກະຕາ ອີ່ປ໋ອກ ແລະ ໄດ້ເຂົ້າຮ່ວມຄະນະສະແດງ ອີ່ປ໋ອກ ທີ່ບ້ານຊຽງທອງ ໃນໄລຍະໜຶ່ງ ຫຼັງຈາກນັ້ນ ເພິ່ນກໍ່ໄດ້ບວດເປັນ ຄູບາ ຈົນອາຍຸຮອດໄດ້ 37 ປີ. ພໍເຖິງ ອາຍຸ 38 ປີ ກໍ່ໄດ້ລາຊິກຂາ ອອກມາເປັນ ສາມັນຊົນ ແຕ່ຍອ້ນມີຄວາມຮັັກມັກ ທາງດ້ານສິລະປະ ການສະແດງລະຄອນ ຕຸກະຕາ ອີ່ປ໋ອກ ເພິ່ນຈິ່ງໄດ້ຫັນກັບເຂົ້າມາເອົາວຽກງານ ການສະແດງລະຄອນ ຕຸກກະຕາ ອີ່ປ໋ອກຄືນອີກ.
ການສະແດງລະຄອນ ຕຸກກະຕາ ອີ່ປ໋ອກນັ້ນ ແມ່ນສືບທອດມາຈາກ ລຸງທິດສິງຄຳ ທີ່ເຄີຍເປັນໝໍຂັບ, ໝໍລໍາ, ອ່ານໜັງສືຜູກ (ລາມມະກວຽນ) ແລະ ອີກທ່ານໜຶ່ງແມ່ນ ພໍ່ເຖົ້າອ້ວນ ໂພທິປັນຍາ ອາຍຸ 90 ປີ (ເປັນອະດີດຕາແສງບ້ານຊຽງທອງ) ເປັນຜູ້ທີ່ຄວາມຊຳນານ ໃນການສະແດງ ຕຸກກະຕາ ອີ່ປ໋ອກ. ປັດຈຸບັນທ່ານ ຫຸມພັນ ສີສົມ ພອນ ມີລູກທັງໝົດ 3 ຄົນ, ຊາຍ 1 , ຍິງ 2 : ຊື່ທ້າວ ບຸນນະເດດ ສີສົມພອນ, ນາງ ຈັນທະພອນ ສີສົມພອນ ແລະ ນາງ ຈັນທະ ໜອມ ສີສົມພອນ, ເຊິ່ງລູກທັງ 3 ກໍ່ໄດ້ຮັບການຖ່າຍທອດ ຈາກຜູ້ເປັນພໍ່ ຈົນມາເຖິງປັດຈຸບັນນີ້.
ລາຍຊື່ຜູ້ຮ່ວມໃນວົງດົນຕີພື້ນເມືອງຂອງໜ່ວຍສະແດງລະຄອນຕຸກກະຕາອີ່ປ໋ອກ ຢູ່ທີ່ບ້ານຊຽງທອງ
1. ທ່ານ ສົມໝາຍ ພັນທະສຸກ ອາຍຸ 54 ປີ ຊຸມຊົນ ບ້ານ ມະໂນ ( ຕີລະນາດເອກ )
2. ທ່ານ ສົມພອນ ເພັງມະນີ ອາຍຸ 57 ປີ ຊຸມຊົນບ້ານຊຽງທອງ ( ຕີກອງ )
3. ທ້າວ ນ້ອຍ ອາຍຸ 40 ປີ
ຊຸມຊົນບ້ານຊຽງທອງ ລາຍຊື່ນັກສະແດງລະຄອນຕຸກກະຕາອີ່ປ໋ອກຢູ່ທີ່ບ້ານຊຽງທອງ
1) ນາງ ຈັນທະພອນ ສີສົມພອນ ອາຍຸ 16 ປີ ອາຊີບ ນັກຮຽນ.
2) ນາງ ຈັນທະນອມ ສີສົມພອນ ອາຍຸ 19 ປີ ອາຊີບ ນັກຣຽນ.
3) ນາງ ນໍ້າຝົນ ສະນຸກຜົນ ອາຍຸ 14 ປີ ອາຊີບນັກຮຽນ.
4) ນາງ ແບັດນີ້ ເພງມະນີ ອາຍຸ 15 ປີ ອາຊີບ ນັກຮຽນ.
