luangprabang-heritage.org

  •  
  •  
  •  

Font Size

Layout

Menu Style

Cpanel

ປະຫັວດພຣະບາງ

pabang3    parbang

 

parbang03 parbang2

     “ພຣະບາງ” ແມ່ນພຣະພຸທະຮູບ ອົງສັກສິດ, ເປັນປູຊະນີຍະສະຖານ ວັດຖຸເກົ່າແກ່ ແລະ ເປັນຂອງຄ້ຳຄູນ ບ້ານຄູ່ເມືອງລາວ, ເປັນພຣະພຸດທະຮູບ ທີ່ປະຊາຊົນ ພົນລະເມືອງລາວ ເຄົາລົບນົບໄຫ້ວ ສັກກະລະບູຊາ ດ້ວຍຈິດໃຈ ອັນເຫລື້ມໃສ ສັດ ທາຢ່າງແຮງກ້າ, ມາເປັນເວລາຊ້ານານ. ເຊິ່ງນັບແຕ່ພຣະພຸດທະຮູບ ອົງນີ້ ໄດ້ຖືກນຳມາ ປະດິດສະຖານ ຕັ້ງຫມັ້ນໄວ້ພ້ອມກັບ ພຣະພຸດ ທະສາສະຫນາ ຢູ່ໃນພື້ນແຜ່ນດິນລາວ ລ້ານຊ້າງ (ປະເທດລາວ) ໃນສະໄຫມຣາຊາການແຜ່ນດິນ ຂອງພຣະຍາຟ້າງຸ່ມ ແຫລ່ງຫລ້າ ທໍລະນີເປັນຕົ້ນມາ.

- ອີງຕາມຕຳນານ ພຣະບາງ ໄດ້ກ່າວວ່າ: “ພຣະບາງ” ໄດ້ຖືກຫລໍ່ຫວອມ ຂື້ນຢູ່ເກາະລັງກາ ທະວີບ (ປະເທດ ສີລັງ ກາ), ນັບແຕ່ພຣະສຳມາສຳພຸດທະເຈົ້າ ບໍຣົມຄຣູ ຂອງເຮົາໄດ້ສະເດັດ ດັບຂັນເຂົ້າສູ່ ປະຣິນິພານ ເຫີງນານມາໄດ້ 43 ປີ ໂດຍແມ່ນ ພຣະອໍລະຫັນ ຕາອົງດີວີເສດ ຕົນຫນຶ່ງ ຊຶ່ງມີພຣະນາມວ່າ: ພຣະຈຸຣະນາຄະເຖຣະ, ອົງເປັນປະທານ ຝ່າຍຄະນະສົງ ໃນການຫລໍ່ ພຣະພຸດທະຣູບເຈົ້າອົງນີ້, ເພຶ່ອຫວັງຈະໃຫ້ພຣະພຸດທະສາສະຫນາ ດຳລົງຄົງຢູ່ຕະຫລອດໄປ. ກ່ອນທີ່ຈະຫລໍ່ ພຣະພຸດທະຮູບ ອົງນີ້, ເພິ່ນໄດ້ພາກັນ ເອົາໂລຫະທາດຄຳ, ເງີນ ແລະ ທອງ ມາປະສົມ ຫລອມເຂົ້າກັນ ເມຶ່ອຫລໍ່ຫລອມ ພຣະພຸດທະຮູບ ອົງນີ້ສຳເລັດສົມບູນແລັວ, ເຖິງເວລາກະທຳການ ພຸດທະພິເສກນັ້ນ ພຣະຈຸຣະນາຄະເຖຣະ ໄດ້ຕັ້ງຈິດອະຖານ ອັງເຊີນເອົາ ພຣະສາລີກະທາດ (ກະດູກຂອງພຣະພຸດທະເຈົ້າ) ຈົ່ງສະເດັດ ເຂົ້າສິງຢູ່ໃນ ຮ່າງກາຍຂອງ ພຣະພຸດທະຮູບ ເຈົ້າອົງນີ້, ໃນທີ່ແຫ່ງຄື: ທາດພຣະອົງ 1 ສະເດັດເຂົ້າຢູ່ໃນ ພຣະ ນາຣາດ (ຫນ້າຜາກ), ທາດພຣະພຸດທະຮູບ ອົງນີ້ ເປັນພຣະພຸດທະຮູບ ຢືນພຣະຫັດຖາ(ມື) ທັງສອງເບຶ້ອງຍົກໄວ້ພຽງ ພຣະອຸຣາ (ຫນ້າເອິກ), ແບຝາພຣະຫັດຖາ(ມື) ທັງສອງໄປທາງເບຶ້ອງຫນ້າ ອັນເປັນກິລິຍາທ່າທາງຫ້າມຍາດ. ຫມາຍຄວາມວ່າ: ພຣະຈຸຣນາຄະເຖຣະ ອົງນີ້ ເປັນປະທານ ໃນການສ້າງນີ້ມີ ຈຸດປະສົງ ຕັ້ງຈິດອະທິຖານ ຫລໍ່ພຣະ ພຸດທະຮູບອົງນີ້ໃຫ້ມີສັນຖານຄື: “ພຣະປາງຫ້າມຍາດ" ເຫມືອນດັ່ງ: ປາງພຣະພຸດເຈົ້າສະເດັດໄປ ຫ້າມຍາດ ທັງ ສອງຝ່າຍຄື: ຝ່າຍສາກະຍະວົງ ແລະ ຝ່າຍໂກລິຍະວົງ ທີ່ໄດ້ນຳກຳລັງໄພ່ພົ້ນ ຊາວເມຶອງກະບິນລະພັດ ແລະ ເມຶອງໂກລິຍະ ນະຄອນມາລົບເລວກັນທີ່ ແຄມຝັ່ງແມ່ນ້ຳ ໂຣຫິ ນີ້ດ້ວຍເຫດຜົນ ຂັດແຍ່ງເລື່ອງ: ເອົານ້ຳເຂົ້ານານັ້ນ ເອງ… ແລັວຄົນທັງຫລາຍ ຈິ່ງມັກເອີ້ນວ່າ: “ພຣະຫ້າມຍາດ”, ຕໍ່ມາ ພຣະຈຸຣະນາຄະເຖຣະ ຈິ່ງຂະຫນານພຣະນາມ ສັ້ນໆວ່າ: “ພຣະປາງ” ພາຍລຸນມາຄຳວ່າ: “ພຣະປາງ” ຈິ່ງເວົ້າຜ້ຽນປ່ຽນເປັນ “ພຣະບາງ” ດ້ວຍເຫດຜົນອັກສອນ “ບ” ກັບ ”ປ” ໃນຫນັງສືຕົວທຳ (ພາສາບາລີ) ມີຮູບຄືກັນແລະ ເມຶ່ອຄຳວ່າ: “ພຣະບາງ” ກໍ່ໄດ້ເອີ້ນຕິດປາກຄົນມາ ແລ້ວຫລາຍຊົ່ວຄົນ.

