luangprabang-heritage.org

  •  
  •  
  •  

Font Size

Layout

Menu Style

Cpanel

ປະຫວັດຂອງວັດວາອາຮາມ

ຕັ້ງແຕ່ໃດໆມາຈົນຮອດຕົ້ນສະຕະວັດທີ່XXIການກໍ່ສ້າງຕ່າງໆທີ່ຫລວງພະບາງແມ່ນເຮັດດ້ວຍໄມ້ທັງສີ້ນ,ນັບຕັ້ງແຕ່ພະລາຊະວັງຕະຫລອດຮອດບ້ານເຮືອນຂອງເຈົ້າຂຸນມຸນນາຍຜູ້ສຳຄັນ.ສຳລັບປະຊາຊົນທົ່ວໄປແລ້ວສ່ວນຫລາຍແມ່ນເຮັດດ້ວຍໄມ້ໄຜ່.ມີພຽງແຕ່ວັດວາອາຮາມເທົ່ານັ້ນທີ່ໄດ້ຮັບການກໍ່ສ້າງດ້ວຍດິນຈີ່ເປັນແບບແຫນ້ນຫນາຖາວອນ.ເຖິງຢ່າງໃດກໍ່ຕາມ,ໃນຈຳນວນວັດວາອາຮາມ65ແຫ່ງທີ່ມີຢູ່ໃນສະຕະວັດທີ່XVIIIນັ້ນໃນປັດຈຸບັນນີ້ຍັງຄົງເຫລືອແຕ່29ວັດຊຶ່ງໃນນັ້ນມີພຽງສາມວັດເທົ່ານັ້ນຄື:ວັດຊຽງທອງ,ວັດປາກຄານແລະວັດຄີລີທີ່ຍັງຮັກສາລັກສະນະໂຄງສ້າງແລະລວດລາຍປະດັບດັ່ງເດີມໄວ້ໄດ້.ກ່ອນອື່ນແມ່ນຍ້ອນພູມອາກາດເຂດຮ້ອນແລະພາຍຸຝົນທີ່ທຳລາຍໂຄງສ້າງແບບເບົາບາງເຫລົ່ານີ້ຊື່ງວັດຖຸກໍ່ສ້າງຕົ້ນຕໍແມ່ນໄມ້.ຈາກນັ້ນແມ່ນອັກຄີໄພທີ່ເຜົາຜານຕົວເມືອງຫລາຍຄັ້ງ,ໂດຍສະເພາະແມ່ນຄັ້ງທີ່ເກີດຂື້ນໃນປີ1774.ການກໍ່ສ້າງປົວແປງແລະບູລະນະຕົວເມືອງຄືນທີ່ດຳເນີນໄປໃນໄລະຍະສະໄຫມເປັນຫົວເມືອງຂື້ນຂອງຝລັ່ງກໍ່ຄືໃນສະໄຫມຂອງອາເມລິກາຮຸກຮານສະແດງໃຫ້ເຫັນເຖິງການທຳລາຍມ້າງເພວັດວາອາຮາມເປັນຈຳນວນຫລວງຫລາຍ,ເພື່ອນຳໃຊ້ເປັນບ່ອນປຸກສ້າງອາຄານການປົກຄອງ,ຄ້າຍທະຫານ,ທີ່ພັກອາໄສ,ການຂະຫຍາຍເດີ່ນບີນແລະອື່ນໆ.ເຖິງຢ່າງໃດກໍ່ຕາມ,ຈາກບັນດາອາຄານ(ກຸຕິດຫໍໄຫວ້ທາດ)ສະຖານທີ່ສັງຫາລິມະຊັບແລະພະພຸດທະຮູບທີ່ພວກເຮົາພົບເຫັນຢູ່ນຳວັດຕ່າງໆທີຫລົງເຫລືອມາເຖິງສະໄຫມປັດຈຸບັນນີ້,ພວກເຮົາມີຄວາມສາມາດກຳນົດໄດ້ເຖິງຄຸນລັກສະນະທົ່ວໄປຂອງສີລະປະຫລວງພະບາງແບບດັ່ງເດີມທີ່ເປັນເອກະລັກສະເພາະຂອງຕົນເອງໃນປະເພດທີ່ຢູ່ໃນອາຊີຕາເວັນອອກສ່ຽງໃຕ້,ໂດຍທົ່ວໄປແລ້ວຢູ່ຫລວງພະບາງວັດວາອາຮາມແຕ່ລະແຫ່ງແມ່ນຖືກກຳນົດເຂດດ້ວຍກຳແພງອ້ອມຮອບທີ່ກໍ່ດ້ວຍດິນຈີ່.ປະຕູຂົງມີລັກສະນະເປັນຫໍຜາສາດປະເພດຫໍຈະຕຸລັດທີ່ມີຫລາຍຊັ້ນແລະມີຍອດປະດັບ,ວົງປະຕູທີ່ເປັນຮູບກົ່ງຄັນສອນມີຮູທະລຸລ່ວງເປັນທາງຜ່ານເຂົ້າໄປຫາສິມແລະໄປຫາພະພຸດທະສາດສະຫນາສະຖານອື່ນໆໃນວັດ.

ວັດນີ້ໄດ້ຊື່ມາຈາກສະຖານທີ່ຕັ້ງຂອງວັດຊຶ່ງຕັ້ງຢູ່ແຄມນ້ຳຂອງແລະປາກຄານທີ່ເປັນສາຂາຂອງມັນ.ເປັນວັດທີ່ສ້າງຂື້ນໃນປີ1737,ໂດຍພະຍາຈັນເທບ,ໃນລາຊະການຂອງພະເຈົ້າອິນທະໂສມ.ວິຫານຫລັງປະຈຸບັນໄດ້ຖືກສ້ອມແປງຄືນໃນຕົ້ນສະຕະວັດທີ່XX,ຕົວອາຄານມີລັກສະນະຫ້ອງລອຍອ້ອມຮອບປະກອບດ້ວຍສາມຫ້ອງລອຍແລະຫົກຫ້ອງຂວາງ,ວິຫານຂອງວັດນີ້ປະກອບດ້ວຍແປດປະຕູແລະແປດປ້ອງຢ້ຽມທີ່ຈັດວາງບໍ່ສະຫມໍ່າສະເຫມີກັນປານໃດ.ມີຫລັງຄາສອງຊັ້ນທີ່ແຍກກັນ.
ວັດນີ້ມີຊື່ເຕັມວ່າວັດສຸວັນນະຄີລີຫມາຍວ່າ‘’ພູເຂົາຄຳ’’,ສ້າງຂື້ນໂດຍເຈົ້າຄຳສັດທາເຈົ້າຊາຍຊາວພວນແຫ່ງຊຽງຂວາງ,ໃນທ້າຍສະຕະວັດທີ່XVIII.ວັດຄີລີເປັນວັດທີ່ມີຄວາມງົດງາມແຫ່ງຫນຶ່ງໃນແບບສະບັບຂອງຊຽງຂວາງ.ລັກສະນະສະເພາະຂອງວິຫານຫລັງນີ້ແມ່ນຫ້ອງເພີ້ມທີ່ຕື່ມໃສ່ດ້ານຫລັງຂອງອາຄານແລະທາດອີກຫນ່ວຍຫນຶ່ງຊື່ງຢູ່ທັດນັ້ນໄປ.ວັດນີ້ມີຮູບແບບທຳມະດາ,ມີຫ້ອງລອຍແລະເຊຍດ່ຽວທີຍັງຮັກສາຮູບແບບແລະລວດລາຍປະດັບປະດາແບບດັງເດີມໄວ້ຢູ່.ຫລັງຄາທີ່ຢູ່ເທິງຫ້ອງສູດມົນແມ່ນຫລັງຄາຊ້ອນ,ສ່ວນຢູ່ເທິງຫ້ອງດ້ານຫລັງນັ້ນແມ່ນຫລັງຄາດ່ຽວແລະຕ່ຳປະດັບດ້ວຍໂງ່ຮູບຫົວນາກເຮັດດ້ວຍປະທາຍຝັງແກ້ວສີ.
ວັດສີບຸນເຮືອງເປັນວັດແບບພື້ນເມືອງຫລວງພະບາງດັ່ງເດີມໃນສະຕະວັດທີ່XVIII,ໄດ້ຮັບການສ້າງຂຶ້ນໃນລາຊະການຂອງພະເຈົ້າໂຊຕິກະກຸມມານໃນປີ1758.ໃນເວລາມີການສ້ອມແປງວັດໃນຕົ້ນສະຕະວັດທີ່XXນັ້ນ,ໄດ້ມີການປ່ຽນແປງປ່ອງຢ້ຽມບາງຈຳນວນແລະເຊຍ.ລັກສະນະເດັ່ນຂອງວິຫານແຫ່ງນີ້ແມ່ນຕີນຖານທີ່ສູງແລະຫລັງຄາແບບທຳມະດາຊຶ່ງພາກສ່ວນກາງເປັນເທີບຊ້ອນ,ປະດັບດ້ວຍໂງ່ຮູບນາກທີ່ເຮັດດ້ວຍປະກາຍຝັງແກ້ວສີ.ແຕ່ເດີມນັ້ນ,ຝາດ້ານຂ້າງແລະດ້ານຫນ້າປະດັບດ້ວຍດອກດວງລາຍຟອກຄຳໃສ່ພື້ນສີແດງແລະຮູບນິທານເລື້ອງພະເວດສັນດອນ.ສ່ວນດ້ານໃນຂອງວິຫານປະດັບດ້ວຍລວດລາຍທີ່ມີຄຸ່ນຄ່າແລະຫລາຍສີສັນແຕ່ຫນ້າເສຍດາຍທີ່ສິ່ງເຫລົ່ານີ້ນັບມື້ນັບຕົກຫລົ່ນສູນຫາຍໄປ.ເຖິງຢ່າງໃດກໍ່ດີເພິ່ນຍັງພໍສັງເກດເຫັນພະພຸດທະຮູບທີ່ງົດງາມໃນປາງຮຽກຝົນທີ່ມີຄຸນລັກສະນະສີລະປະແບບຫລວງພະບາງຂອງສະຕະວັດທີ່XVIIIປະທັບຢືນຮຽງກັນຢູ່ຝາດ້ານຫລັງ.
ວັດນີ້ນອນຢູ່ໃນຈຳນວນສີ່ວັດທີ່ຈັບກຸ່ມກັນຕາມເສັ້ນທາງໃຫຍ່ຂອງເມືອງຫລວງພະບາງ.ຕາມປະເພນີເຫລົ່າສືບກັນມາວ່າ,ວັດນີ້ສ້າງຂື້ນໂດຍພະເຈົ້າແທ່ນຄຳ,ພະລາຊະໂອລົດຂອງພະເຈົ້າຈັກກະພັດແຜ່ນແຜ້ວເພື່ອເປັນອານຸສອນແກ່ພະລາຊະບິດາຂອງພະອົງທີ່ສາມາດຂັບໄລ່ຜູ້ຮຸກຮານອອກຈາກເຂດລ້ານຊ້າງໃນປີ1479,ແຕ່ຕໍ່ມາກໍ່ໄດ້ສີ້ນພະຊົນລົງຍ້ອນບາດແຜຂອງພະອົງເອງ.ວັດນີ້ໄດ້ຖືກບູລະນະສ້ອມແປງຄືນໃຫມ່ທັງຫມົດຕາມສະພາບດັງເດີມຂອງມັນໃນປີ1909.ວິຫານເປັນແບບທຳມະດາ,ມີເຊຍດ່ຽວຕັ້ງໃສ່ເທິງຕີນຖານທີ່ສູງ.ຫລັງຄາເປັນລັກສະນະທຳມະດາ,ບໍ່ມີຍອດຊໍ່ຟ້າ,ສ່ວນໂງ່ແມ່ນປະດັບດ້ວຍຮູບນາກ.ໃນປີ1950,ເພິ່ນໄດ້ສ້າງລະບຽງດ້ານຂ້າງສອງເບື້ອງຕື່ມໃສ່ເພື່ອປົກຄຸມພື້ນຂອງຕີນຖານ
ວັດນີ້ປັດຈຸບັນສູນຫາຍໄປແລ້ວ.ສ້າງຂື້ນໃນປີ1768ໂດຍພໍ່ບາຮັ່ງດຽວນີ້ຖືກຈັດເຂົ້າຢູ່ໃນເຂດຮົ້ວຂອງວັດສົບ.
ສ້າງຂື້ນໃນປີ1714ໂດຍຕາເຈົ້າຮັ່ງໃນສະໄຫມລາຊະການຂອງພະເຈົ້າກິ່ງກິດສະລາດ.ວິຫານຂອງວັດແສນສະແດງອອກຄືກັບວ່າມີເຊຍດ່ຽວແລະສາມຫ້ອງລອຍຂອງສີ່ຫ້ອງຂວາງແລະຫ້ອງແງບເສີມຢູ່ສອງຟາກຂ້າງ.ອ້ອມວິຫານນີ້ເຄີຍມີພະທາດນ້ອຍສິບແອດລູກ.ພາຍຫລັງໄດ້ມີການສ້ອມແປງໃນປີ1932ແລະໃນປີ1936ຊຶ່ງສ່ວນໃຫຍ່ແມ່ນໄດ້ປູພື້ນຫ້ອງສູດມົນ,ປະດັບເອ້ແທ່ນພະປະທານ,ຂອງວົງປະຕູແລະບານປະຕູ,ແລະການປະດັບປະດາສີຫນ້າແລະເຊຍແລ້ວ.ວິຫານຂອງວັດໄດ້ຖືກດັດແປງອີກໃນປີ1957ໃນໂອກາດຄົບຮອບປີ2500ພະຊົນພັນສາຂອງພະພຸດທະເຈົ້າ.ສ່ວນຫ້ອງແງບເສີມສອງຟາກຂ້າງນັ້ນໄດ້ຖືກມຸງກວມເອົາເຂົ້າໃນວິຫານຈື່ງເຮັດໃຫ້ພຸດທະສີມາກາຍເປັນຫ້າຫ້ອງຂວາງແລະສີ່ຫ້ອງລອຍ.ຫລັງຄາຂອງວິຫານມີໂຄງສ້າງເປັນຊີມັງມຸງດ້ວຍດິນຂໍສີແດງແລະເຫລືອງ,ແບ່ງອອກເປັນສາມຖ້ານກວມເອົາທັງຫມົດຫ້າຫ້ອງລອຍ,ຫລັງຄານີ້ແຕ່ລະດ້ານຈະເປັນລັ່ນຫລຸດກັນໄປພ້ອມທັງແອນໂຄ້ງຂື້ນ.
