luangprabang-heritage.org

  •  
  •  
  •  

Font Size

Layout

Menu Style

Cpanel

ຂັບທຸ້ມ

ລາຍລະອຽດໂດຍຫຍໍ້ ກ່ຽວກັບມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸ .

      ການສະແດງຂັບທຸ້ມນີ້ ຕາມການບອກເລົ່າຂອງຜູ້ອາວຸໂສ, ອາຈານ ໄດ້ເລົ່າສູ່ຟັງວ່າ: ປະຈຸບັນນີ້ ການຄົ້ນຄວ້າ ຍັງບໍ່ທັນມີ ຫຼາຍໜ່ວຍງານ ເຂົ້າມາເກັບກໍາຂໍ້ມູນ ຂຽນເປັນເອກະສານ ຢັ້ງຢືນລະອຽດ ແລະ ຍັງບໍ່ທັນມີແຫຼ່ງຂໍ້ມູນ ຫຼື ບັນດາເອກະສານ ໃດທີ່ຊັດເຈນ ແລະ ຢັ້ງຢືນ ປະຫວັດຄວາມເປັນມາ ແນ່ແທ້ ເພາະວ່າຜູ້ເຖົ້າຜູ້ແກ່ ເພິ່ນຂັບຮ້ອງ ກໍ່ແມ່ນ ຂັບເພື່ອ ຄວາມສະໜຸກສະໜານ ສ້າງບັນຍາກາດ ເບີກບານມ່ວນຊື່ນ ຫຼັງຈາກອິດເມື່ອຍ ຈາກການເຮັດວຽກບ້ານຮົ້ວສວນ, ເຮັດໄຮ່-ນາ ຄັນສິເອົາຂໍ້ມູນ ຫຼັກຖານໃດນັ້ນ ມາອ້າງອີງນັ້ນກໍ່ຍາກ ຕາມການສໍາພາດຜູ້ທີ່ເປັນອາວຸໂສ ດ້ານນີ້ໄດ້ເລົ່າໃຫ້ຟັງວ່າ ໃນແຕ່ກ່ອນ ແມ່ນລຸງມະຫາພິລາ ທີ່ຢູ່ເມືອງນ່ານ, ແຂວງຫຼວງພະບາງ (ປະຈຸບັນແມ່ນເສຍຊີວິດແລ້ວ) ຖືວ່າເປັນນັກສິລະປິນເອກ ຜູ້ໜຶ່ງ ດ້ານຂັບທຸ້ມ ກ່ຽວກັບພື້ນບ້ານ ແລະ ເພິ່ນໃຫ້ກໍ່ເຄີຍເລົ່າ ສູ່ລູກຫຼານຟັງວ່າ: ການຂັບທຸ້ມນີ້ແມ່ນ ເລີ້ມຈາກຊໍອີ້ (ຊໍພື້ນເມືືອງ) ຄົນໃນສະໄໝກ່ອນຖື ວ່າເຮັດວຽກໜັກ ບຸກເບີກ ສ້າງຫຼັກປັກຖານ ຕໍ່ສູ້ກັບທໍາມະຊາດ ເຮັດໄຮ່ນາຮົ້ວສວນ ເພື່ອຕໍ່ສູ້ລ້ຽງຊີບ ຕົນເອງ, ຕາມການເລົ່າຂານ ເພິ່ນໄດ້ເລົ່າສູ່ຟັງວ່າ: ມີຢູ່ຄັ້ງໜຶ່ງ ໄດ້ມີ ທ້າວກໍ່າພ້າ ຄົນໜຶ່ງພັກຜ່ອນຢູ່ກ້ອງຮົ່ມໃຜ່ ທີ່ມີສາຍລົມເຢັນ ພັດວີ່ໆ ຫຼັງຈາກອິດເມື່ອຍ ຈາກການເຮັດວຽກໜັກ ພັກຜ່ອນໄປໄດ້ໄລຍະໜຶ່ງ ກໍ່ໄດ້ຍິນສຽງຈາກບັ້ງໄມ່ໃຜ່ ສຽດສີກັນ ໄປຕາມຈັງຫວະ ຂອງລົມ ຄືດັ່ງມີສຽງປະສານ ດົນຕີຊະນິດໜຶ່ງ ລາວເລີຍຄິດວ່າ ຖ້າຫາກວ່າເຮົາເອົາໄມ້ໃຜ່ ມາເຮັດເປັນເຄື່ອງດົນຕີ ແລ້ວມັນອາດຈະມີສີສັນ ແລະ ໜ້າຈະມີຄວາມມ່ວນຊື່ນ ດັ່ງນັ້ນ ຈຶ່ງເຮັດເປັນເຄື່ອງດົນຕີອັນໃດ ອັນໜຶ່ງຂຶ້ນ, ເພິ່ນກໍ່ເລີຍຕັດສິນໃຈ ຕັດເອົາບັ້ງໄມ້ໃຜ່ ເອົາໂຕໄມ້ແກ່ແລ້ວ ລາວກະເຈາະຮູ ແລະ ກະຕ່ອຍກ່ອນ ຈິ່ງຮູ້ສຶກວ່າເລີ່ມເກີດມີສຽງທີ່ມ່ວນ ຂຶ້ນຕາມລຳດັບ ແລ້ວເອົາມາເຄາະ ມັນກະມີສຽງດັງຕຸ່ງໆໆຂຶ້ນ ຕໍ່ມາ ເພິ່ນກໍ່ມີແນວຄິດຕື່ມອີກວ່າ ຖ້າເອົາມາຕໍ່ໃສ່ກັນ ແລະ ກະມີສາຍໃສ່ເບິ່ງ ວ່າມັນຈະເປັນແນວໃດ? ດັ່ງນັ້ນ ເພິ່ນຈິ່ງມີແນວຄິດ ປະດິດສ້າງ ຈົນເລີ່ມກາຍມາເປັນ ດົນຕີໄມ້ພື້ນເມືອງ ຊະນິດໜຶ່ງ ປະຈຸບັນເພິ່ນຈິ່ງຮ້ອງດົນຕີໄມ້ ປະເພດນັ້ນວ່າ ຊໍອີ້. ໃນເບື້ອງຕົ້ນ ທີ່ມີຊໍອີ້ນີ້ ເປັນເຄື່ອງດົນຕີ ເພິ່ນກໍ່ຮຽນສີໄປສີມາຈົນເລີ່ມຮູ້ສຶກວ່າ ເປັນຈັງຫວະ ທໍານອງເພັງໃດໜຶ່ງ ທຳອິດ ກໍ່ມີການຮ້ອງແບບສຳນຽງ ຄວນຄາງ ໄປຕາມຈັງຫວະສີຊໍ ເພາະວ່າຍັງບໍ່ຮູ້ ຊິເວົ້້າກ່າວຫຍັງ ຫຼື ຮ້ອງອອກມາແບບໃດ?, ຕໍ່ມາເພິ່ນກໍ່ເລີມ ມີການອ່ານໜັງສື ອ່ານກາບກອນ ຈິ່ງມີແນວ ຄິດໃນການເອົາເນື້ອໃນ ຂອງໜັງສື ກາບກອນມາປະກອບ ປະສານໃສ່ກັບສຽງດົນຕີ ໄມ້ຊະນິດນັ້ນ ພັນລະນາວິຖີຊີວິດ ການເປັນຢູ່ຂອງຄົນ ໃນຊົນນະບົດ ທີ່ຕິດພັນກັບ ສັດສາວາສິ່ງ ທໍາມະຊາດ ທີ່ສວຍງາມ ອ້ອມຮອບຂ້າງກາຍຕົນເອງ, ພັນລະນາຄວາມອຸດົມຮັ່ງມີ ສວຍງາມຂອງປະເທດຊາດ ບ້ານເມືອງ ແລ້ວມັນຈິ່ງໄດ້ຕິດພັນ ກາຍມາເປັນວິຖີການຂັບທຸ້ມ ແບບພື້ນບ້ານໄປເລີຍ. ຈາກນັ້ນມາ ກໍ່ກາຍມາເປັນຂັບທຸ້ມ ແຕ່ວ່າ ແປຕາມໂຕແມ່ນ (ຕູ້ມ ຫຼື ຂັບຕູ້ມ) ຈາກຄໍາວ່າ ຕູ້ມ ເພາະວ່າຄົນເຮົາ ໃນສະໄໝກ່ອນ ແມ່ນຢູ່ຮ່ວມກັນເປັນກຸ່ມ ເປັນກ້ອນ ຕູ້ມຫອມຕອມຫໍ່ກັນ ມີຄວາມສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນຢູ່ສະເໝີ, ເວລາມີບຸນມີງານໃດໜຶ່ງ ມີການຂັບການລໍາ ປະຊາຊົນ ກໍ່ແຫ່ກັນມາຮ່ວມຟັງການຂັບ ບວກກັບສະພາບອາກາດ ທີ່ໜາວເຢັນໃນຊົນນະບົດ ຫຼາຍຄົນແມ່ນຕູ້ມຜ້າ ປົກຫົ່ມ ມາເບິ່ງມາຊົມ ພວກເພິ່ນຈິ່ງພາກັນເອີ້ນ ຕາມພາສາພື້ນບ້ານວ່າ: ຂັບຕູ້ມ ບາງທີການຂັບມີຄວາມອອນຊອນ ສ້າງຄວາມປະທັບໃຈ ແກ່ຜູ້ຟັງ ຜູ້ຕູ້ມຫົ່ມຜ້າ ກະເປີດຜ້າອອກມາຟ້ອນ ສ້າງຄວາມມ່ວນຊື່ນ ບາງຄັ້ງກໍ່ເລີຍເອີ້ນວ່າ ເປັນເພັງ ປືດຜ້າ ຫຼື ເປີດຜ້າ. ການເວລາຜ່ານມາຫຼາຍປີ ຈິ່ງມີການພັດທະນາ ຂຶ້ນຕາມຂະບວນວິວັດ, ວັດທະນະທຳລາວ ກໍ່ມີຄວາມ ສີວິໄລ, ຄວາມຈະເລີນເກີດຂຶ້ນຫຼາຍ ກໍ່ເລີຍເກີດມີສຽງປ່ຽນຈາກຂັບຕູ້ມ ກາຍມາເປັນ ຂັບທຸ້ມ ທີ່ເປັນຈັງຫວະ ທໍານອງ ພ້ອມທັງມີການປະດິດຄິດເພີ່ມ ແລະ ເຕີມເສີມ ເຄື່ອງດົນຕີພື້ນເມືອງ ອື່ນເຂົ້າມາປະກອບຕື່ມອີກ ເຊິ່ງເປັນເອກະລັກ ສະເພາະ ຂອງປະຊາຊົນລາວ ບັນດາເຜົ່າໃນທ້ອງຖິ່ນນັ້ນ. ສະນັ້ນ, ຈິ່ງເວົ້າໄດ້ວ່າ ການຂັບທຸ້ມນີ້ ແມ່ນສືບມາຈາກການອ່ານໜັງສື ອ່ານກາບກອນ ຈິ່ງກາຍມາເປັນ ຂະບວນວິວັດ ທະນາການ ເປັນການຂັບທຸ້ມ, ຕໍ່ມາບ່າວ-ສາວ ທີ່ແອບມັກຮັກກັນ ເວົ້າຢອກຕໍແຍກັນ ເຈົ້າເວົ້າຢອກຂ້ອຍ ຂ້ອຍເວົ້າຢອກເຈົ້າ ປຽບທຽບ ພັນລະນາ ໃສ່ທຳມະຊາດ ແລະ ໃນສັດຕະວັດທີ 14 ຈິ່ງເລີ່ມເປັນສຽງຂັບ ສຽງກອນທີ່ເລີ່ມສົມບູນແບບ, ບັນພະບຸລຸດລາວກໍ່ຖື ແລະ ພາກັນເອີ້ນວ່າ: ຂັບທຸ້ມຫຼວງພະບາງ.

kubthum1   kubthum

 

 

 

 

Add comment


Security code
Refresh

ທ່ານກຳລັງຢູ່ທີ່: ຫນ້າທຳອິດ ແຫລ່ງມໍລະດົກ ມໍລະດົກທາງດ້ານວັດທະນະທຳ ຂັບທຸ້ມ