parbang04parbang07

  ນັບແຕ່ນັ້ນມາ “ພຣະບາງ” ໄດ້ຖືກສ້າງຂື້ນມາເປັນ ພຣະພຸດທະຮູບ ທອງຄຳ ທີ່ມີສັນຖານອາການ ເຫມືອນ “ພຣະປາງຫ້າມຍາດ” ນັ້ນແລ້ວ ກໍ່ເປັນທີ່ເຄົາລົບນົບໄຫ້ວ ແລະ ສັກກະລະບູຊາ ເປັນສີລິຄ້ຳຄູນ ແກ່ຊາວ ພຸດທັງຫລາຍ ຢູ່ໃນລັງກາທະວີບ ເປັນເວລາດົນນານ ເຖິງ 963 ປີ. ມາຣອດປີ ພຸດທະສັກກະຣາດ 1400, ດ້ວຍສັດທາອັນເຫລື້ອມໃສ ຍິ່ງຫນັກ ແລະ ດ້ວຍຄວາມວິງວອນ ຢ່າງແຮງກ້າ ຂອງເຈົ້າຊີວິດຂະເຫມນ (ປະເທດສີລັງກາ) ຈິ່ງໄດ້ຍິນດີຕົກລົງ ມອບ “ພຣະບາງ” ໃຫ້ແກ່ຄະນະທູດ ນຳໄປຖວາຍແດ່ ເຈົ້າຊີວິດຂະເຫມນ ເຊິ່ງເປັນຜູ້ ພຣະສະຫາຍ ຮັກແພງກັນ. “ພຣະບາງ” ໄດ້ສະທິດຢູ່ໃນພຣະວິຫານ ກາງນະຄອນຫລວງ ອິນທະປັດຖາ ເປັນເວລາເຫິງນານເຖິງ 502 ປີ, ຄືມາຮອດປີ ຄສ 1359, ພສ 1902, ຈຸຮະສັກກະຣາດ 721, ໃນສະໄຫມຣາຊະການ ຂອງພະຍາຟ້າງຸ່ມ, ພະເຈົ້າ ປະຣະມັດຖະຂະເມະຣາ, ເຈົ້າຊີວິດແຜ່ນດິນ ຂະເຫມນອົງເປັນພະສັດສະສຸຣະ (ພໍ່ຂອງພະຍາຟ້າງຸ່ມ) ຈຶ່ງໄດ້ ມອບພຣະພຸດທະຮູບ ທອງຄຳອົງຫນຶ່ງຄື: “ພຣະບາງ” ໃຫ້ແກ່ພະຍາຟ້າງຸ່ມ (ພະບຸດເຂີຍ) ພ້ອມທັງນຳເອົາພຣະ ພຸດທະສາສະຫນາ ເຂົ້າມາຝັງຮາກ ຢູ່ໃນນະຄອນຊຽງທອງ, ຕາມຄວາມ ກາບທູນຂອງ ພະຍາຟ້າງຸ່ມ ແລະ ນາງ ແກ້ວເກງຍາ ລູກສາວຂອງ ເຈົ້າຊີວິດ ຂະເຫມນ ເຊິ່ງເປັນອັກຄະມະເຫສີ (ເມຍຂອງພະຍາຟ້າງຸ່ມ) ເພຶ່ອຈັກໃຫ້ເປັນ ທີ່ອຸປະຖາກສັກ ກະລະບູຊາກາບໄຫ້ວ ແລະ ເປັນສີລິມຸງຄຸນ ຄ້ຳຄູນ ແກ່ປວງຊົນ ທັງຫລາຍ ໃຫ້ໄປຄຽງຄູ່ກັບ ພຣະພຸດທະສາສະຫນາ ອັນເປັນ ຈັກວັດທະນະຖາວອນ ເມືອຫນ້າໃນແຜ່ນດິນລາວ ລ້ານຊ້າງ ສືບຕໍ່ໄປ. ຄະນະສະມະນະທູດ ເຊິ່ງນຳໂດຍ ພຣະມະຫາປາສະມັນ ຜູ້ທີ່ໄດ້ເຄີຍຊຸບລ້ຽງ ພະຍາຟ້າງຸ່ມ ມາແຕ່ອາດີດນັ້ນ, ເປັນປະທານ ນຳຂະບວນ ບໍລິວານ ທັງຫລາຍຍົກພົນອອກມາຈາກ ຂະເຫມນ ຂື້ນມາຕາມແລວທາງ ພາກໃຕ້ຂອງລາວ, ເມຶ່ອຂະບວນແຫ່ “ພຣະບາງ” ໄດ້ເດີນທາງມາເຖິງ ເມືອງວຽງຄຳ (ເມືອງທຸລະຄົມ ແຂວງວຽງຈັນ ປະຈຸບັນ) ພະຍາເພົາ ເຈົ້າ ເມືອງວຽງຄຳ ພ້ອມດ້ວຍຊາວເມືອງ ພາກັນອອກມາຕ້ອນຮັບ ແລະ ຂໍໃຫ້ພັກເຊົາ ຢູ່ໃນຕົວເມືອງນັ້ນ ເປັນການຊົ່ວຄາວ…ດ້ວຍສັດທາອັນເຫລື້ອມໃສ ຢ່າງແຮງກ້າ ຂອງຊາວເມືອງ, ພະຍາເມືອງວຽງຄຳ (ຫລື ພະຍາເອກ) ກໍ່ມີຄວາມໂສມະນັດ ຍິ່ງຫນັກ ຈຶ່ງເຂົ້າຖວາຍ ອ້ອນວອນຂໍນິມົນເອົາ “ພຣະບາງ” ສະທິດໄວ້ທີ່ ເມືອງວຽຄຳ ນີ້ກ່ອນເພຶ່ອໃຫ້ໄດ້ ອຸປະຖາກຮັກສາ ແລະ ສັກກະລະບູຊາ ນົບໄຫ້ວ ເປັນສີລິຄ້ຳຄູນ ແກ່ຊາວເມືອງ. ພຣະມະຫາ ປາສະມັນຂືນຄຳ ອ້ອນວອນບໍ່ໄດ້ ກໍ່ຍິນດີຕົກລົງ ມອບ “ພຣະບາງ” ໃຫ້ ພະຍາ ເມືອງວຽງຄຳ ໄວ້ສັກກະລະຕາມສັດທາ, ແລ້ວສ້າງຫໍຜາສາດ “ພຣະບາງ” ໄວ້ທີ່ນັ້ນ.

parbang05parbang01

 