ວັດຫນອງສີຄູນເມືອງ,ຖືກສ້າງຂື້ນໃນປີ1729ໃນລາຊະການຂອງພະເຈົ້າອົງນົກ.ວັດນີ້ມີຊື່ສຽງຍ້ອນພະພຸດທະຮູບທອງສຳລິດທີ່ຫນັກ211ກິໂລ,ຊຶ່ງສະແດງປະຕິຫານໃນເວລາເກີດໄຟໄຫມ້ວັດແລະພາກສ່ວນຫນື່ງຂອງເມືອງຫລວງພະບາງໃນປີ1774.ວັດຫນອງຖືກບູລະນະສ້ອມແປງຄືນໃຫມ່ໃນປີ1804.ເວລານັ້ນ,ວິຫານຂອງວັດເປັນແບບທຳມະດາ,ມີຫ້ອງແລະເຊຍດ່ຽວ,ທີ່ມີເສົາແບບຫລ່ຽມ.ລວດລາຍປະດັບເອ້ສີຫນ້າແລະຫນ້າຈົ່ວຂອງພຸດທະສີມາແມ່ນເຮັດຂື້ນໃນທ້າຍສະຕະວັດທີ່XIX.
ຕາມປະເພນີເລົ່າສຶບກັນມາວ່າວັດນີ້ສ້າງຂື້ນໃນປີ1853ໂດຍພະຍາສີສົນໄຊ,ໃນລາຊະການຂອງພະເຈົ້າຈັນທະລາດ(1851-1870).ຊື່ຂອງວັດຊຽງມ່ວນນັ້ນເລົ່າກັນມາວ່າໄດ້ມາຈາກສຽງອັນມ່ວນອວນຊວນຂອງຄ້ອງແລະກອງຊຶ່ງເປັນທີ່ຈັບໃຈຂອງຄົນທົ່ວໄປ,ຕໍ່ມາຈິ່ງຜ້ຽນສຽງມາເປັນວັດຊຽງມ່ວນ.
ວັດໂພນໄຊຊະນະສົງຄາມໄດ້ສ້າງຂື້ນໂດຍພະເຈົ້າອະນຸຣຸດໃນປີ1791.ສ່ວນຊື່ຂອງວັດນັ້ນໄດ້ຕັ້ງຂື້ນຕາມສັດທາຕໍ່ຄວາມສັກສິດຂອງພະພຸດທະຮູບໃຫຍ່ເຊິ່ງເຈົ້າຊິວີດຫລາຍອົງແລະທ້າວຂຸນທັງຫລາຍຈະຕ້ອງໄດ້ມາຄາລະວະກ່ອນຈະອອກສູ່ສົງຄາມ.ວັດນີ້ໄດ້ຮັບການປະຕິສັງຂອນຄືນຕັ້ງແຕ່ປີ1970ເປັນຕົ້ນມາ,ດ້ວຍເບຕົງເສີມເຫລັກ,ເປັນລັກສະນະທຳມະດາມີຫ້ອງແລະເຊຍດ່ຽວທີ່ມີຫ້ອງຂວາງຊ້ອນມີລະບຽງອອກນອກ.ສ່ວນຫລັງຄາເອ່ນຊ້ອນກັນນັ້ນຍັງຮັກສາຮູບແບບຂອງຫລວງພະບາງໄວ້ຢູ່
ວັດໃຫມ່ຫມາຍຄວາມວ່າວັດສ້າງໃຫມ່,ແມ່ນຫນຶ່ງໃນບັນດາວັດທີ່ງາມທີ່ສຸດໃນຫລວງພະບາງ.ວັດນີ້ເຄີຍເປັນບ່ອນປະທັບຂອງພະສັງຄະລາດ,ປະມຸກຂອງພະສົງລາວ,ນັບຕັ້ງແຕ່ປີ1894ເປັນຕົ້ນມາ.ວັດນີ້ສ້າງຂື້ນໃນປີ1796ໂດຍພະເຈົ້າອານຸຣຸດ.ຊື່ວັດໃຫມ່ອາດຈະຕັ້ງຂຶ້ນໃນໂອກາດການບູລະນະສ້ອມແປງວັດໃນປີ1821ໂດຍພະເຈົ້າມັງທາຕຸລາດ,ພະລາຊະໂອລົດຂອງພະເຈົ້າອະນຸຣຸດ.ໃນໂອກາດດັ່ງກ່າວພະອົງຍັງໄດ້ສ້າງເຊຍສອງຫ້ອງທີ່ມີເສົາ,ຫ້ອງຫນຶ່ງຢູ່ດ້ານຫນ້າແລະອີກຫ້ອງຫນຶ່ງຢູ່ດ້ານຫລັງ.
ຊື່ຂອງວັດນີ້ອາດໄດ້ມາຈາກປ່າຕົ້ນແຄທີ່ວັດຕັ້ງຢູ່,ວັດປ່າແຄ,ໄດ້ສ້າງຂຶ້ນໃນປີ1853ໂດຍພະເຈົ້າຈັນທະລາດ,ເຖິງແມ້ວ່າວິຫານຂອງວັດຈະເປັນລັກສະນະຂອງວຽງຈັນກໍ່ຕາມຊຶ່ງສະແດງອອກຢູ່ທີ່ຝາຜະຫນັງ,ຂອບວົງກົບປະຕູ.ລັກສະນະຂອງຫລັງຄາ,ສີຫນ້າແລະແຂນນາງ.ເອກະລັກຂອງວັດນີ້ແມ່ນຮູບແຕ້ມທີ່ປະດັບຝາຜະຫນັງດ້ານໃນ,ບັນດາບານປະຕູທາງທິດໃຕ້,ສີຫນ້າດ້ານທິດຕາເວັນອອກທີ່ສະແດງໃຫ້ເຫັນຮູບຄົນຊຶ່ງເຄື່ອງນຸ່ງຂອງເຂົາເຈົ້ານັ້ນເຮັດໃຫ້ຄິດເຖິງການນຸ່ງຖືຂອງຊາວໂຮນລັງແດໃນສະຕະວັດທີ່XVII,ເຊັ່ນດຽວກັບບານປະຕູທາງທິດຕາເວັນຕົກທີ່ປະດັບດ້ວຍຮູບຂອງຜູ້ຄົນທີ່ນຸ່ງເຄື່ອງຊາວວັງຂອງນະຄອນເວນິດໃນສະຕະວັດທີ່XVI.
ວັດປ່າຮວກຕັ້ງໃສ່ຕີນພູສີ,ເຊີ່ງຫນ້າກັບພະລາຊະວັງເກົ່າ,ວັດນີ້ອາດມີຊື່ມາຈາກປ່າໄມ້ຮວກທີ່ປົກຄຸມທີ່ຕັ້ງຂອງວິຫານນັ້ນເອງ.ວັດນີ້ສ້າງຂື້ນໃນປີ1861,ໃນລາຊະການຂອງເຈົ້າຈັນທະລາດ,ເປັນວິຫານແບບວຽງຈັນ,ມີຫອ້ງແລະເຊຍດຽວ.ຫລັງຄາມີເທີບທຳມະດາທີ່ມີລັ່ນດຽວຊຶ່ງດ້ານຫນ້າມີຮູບນາກປະດັບດ້ວຍສ້ອຍສາອັນໄດ້ເຮັດໃຫ້ປ້ານລົມຫລັງຄາຂອງສີຫນ້າວັດມີລັກສະນະໂນ້ມອ່ຽງໄປທາງແບບວັດຂະເຫມນແລະແບບບາງກອກ.ດ້ານໃນຂອງວິຫານປະດັບດ້ວຍຮູບແຕ້ມທີ່ເປັນຝີມືຂອງຊ່າງແຕ້ມລາວ,ເປັນຮູບພາບທີ່ເລົ່າເຖີງນິທານຊົມພູປະຕິສຸດຕະ.ຢູ່ບາງບ່ອນຂອງຮູບແຕ້ມກໍ່ສະແດງໃຫ້ເຫັນອິດທິພົນສິລະປະຂອງຈີນປົນເປຢູ່ໂດຍສະເພາະແມ່ນລວດລາຍທີ່ປະດັບຕາມບັນດາຮູບຫໍຜາສາດ,ເຄື່ອງນຸ່ງແລະການປະກອບສ້າງຮູບຂອງພະເຈົ້າພິມພິເສນທີ່ສະແດງອອກໃນຮູບຊົງຂອງຂຸນນາງຈີນຢ່າງເດັ່ນຊັດ.