5) ນາງ ນຸ້ຍ ສຸກສະຫວັດ ອາຍຸ 15 ປີ ອາຊີບ ນັກຮຽນ
6) ທ້າວ ກອນ ດໍາບົວຈັນ ອາຍຸ 15 ປີ ອາຊີບ ນັກຮຽນ.
7) ທ້າວ ຄອນປະສິດ ສຸທຳມະວົງ ອາຊີບ ກຳມະກອນ.
ອົງປະກອບທີ່ເປັນວັດຖຸ ( ເຊັ່ນ: ອຸປະກອນ, ເຄື່ອງແຕ່ງກາຍ, ສະຖານທີ່, ເຄື່ອງປະກອບພິທີກຳ(ຖ້າມີ) ທີ່ກ່ຽວຂ້ອງ ກັບການ ປະຕິບັດ ຫຼື ການຖ່າຍທອດມໍລະດົກ ວັດທະນະທຳ ທີ່ບໍ່ເປັນວັດຖຸ)
- ຫຸ່ນຕຸກກະຕາ ອີ່ປ໋ອກ ແຕ່ລະສ່ວນເຮັດດ້ວຍໄມ້ ທີ່ແຕກຕ່າງກັນເຊັ່ນ: ສ່ວນຫົວເຮັດດ້ວຍໄມ້ຈິງ, ໄມ້ທອງ, ໄມ້ຊໍ້, ຕົນໂຕເຮັດດ້ວຍ ໄມ້ໄຜ່,ໄມ້ເຮ້ຍ ທີ່ມີຄວາມບາງ ແລະ ເບົາ ເຊິ່ງປະຊາຊົນ ໃນສະໄໝກ່ອນ ໄດ້ຄິດຄົ້ນຊອກຫາຈາກ ທຳມະຊາດມາປະດິດ.
- ເຄື່ອງນຸ່ງຖື ຂອງຫຸ່ນຕຸກກະຕາ ແຕ່ລະຕົວ ແມ່ນໃຊ້ຜ້າແພລວດລາຍ ລາວດັ້ງເດີມ ທີ່ປະຊາຊົນ ຜະລິດເອງ.
- ເຄື່ອງນຸ່ງຖືຂອງຜູ້ເຊີດຕົວລະຄອນ ທີ່ສະແດງ ແມ່ນທາງຄະນະ ໃຫ້ນຸ່ງຊຸດສີດຳ.
- ອຸປະກອນການຜະລິດ ປະກອບມີ: ພ້າ, ເລື່ອຍ, ມີດຄວັດ, ສີ່ວ, ສີນ້ຳມັນ, ແປງທາສີ, ກະດາດຊາຍ.
- ຕົວລະຄອນຕຸກກະຕາ ອີ່ປ໋ອກ ແມ່ນມີທັງໝົດ 28 ໂຕ ແລະ ມີຊື່ສະເພາະຄືດັ່ງນີ້:
























ທະຫານຮັບໃຊ້ພະຍາເຈົ້າເມືອງ(ທ. ຂາວ) ພໍ່ຄ້າມະຫາເສດຖີ ທະຫານຮັບໃຊ້ພະຍາເຈົ້າເມືອງ(ທ. ເລ້)




ທ້າວຄຳ ຄົນຮັບໃຊ້ພະຍາເຈົ້າເມືອງ
ຕົວລະຄອນປະກອບ ໃນການສະແດງ ຕົວລະຄອນອີ່ປ໊ອກ ແມ່ນມີ 7 ໂຕ ຄື:
1)ໄກ່ , 2) ມ້າ2ໂຕ, 3) ນົກ 2ໂຕ, 4) ປາ, 5) ໂລງສົບ
Comments
ralph lauren outlet
mcm outlet
cheap ray ban sunglasses
pandora outlet
mulberry bags
pandora outlet store
oakley sunglasses
ugg outlet
fitflops sandals
yaoxuemei201801 16
coach outlet online
louboutin shoes
michael kors outlet online
jerseys cheap
michael kors outlet canada
polo ralph lauren outlet online
yankees jerseys
louis vuitton outlet online
phillies jerseys
xushengda0512
RSS feed for comments to this post