ຕາມປະເພນີເລົ່າສືບກັນມາວ່າວັດອາຮາມທີ່ຖືກສ້າງຂື້ນໃນປີ1822ໂດຍພະເຈົ້າມັງທະຕຸລາດນີ້ແມ່ນຕັ້ງໃສ່ໃກ້ກັບສະຖານທີ່ທີ່ເຈົ້າຟ້າງຸ່ມ,ຜູ້ສ້າງຕັ້ງອານາຈັກລ້ານຊ້າງ,ມີຄວາມປະສົງຢາກສ້າງໃສ່ແລ້ວ.ສະຖານທີ່ດັ່ງກ່າວເຄີຍຖືກເລືອກໄວ້ເພື່ອສ້າງເປັນຫໍໄຫວ້ເຈົ້າອາຮັກເມືອງ‘’ປູ່ເຍີຍ່າເຍີ’’.ວິຫານຂອງວັດເປັນລັກສະນະທຳມະດາທີ່ມີຫອ້ງດ່ຽວແລະເຊັຍສອງຫ້ອງ,ບໍ່ມີເຊຍດ້ານຂ້າງ.ຫລັງຄາເປັນແບບຫລັງຄາສອງແປປະດັບດ້ວຍໂງ່ຮູບຫົວນາກ.ວັດອາຮາມເປັນຕົວແທນທີ່ຫນ້າເອກອ້າງຂອງພຸດທະສະຖານແບບຫລວງພະບາງໃນສະຕະວັດທີ່XIX.
ກ່ອນການຖືກທຳລາຍບາງສ່ວນໃນເວລາເມືອງຫລວງພະບາງຖືກຈູດເຜົາໃນປີ1887ແລະກ່ອນການບູລະນະສ້ອມແປງໂດຍພະເຈົ້າສັກກະລິນໃນປີ1898ນັ້ນ,ວັດວິຊຸນເຄີຍເປັນຫນຶ່ງໃນບັນດາວັດທີ່ງາມສະງ່າທີ່ສຸດຂອງເມືອງຫລວງພະບາງ,ອະດີດລາຊະທານີ.ສ້າງຂື້ນໃນລະຫວ່າງປີ1512ຫາ1515ໃນລາຊະການຂອງພະເຈົ້າວິຊຸນນະລາດ.ວັດວິຊຸນມີປະຫວັດເລົ່າສືບກັນມາວ່າເພິ່ນໄດ້ໃຊ້ໄມ້ເພື່ອມາປຸກສ້າງວັດນີ້ຢ່າງນ້ອຍ4.000ທ່ອນຈິ່ງສຳເລັດ.ຫລັງຄາຂອງວັດຕັ້ງໃສ່ເທິງເສົາຄ້ຳ12ເສົາທີ່ສູງ30ແມັດແລະມີເສັ້ນຜ່າໃຈກາງ130ຊັງຕີແມັດ.ດ້ານໃນຂອງວິຫານເປັນທີ່ປະດິດສະຖານຂອງພະພຸດທະຮູບທີ່ໃຫຍ່ທີ່ສຸດອົງຫນຶ່ງຂອງຫລວງພະບາງ,ເຮັດດ້ວຍດິນຈີ່ທານ້ຳກ້ຽງແລະຟອກຄຳ.ໃນລະຫວ່າງປີ1942ຫາ1975,ວັດວິຊຸນຊື່ງເວລານັ້ນເປັນຫໍພິພິດຕະພັນຂອງພຸດທະສິລະປະໄດ້ເຄີຍເປັນບ່ອນທ້ອນໂຮມບັນດາສີລາຈາລຶກທີ່ງົດງາມຊຸດຕ່າງ,ບັນດາພະພຸດທະຮູບແລະສິ່ງຂອງເກົ່າແກ່ທີ່ມີຄຸນຄ່າດ້ານວັດທະນະທຳສູງໂດຍສະເພາະແມ່ນວັດຖຸພັນຂອງຂອມໃນສະຕະວັດທີ່XIແລະXII,ຊຶ່ງປະຈຸບັນນີ້ເພິ່ນສາມາດຊົມໄດ້ທີ່ຫໍພິພິດຕະພັນແຫ່ງຊາດ(ພະລາຊະວັງເກົ່າ).ພາຍໃນບໍລິເວນຂອງວັດວິຊຸນຊື່ງອ້ອມດ້ວຍກຳແພງທັງສີ່ດ້ານມີປະຕູໂຂງສີ່ປ່ອງທີ່ມີຮູບຊົງຫໍຜາສາດແບບສາມຊັ້ນປະດັບຍອດດ້ວຍຮູບຂັນດອກບົວ.ຢູ່ເດີ່ນວັດເບື້ອງຫນ້າມີປູຊະນິຍະສະຖານຮູບຈະຕຸລັດລູກຫນຶ່ງຊຶ່ງສ່ວນເທິງເປັນຮູບວົງກົມຕັດເຄິ່ງ,ຊື່ວ່າ‘’ທາດປະທຸມ’’ຫລື‘’ທາດດອກບົວໃຫຍ່’’ຕັ້ງຢູ່,ຊາວຫລວງພະບາງສ່ວນຫລວງຫລາຍມັກເອີ້ນວ່າ‘’ທາດຫມາກໂມ’’.ທາດນີ້ສ້າງຂື້ນລະຫວ່າງປີ1514–1515ຊຶ່ງຮູບຊົງກົມຕັດຊື່ນີ້ເປັນລັກສະນະພິເສດອັນດຽວເພາະເພິ່ນບໍ່ເຄີຍພົບເຫັນຢູ່ບ່ອນໃດເລີຍໃນປະເທດລາວຫລືກະທັ້ງໃນປະເທດອື່ນຢູ່ອິນໂດຈີນ.ການປະຕິສັງຂອນປູສະນິຍະຖານແຫ່ງນີ້ໄດ້ສຳເລັດລົງໃນປີ1932ຫລັງຈາກໄດ້ດຳເນີນມາເປັນເວລາ3ປີ.ຫນ່ວຍທາດເປັນຮູບຊົງກົມຕັດເຄິ່ງຕັ້ງໃສ່ເທິງຕີນຖານຫລາຍຖ້ານທີ່ມີຮູບຊົງແຕກຕ່າງກັນແລະປະດັບຍອດດ້ວຍຮູບພະລັດສະຫມີແບບແປວໄຟຂອງພະພຸດທະຮູບລາວ.
ມີນິທານເລົ່າສຶບກັນມາວ່າຊື່ຂອງວັດຫມື່ນນາໄດ້ມາຈາກການບໍລິຈາກເຂົ້ານາຂອງຊາວບ້ານຜູ້ລະຫມື່ນ(ເປັນຫົວຫນ່ວຍວັດແທກເກົ່າທີ່ມີຄ່າເທົ່າກັບ12ກິໂລ)ໃນໂອກາດການກໍ່ສ້າງວັດນີ້ໃນປີ1533,ໃນລາຊະການພະເຈົ້າໂພທິສະລາດ.ແຕ່ເດີມ,ວັດນີ້ມີວິຫານຫນຶ່ງຫລັງເປັນແບບທຳມະດາມີຫ້ອງລອຍແລະເຊັຍດ່ຽວ,ມີທາດແລະຫໍໄຫວ້ແບບອຸບມຸງຫນຶ່ງຫລັງ.ວັດນີ້ຖືກສ້ອມແປງໃນປີ1920ຈາກສະພາບເດີມຂອງວັດ,ວິຫານຫລັງປັດຈຸບັນໄດ້ຮັບການຂະຫຍາຍກ້ວາງອອກໂດຍການເສີມເຊັຍດ້ານຂ້າງສອງຟາກໃນປີ1949.ລວດລາຍປະດັບແບບນູນຟອກຄຳຂອງຫນ້າຈົ່ວດ້ານຫນ້າແລະດ້ານຫລັງສະແດງເຖິງເທວະຮູບໃນທ່ານົບປະທັບຢູ່ເທິງຊ້າງເອລາວັນ.ຢູ່ຝາດ້ານນອກກໍ່ຄືດ້ານໃນປະດັບດ້ວຍຮູບແຕ້ມທີ່ບັນລະຍາຍເຖິງຊາດປາງກ່ອນຂອງພະພຸດທະເຈົ້າ.
ພະພຸດທະຮູບອົງນີ້ເປັນພະພຸດທະຮູບທອງສຳມະລິດທີ່ເກົ່າແກ່ກວ່າຫມູ່ເທົ່າທີ່ຮູ້ຈັກກັນໃນຫລວງພະບາງແລະໃນປະເທດລາວ.ພະພຸດທະຮູບນີ້ຫລໍ່ຂື້ນໃນປີ1378ຫາ1379,ໃນລາຊະການພະເຈົ້າສາມແສນໄທ.ສີລາຈາລຶກຂຽນໄວ້ວ່າພະພຸດທະຮູບອົງນີ້ຊັ່ງໄດ້:ເກົ້າລ້ານເຈັດແສນຊັງຫລືປະມານ12ໂຕນແລະສູງປະມານ6ແມັດ,ສະເພາະແຕ່ພະສຽນ(ຫົວ)ແທກໄດ້1,90ແມັດແລະ4,00ແມັດສະເພາະແຕ່ພະວໍລະກາຍຂອງພະອົງ.ໃນເວລາທີ່ມີການປຸ້ນສະດົມເມືອງໃນປີ1887, ພະພຸດທະຮູບອົງນີ້ຖືກເຈາະທ້ອງແລະທຳລາຍອອກເປັນສ່ວນໆ.ຕໍ່ມາພະພຸດທະຮູບໄດ້ຖືກປຸກຕັ້ງຂື້ນໃນປີ1919ແລະໄດ້ຖືກສ້ອມແປງໃນປີ1971.ໂດຍໄດ້ຕໍ່ອະໄວຍະວະທີ່ຂາດຫາຍໄປດ້ວຍຊີມັງເຊັ່ນ:ແຂນແລະຂາ,ຈາກນັ້ນກໍ່ທາດ້ວຍນ້ຳກ້ຽງແລະຟອກຫຸ້ມດ້ວຍຄຳປິວ.
ວັດນີ້ມີຊື່ໜຶ່ງອີກວ່າວັດຫົວຊຽງ,ຊຶ່ງອາດຈະຖືກພິກພ້ຽນໄປຈາກຫໍສ່ຽງນັ້ນເອງຊື່ຫໍສ່ຽງຂອງຂອງວັດນີ້ໄດ້ມາຈາກພະລາຊະພິທີທີ່ພະເຈົ້າໄຊຍະເສດຖາທິລາດຊົງເປັນປະທານຈັດຂຶ້ນໃນປີ1548ເພື່ອຊົງສ່ຽງຫາສະຖານທີ່ທີ່ຈະເລືອກເອົາເປັນທີ່ຕັ້ງຂອງວັດທາດ.ຕໍ່ມາວັດຫໍສ່ຽງໄດ້ສ້າງຂຶ້ນໃນປີ1705ໂດຍກວ້ານແສນມື້ຊ້າ,ວິຫາຂອງວັດຖືກທຳລາຍດ້ວຍລົມພະຍຸໃນປີ1900ແລ້ວກໍ່ໄດ້ສ້າງຄືນໃໝ່ໃນປີ1923,ວັດນີ້ເປັນແບບທຳມະດາມີຫ້ອງແລະເຊຍດ່ຽວລະບຽງສອງຂ້າງນັ້ນຖືກສ້າງໃນປີ1952ແຕ່ນັ້ນມາລັກສະນະຂອງພຸດທະສີມາຈຶ່ງເປັນແບບລະບຽງອ້ອມຮອບ.ນັບແຕ່ການສ້ອມແປງຄັ້ງສຸດທ້າຍໃນປີ1973ເປັນຕົ້ນມາເສົາຄໍ້າຢູ່ກອງສີໜ້າໄດ້ປ່ຽນເປັນເສົາແປດຫຼ່ຽມປະດັບດ້ວຍບົວຫົວເສົາຟອກຄຳ.ສິ່ງທີ່ຄວນສັງເກດໃນບັນດາພະພຸດທະຮູບຢູ່ເທິງແທ່ນບູຊານັ້ນມີພະພຸດທະຮູບອົງໜຶ່ງ ທີ່ເຮັດດ້ວຍໄມ້ໃນທ່າປາງອູມບາດເຊິ່ງເປັນທ່າທີ່ບໍ່ສູ້ພົບເຫັນໃນປະເທດລາວ.
ວັດນີ້ສ້າງຂື້ນໃນປີ1548ໃນລາຊະການຂອງພະເຈົ້າໄຊເສດຖາທິລາດ.ວັດທາດໄດ້ຊື່ມາຈາກພະທາດໃຫຍ່ນີ້.ພະທາດນີ້ໄດ້ສ້າງຂື້ນໂດຍພະລາຊະມານດາຂອງພະເຈົ້າໄຊເສດຖາທິລາດ.ວິຫານເກົ່າຂອງວັດຖືກລົມພັດລົ້ມໃນປີ1900,ແລະໄດ້ສ້າງຄືນໃຫມ່ໃນລະຫວ່າງປີ1907ແລະ1910ໂດຍເຈົ້າມະຫາອຸປະຫລາດບຸນຄົງ.ວິຫານຫລັງເກົ່າເປັນອາຄານທີ່ມີເຊຍອ້ອມຮອບ,ມີຫລັງຄາແບບສອງແບບຊ້ອນປະດັບດ້ວຍແຂນນາງຮູບນົກຫົວດຽວ.ວັດນີ້ໄດ້ຮັບການສ້ອມແປງຄືນຫມົດທັງຫລັງນັບຕັ້ງແຕ່ປີ1963ເປັນຕົ້ນມາ,ວິຫານຂອງວັດໃນສະພາບປັດຈຸບັນນີ້ເປັນວັດທີ່ມີຫລັງຄາແບບແງບດຽວ.ຢູ່ດ້ານຫລັງຂອງວິຫານມີພະທາດໃຫຍ່ລູກຫນຶ່ງຕັ້ງຢູ່,ທາດນີ້ສ້າງຂື້ນໃນກາງສະຕະວັດທີ່XVI.ວັດທາດເປັນສະຖານທີ່ສຳຄັນໃນການຈັດຕັ້ງສະເຫລີມສະຫລອງບຸນປີໃຫມ່ລາວ.ມື້ທີ່ສາມຂອງປີໃຫມ່ຈະມີຂະບວນແຫ່ທີ່ສຳຄັນແລະຍິ່ງໃຫຍ່ປະຈຳປີມາວັດນີ້,ໃນຂະບວນແຫ່ດັ່ງກ່າວຈະມີຂະບວນຫວໍ່ຂອງພະສົງທີ່ມາຈາກວັດຊຽງທອງ,ວັດອາຮາມແລະວັດວິຊຸນເພື່ອເຂົ້ານ່ວມພິທີຟ້ອນສະຫລອງຂອງຜີອາຮັກ‘’ປູ່ເຍີຍ່າເຍີ’’.
ພະເຈົ້າມັນທາຕຸລາດສ້າງວັດນີ້ໃສ່ເນີນພູນ້ອຍໜ່ວຍນຶ່ງໃນປີ1818,ໃນເວລານັ້ນວັດປະກອບມີວິຫານ1ຫຼັງແລະທາດໃຫຍ່2ທາດ.ວິຫານຂອງວັດຫຼັງປັດຈຸບັນເປັນລັກສະນະທຳມະດາແບບຫ້ອງລອຍອ້ອມຮອບແລະມີເກົ້າຫ້ອງຂວາງ.ກ່ອນໜ້າປີ1975,ວັດທາດຫຼວງເຄີຍເປັນສູນກາງຂອງພະລາຊະພິທີເພີງສົບພະບໍລົມມະວົງສານຸວົງຂັ້ນສູງ
ວັດສັງຄະໂລກສ້າງຂຶ້ນໃນປີ1527ໂດຍພະເຈົ້າໂພທິສະລາດ,ວິຫານຂອງວັດເປັນແບບທຳມະດາ,“ສັງເງືອກ“ໃນເມື່ອກ່ອນ,ມີປະຕູແລະກຳແພງອ້ອມຮອບທັງສີ່ດ້ານ,ມີກຸຕິສົງຫົກຫຼັງ,ທາດສອງແລະຫໍກອງໜຶ່ງຫຼັງ.ວັດສັງຄະໂລກເຄີຍເປັນໜຶ່ງໃນສະຖານທີ່ສຳຄັນຂອງການສະເຫຼີມສະຫຼອງປີໃໝ່ລາວ,ຜູ້ປົກຄອງບ້ານເມືອງໃນເວລານັ້ນໄດ້ເດີນທາງມາຮ່ວມປະເພນີຫົດສົງພະພຸດທະຮູບແລະການຟ້ອນສະຫຼອງຂອງ“ປູເຍີຍ່າເຍີ“ຢູ່ວັດນີ້.
ວັດລອງຄູນເປັນວັດແບບທຳມະດາ,ມີຫ້ອງແລະເຊຍດ່ຽວ.ສັນນິຖານວ່າສ້າງຂຶ້ນເປັນສອງໄລຍະ,ພາກສ່ວນທາງຫຼັງເປັນອັນເກົ່າມີອາຍຸນັບຕັ້ງແຕ່ສະຕະວັດທີXIX.ເຊຍດ້ານໜ້າທີ່ມີເສົາສີ່ຫຼ່ຽມ,ແຕ່ກ່ອນບໍ່ມີຫົວເສົາປະດັບ,ໄດ້ສ້ອມແປງຄືນໃນປີ1937ໃນລາຊະການຂອງພະເຈົ້າສີສະຫວ່າງວົງ.ການສ້ອມແປງວັດຄັ້ງຫຼັງສຸດມີຂຶ້ນໃນປີ1994.ນອກຈາກຮູບແຕ້ມຝາຜະໜັງທີ່ປະດັບຜາດ້ານໃນຂອງວັດທີ່ເປັນທານຊາດົກສິບຊາດຂອງພະພຸດທະເຈົ້າແລ້ວ,ແຕ່ກ່ອນບົດບາດທີ່ສຳຄັນຂອງວັດນີ້ແມ່ນພິທີລາຊາພິເສກ.ພະເຈົ້າແຜນດິນຈະຕ້ອງໄດ້ຊົງເຂົ້າບຳເພັນທຳເປັນເວລາສາມວັນຢູ່ວັດລ້ອງຄູນກ່ອນຈະສະເດັດຂ້າມນ້ຳຂອງໄປເຂົ້າເມືອງທີ່ທ່ານ້ຳວັດຊຽງທອງກ່ອນໜ້າມື້ລາຊາພິເສກ.
ວັດນີ້ຕັ້ງຢູ່ທາງທິດເໜືອຂອງນ້ຳຄານແລະຢູ່ນອກຕົວເມືອງຕາມຮູບແບບຂອງວັດແລ້ວແມ່ນໃກ້ຄຽງກັບແບບຂອງວັດຊຽງເຫຼັກ,ສັນນິຖານວ່າວັດຊຽງຄ້ອງຄົງຈະສ້າງຂຶ້ນໃນທ້າຍສະຕະວັດທີXIX.ວິຫານຂອງວັດເປັນແບບທຳມະດາມີຫ້ອງແລະເຊຍດ່ຽວ.ນັບຕັ້ງແຕ່ສ້າງວັດນີ້ຂຶ້ນມາ,ວັດນີ້ບໍ່ເຄີຍຖຶກແຕະຕ້ອງໃຫ້ເປເພຫຼືບູລະນະສ້ອມແປງຈັກເທື່ອ.
ຖ້າເວົ້າໃນດ້ານທີ່ຕັ້ງພູມສາດແລ້ວ,ວັດນີ້ຕັ້ງຢູ່ທິດເໜືອຂອງນ້ຳຄານແລະຢູ່ນອກຕົວເມືອງ.ເປັນວັດທີ່ຕັ້ງຢູ່ເນີນດິນສູງຢູ່ທາງຫຼັງຂອງວັດມີທາດລູກໜຶ່ງ,ທາດນີ້ແມ່ນພະເຈົ້າອົງນົກເປັນຜູ້ສ້າງໃນກາງສະຕະວັດທີXVIII.ສັນນິຖານວ່າແມ່ນຂຸນນາງເຊື້ອເຈົ້າຫຼວງພະບາງອົງໜຶ່ງຊື່ວ່າພະຍາຫອມສົມບັດເປັນຜູ້ສ້າງວັດຊຽງເຫຼັກໃນປີ1896.ຕອນທີ່ສ້າງວັດໃນປີ1921ນັ້ນ,ວິຫານຂອງວັດຍັງຮັກສາໂຄງສ້າງເດີມໄວຢູ່.ວັດນີ້ເປັນວັດແບບທຳມະດາມີຫ້ອງແລະເຊຍດ່ຽວ,.ມີຫຼັງຄາດ່ຽວທີ່ມີສອງເທີບ.
ວັດນີ້ຕັ້ງຢູ່ໃນບ້ານຂອງຊ່າງປັນໝໍ້,ແຄມນ້ຳຄານເແລະປັນວັດທີ່ເພິ່ນບໍ່ຮູ້ຈັກມື້ສ້າງຄັກແນ່,ແຕ່ມີລັກສະນະໃກ້ຄຽງກັບວັດໃນສະຕະວັດທີXVIIIແລະXIX.ເປັນວັດແບບທຳມະດາ,ມີຫ້ອງແລະເຊຍດ່ຽວ,ວັດນີ້ຖືກເປເພໃນປີ1948.ວິຫານຂອງວັດຖືກສ້າງຄືນໃນປີ1951ແລະໄດ້ຕໍ່ເຕີມໃຫ້ໃຫຍ່ອອກດ້ວຍການສ້າງສອງລະບຽງດ້ານຂ້າງໃສ່ຕື່ມ.ຈຸດສົນໃຈຂອງວິຫານນີ້ແມ່ນຢູ່ທີ່ແທນພະປະທານເຊິ່ງມີລັກສະນະເປັນຫໍພະສາດແກ້ວທີ່ເປັນບ່ອນປະດິດສະຖານບັນດາພະພຸດທະຮູບ.ເຊິ່ງໃນນັ້ນເປັນພະພຸດທະຮູບຊົງເຄື່ອງໃນປາງ“ຊີ້ທໍລະນີເປັນພະຍານ“ຕາມຂໍ້ມູນທ້ອງຖິ່ນເວົ້າວ່າພະພຸດທະຮູບສອງອົງນີ້ອາດເອົາມາຈາກເມືອງຢູ່ໃກ້ໆເຂດຊາຍແດນລາວ-ຫວຽດນາມ.
ພະທາດພູສີແມ່ນທາດທີ່ມີການກໍ່ສ້າງໃນຜັງສີ່ຫຼ່ຽມຍາວຍ້ອນເຫດຜົນສະຖານທີ່ຕັ້ງທີ່ພິເສດຢູ່ເທີງຈອມພູ,ອົງພະທາດນີ້ຕັ້ງໃສ່ຕີນຖານສາມຖ້ານ,ມີໃບເສມາຍອດດອກບົວປະດັບຢູ່ແຈ.ຢູ່ແຕ່ລະມູມຂອງພາກສ່ວນຕົ້ນຕໍຂອງອົງທາດນັ້ນປະດັບດ້ວຍເສດຕະສັດທີ່ເຮັດດ້ວຍທອງເຈັດຊັ້ນສີ່ອັນ.ຕັ້ງແຕ່ຕີນຮອດຈອມທາດແທກໄດ້ຊາວແອັດແມັດ.ເດີ່ນລະບຽງທີ່ຍື່ນອອກມາຈາກຕີນທາດເຮັດໃຫ້ສາມາດຫລຽວເຫັນທັດສະນິຍະພາບອັນງົດງາມສຸດທີ່ຈະພັນລະນາໄດ້ຂອງເມືອງຫລວງພະບາງ.ແຕ່ເດີມວັດນີ້ສ້າງຂື້ນໂດຍພະເຈົ້າອານຸຣຸດໃນປີ1804.ຫລັງຈາກນັ້ນໃນປີ1914ໄດ້ມີການບູລະນະສ້ອມແປງວັດນີ້ເປັນເທື່ອທຳອິດ,ຕໍ່ມາແມ່ນປີ1936,ຊື່ງໃນໂອກາດດັ່ງກ່າວເພິ່ນໄດ້ສ້າງຂັ້ນໄດຈຳນວນ328ຂັ້ນໃສ່ຕື່ມ. 
ເຖິງແມ່ນວ່າວິຫານ,ສາສະນະສະຖານ,ຈະມີລວດລາຍປະດັບເອ້ສີໜ້າແລະປະຕູກາງຈະເປັນແບບຂອງສະຕະວັດທີXVIIIແລະXIXກໍ່ຕາມ,ຕຳນານໄດ້ເລົ່າໄວ້ວ່າວັດປາກອູສ້າງຂື້ນໂດຍພະເຈົ້າໄຊເສດຖາທິລາດໃນປີ1547.ໃນໄລຍະການບູລະນະສ້ອມແປງແລະຂະຫຍາຍວັດໃນຕົ້ນສະຕະວັດທີXXໃນລາຊະການຂອງພະເຈົ້າສີສະຫວ່າງວົງ,ເພິ່ນໄດ້ສ້າງແງບໃສ່ດ້ານຂ້າງວິຫານຕື່ມອີກ
ວັດແຫ່ງນີ້ຍັງຮັກສາເຂັດລັບຂອງມັນໄວ້ເປັນຢ່າງດີຢູ່,ສຳລັບວັນເວລາຂອງານກໍ່ສ້າງນັ້ນທ່ານລຸຍຟີໂນແລະຮ.ປາກມັງຈີເອສັນນິຖານວ່າສ້າງຂຶ້ນໃນລາຊະການຂອງພະເຈົ້າສຸລິຍະວົງສາ,ສ່ວນເຈົ້າຄຳໝັ້ນວົງກົດຣັດຕະນະນັກບັນທຶກປະວັດສາດຂອງພະລາຊະວົງເວົ້າວ່າສ້າງຂຶ້ນໃນສັງກາດປີ1815ໃນລາດສະການຂອງພະເຈົ້າອະນຸລຸດແຕ່ເດີມວັດນີ້ເປັນແບບທຳມະດາ,ມີຫ້ອງແລະເຊຍດ່ຽວ,ປະກອບທັງຫຼັງຄາທີ່ມີເທີບດຽວ.ໜ້າຈົ່ວຂອງວິຫານແລະຝາພະໜັງດ້ານໜ້າເຄີຍປະດັບເຕັມໄປດ້ວຍຮູບແຕັມຝາພະໜັງອັນສວຍສົດງົດງາມ.ມີທາດແບບຫໍຜາສາດລູກດຽວທີ່ຕັ້ງຢູ່ຕໍ່ໜ້າວິຫານຂອງວັດ.ໃນປີ1932ເພິ່ນໄດ້ກໍ່ສ້າງກຸຕິສົງ3ຫຼັງສຳເລັດແລະວິຫານໜຶ່ງຫຼັງແບບທຳມະດາມີຫ້ອງແລະເຊຍດ່ຽວຊຶ່ງເປັນທີ່ສະດຸດຕາຍ້ອນການເອ້ທີ່ໜ້າຈົ່ວດ້ວຍໄມ້ຄວັດເປັນຮູບເທພະນົມ.ການບູລະນະສ້ອມແປງທີ່ດຳເນີນໄປລະຫວ່າງປີ1996ແລະ1969ນັ້ນບໍ່ໄດ້ມີການປ່ຽນແປງລັກສະນະຮູບແບບຂອງວິຫານຫຼາຍປານໃດ.ຮູບແຕ້ມເກົ່າທີ່ຝາເຊຍກ້ຳໜ້າໄດ້ຖືກປ່ຽນແທນໂດຍຮູບແຕ້ມສີນ້ຳມັນທີ່ພະຍາຍາມຮຽນແບບຮູບພາບດັ່ງເດີມໄວ້.ປະຕູແລະປ່ອງຢ້ຽມທຸກປ່ອງແມ່ນເຮັດດ້ວຍໄມ້ຄວັດ,ເພິ່ນສັງເກດເຫັນວ່າຢູ່ບານປະຕູເຂົ້າດ້ານໜ້າມີເທວະຮູບທີ່ມີໜວດເຄົາຍາວແລະນຸ່ງເຄື່ອງຕາມຈີນຕະນາການແບບຈີນບູຮານ.
>ໃນສະໄຫມກ່ອນວັດຊຽງທອງເຄີຍເປັນວັດ‘’ປະຕູເມືອງ’’ທັງເປັນທ່າຈອດເຮືອ‘’ດ້ານເຫນືອ’’ສຳລັບການສະເດັດມາເຖິງແລະການສະເດັດປະພາດທາງລາຊະການຂອງພະມະຫາກະສັດ.ພ້ອມນັ້ນ,ບ່ອນນີ້ກະຍັງເປັນບ່ອນທີ່ນັກເດີນທາງທີ່ມີກຽດມາທາງເຮືອຕາມລຳແມ່ນ້ຳມາຈອດຫລືພວກທີ່ມາແຕ່ສະຫຍາມໂດຍທາງບົກມາສຸດເສັ້ນທາງຢູ່ແຄມຝັງນ້ຳຂອງທາງຂວາທີ່ບ້ານຊຽງແມນ.ວັດຊຽງທອງເປັນວັດທີ່ຕັ້ງຢູ່ບ່ອນຄົບກັນລະຫວ່າງນ້ຳຂອງແລະປາກນ້ຳຄານ,ເປັນວັດທີ່ກ້ວາງແລະເກົ່າແກ່ທີ່ສຸດວັດຫນຶ່ງໃນບັນດາວັດວາອາຮາມຂອງຫລວງພະບາງ.ປະຫວັດຂອງວັດນີ້ຕິດພັນກັບພົງສາວະດານຂອງການສ້າງຕັ້ງຕົວເມືອງທຳອິດແຫ່ງນີ້.ນິທານສືບຕໍ່ເລົ່າກັນມາວ່າແມ່ນລືສີສອງອົງໄດ້ເປັນຜູ້ປັກຫມາຍເຂດແດນສະຖານທີ່ທີ່ຈະເປັນທີ່ຕັ້ງຂອງເມືອງໃນອານາຄົດນັ້ນໃສ່ໃກ້ໆກັບຕົ້ນທອງ.ຕໍ່ມາແມ່ນສະໄຫມຂອງພໍ່ຄ້າຫມາກ-ຂາຍພູໄປແຕ່ວຽງຈັນຊຶ່ງໄດ້ຖືກເລືອກຈາກປະຊາຊົນໃຫ້ຂຶ້ນເປັນເຈົ້າຊີວິດອົງທຳອິດຂອງນະຄອນແຫ່ງນີ້ຍ້ອນຄວາມເກັ່ງກ້າສາມາດຂອງເພິ່ນແລະຖວາຍພະນາມວ່າພະຍາຈັນທະພານິດສະຖິດສຸວັນນະພູມ.ພະອົງໄດ້ສ້າງພະລາຊະວັງແລະວັດຫລັງທຳອິດໃສ່ບ່ອນທີ່ລືສີສອງອົງໄດ້ຂີດຫມາຍໄວ້ກ່ອນແລ້ວນັ້ນ.ຫລັງຈາກພື້ນນິທານຈັນທະພານິດແລ້ວກໍ່ນັ້ບວ່າເປັນເທື່ອທຳອິດທີ່ຕຳນານພື້ນເມືອງລາວເລົ່າວ່າແມ່ນພະເຈົ້າໄຊຍະເສດຖາທິລາດສ້າງວັດຊຽງທອງຂື້ນໃນປີ1560.ວັດຊຽງທອງເປັນວັດແຫ່ງດຽວທີ່ມີໂຊກດີຫນີພົ້ນຈາກການເຜົາຜານໃນປີ1887.ວັດຊຽງທອງໄດ້ຖືກບູລະສ້ອມແປງສອງຄັ້ງ:ໃນປີ1928ແລະລະຫວ່າງ1952ຫາ1960.ໃນສະໄຫມພະເຈົ້າສີສະຫວ່າງວົງວິຫານຂອງວັດມີຮູບລັກສະນະການພັດທະນະຈາກແຜນຜັງທຳມະດາທີ່ມີສາມຫ້ອງລອຍແລະເຊຍດ່ຽວ,ສະແດງລັກສະນະພິເສດດ້ວຍຮູບເສັ້ນທີ່ກົມກືນກັນຂອງຫລັງຄາທີ່ສະລັບຊ້ອນກັນທັງແອ່ນອອກກວ່າທຳມະດາ.ຍອດຊໍ່ຟ້າຂອງຫລັງຄາເປັນຍອດຊໍ່ຟ້າແບບ17ຜາສາດແລະມີໂງ່ປະດັບຫົວນາກ.ການສ້ອມແປງໃຫຍ່ຄັ້ງຫລັງສຸດໂດຍພື້ນຖານແລ້ວແມ່ນແນໃສ່ການປະດັບເອ້ແລະການກໍ່ສ້າງຫໍໄຫວ້ໃຫຍ່ຂອງຫໍລາຊະໂກດຊຶ່ງເລີ້ມສ້າງຂຶ້ນໃນປີ1962.ສິລະປະຮູບແຕ້ມດ້ວຍລາຍຟອກຄຳໃສ່ພື້ນສີດຳໄດ້ຖືກນຳມາປະດັບໃສ່ສອງຝາດ້ານໃນ.ຍົກເວັ້ນຢູ່ຕີນຝາກ້ຳໃຕ້ຂອງຝາກທິດຕາເວັນຕົກຊຶ່ງຍັງຮັກສາຮ່ອງຮອຍຂອງຮູບດັ້ງເດີມທີ່ຟອກຄຳໃສ່ພື້ນສີແດງ.ຢູ່ຫນ້າຈົ່ວດ້ານຫລັງຂອງວິຫານ,ຮູບປະດັບແບບໂມຊາອິກຕິດແກ້ວສີຝັງຊີມັງລົງພື້ນສີແດງໄດ້ຮັບການສ້ອມແປງຄືືນໃຫມ່ຫມົດແຕ່ຍັງຮັກສາໄວ້ເສັ້ນສີດັ້ງເດີມຢ່າງຄົບຖ້ວນ.ຮູບພາບທີ່ແຕ້ມແຕ່ງຢູ່ເທິງຫົວເສົານັ້ນແມ່ນຮູບຂອງພະພຸດທະເຈົ້າແລະພະເຈດີຮູບຫນຶ່ງທີ່ສະແດງເຖິງຕອນພະພຸດທະເຈົ້າສະເດັດຈາກດາວະດິງສາພ້ອມດ້ວຍເທວະຍຸດາ33ອົງ.ຢູ່ລຸ່ມລົງມາ,ເພື່ອເປັນທີ່ລະນຶກໃຫ້ແກ່ລຶສີສອງອົງທີ່ເປັນຜູ້ຂີດຫມາຍສະຖານທີ່ຂອງອານາຈັກໃນອານາຄົດນັ້ນເພິ່ນໄດ້ເຮັດຮູບຂອງ‘’ຕົ້ນທອງ’’ໄວ້ເປັນຫລັກຖານ.

Add comment


Security code
Refresh

ທ່ານກຳລັງຢູ່ທີ່: ຫນ້າທຳອິດ ແຫລ່ງມໍລະດົກ ປະຫວັດຂອງວັດວາອາຮາມ