  ເມຶ່ອຄະນະສະມະທູດ ໄດ້ເດີນທາງມາເຖິງ ນະຄອນຊຽງທອງ ແລ້ວກໍ່ໄດ້ໄປພັກຢູ່ ພູມິງເມືອງ, ພະຍາຟ້າງຸ່ມ ແລະ ອັກຄະລະມະເຫສີ ພ້ອມດ້ວຍເສນາມົນຕີ ເຖົ້າແກ່ບາວສາວ ຊາວຊຽງທອງພ້ອມພາກັນ ຈັດພິທີຕ້ອນຮັບ ດ້ວຍການ ທຳຄູລາ ບາສີ ສູ່ຂັວນ, ພ້ອມກັນນັ້ນ ພະຍາຟ້າງຸ່ມ ກໍ່ໄດ້ປະກາດຕົນ ເປັນພຸດທະມາມະກະ ແລະ ເປັນຣາ ຊະອຸປະຖຳ ຄ້ຳຊູພຸດທະສາສະຫນາ ຕໍ່ຫນ້າພຣະສົງ ແລະ ປະຊາຊົນທັງຫລາຍ, ຫລັງຈາກນັ້ນ ພະຍາຟ້າງຸ່ມ ກໍ່ໄດ້ ສ້າງວັດ ຖວາຍແດ່ພຣະອາຈານ ມະຫາປາສະມັນ ຢູ່ເຫມືອປາກຫ້ວຍໂຮບ ຊື່ວ່າ: ວັດປ່າສະມັນ ສ່ວນຕົ້ນໂພລັງກາ ໄດ້ປູກໄວ້ແຄມຫນອງ ຜາສາດ, ຫນ້າວັດແກ້ວ ເຫນືອວັດປ່າສະມັນ. ຕົ້ນໂພນີ້ມີອາຍຸຢືນເຖິງ 540 ປີ, ຄືມາຮອດ ປີ ພສ 2442, ຄສ 1899 ຈຶ່ງໄດ້ຖືກລົມພັດລົ້ມ, ນິ້ຖືວ່າເປັນບ່ອນທຳອິດຂອງ ພຣະພຸດທະສາສະຫນາ ລັດທິລັງ ກາວົງ ຫລື ຫິນະຍານທີ່ໄດ້ຝັງຮາກເຫົ້ງາ ລົງໃນຂົງເຂດ ນະຄອນຊຽງທອງ ເຊິ່ງແມ່ນພະມະຫາປາສະມັນ ເປັນຫົວຫນ້າ. “ພຣະບາງ” ຖືກອັງເຊີນຂື້ນ ເມືອປະດິດສະຖານ ຢູ່ນະຄອນຊຽງທອງ ເປັນຄັ້ງທຳອິດ. ອິງຕາມພົງສາວະດານລາວ ກ່າວໄວ້ວ່າ: ສົມເດັດພະເຈົ້າ ວິຊຸນນະລາດ ເປັນພະຣາຊະໂອລົດອົງທີ່ 5 ຂອງເຈົ້າ ໄຊຍະຈັກກະພັດແຜ່ນແຜ້ວ, ເມຶ່ອ ພະອົງ ຫຍັງບໍ່ທັນໄດ້ຂື້ນ ຄອງລາດ ເປັນເຈົ້າຊີວິດນັ້ນ, ພະຣາຊາບິດາ (ພໍ່) ໄດ້ ສົ່ງມາເປັນ ເຈົ້າເມືອງວຽງຄຳ, ພະອົງ ເອົາໃຈໃສ່ ອຸປະຖາກ ບົວລະບັດຮັກສາ ແລະ ສັກກະລະບູຊາ “ພຣະບາງ” ຢູ່ເມືອງວຽງຄຳບໍ່ໄດ້ຂາດ…ຖືໄດ້ວ່າ ພະອົງ ເປັນກະສັດ ທີ່ໄດ້ເອົາໃຈໃສ່ຖະນຸບຳລຸງ ແລະ ໃຫ້ການອຸປະຖຳຄ້ຳຊູ ຕໍ່ພະພຸດທະສາສະຫນາ ເປັນຍິ່ງຫນັກ, ເພຶ່ອຈັກໃຫ້ ມີຄວາມຈະເລີນ ຮຸ່ງເຮືອງ ຂື້ນເປັນລຳດັບ ແລະ ເປັນສິ່ງຄ້ຳຄູນ ແກ່ຊາວພຸດ ທັງຫລາຍ. ເມຶ່ອສົມເດັດ ພະເຈົ້າວິຊຸນນະລາດ ໄດ້ຂື້ນຄອງ ສະສົມບັດ ເປັນເຈົ້າກະສັດ ປົກຄອງແຜ່ນດິນ ແຫ່ງອານາຈັກລ້ານຊ້າງ ອົງທີ່ 15 (ນັບແຕ່ເຈົ້າຟ້າງຸ່ມ) ໃນນະຄອນຊຽງທອງ ໄດ້ 1 ປີ ນັ້ນແລ້ວ, ຄືມາຮອດປີ ຄສ 1502, ພສ 2045 ພະອົງ ໄດ້ຈັດແຈງແຕ່ງ ໃຫ້ເສນາອາມາດ ພ້ອມດ້ວຍໄພ່ພົນ ຈຳນວນຫນຶ່ງ ນຳເອົາຣາຊະສານລົງມາ ເຖິງເຈົ້າເມືອງ, ເມືອງວຽງຄຳ ໃຫ້ເຫັນຄວາມຈຳເປັນ ໃນການນຳເອົາ “ພຣະບາງ” ຂື້ນໄປໄວ້ຢູ່ ນະຄອນຊຽງທອງ.

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

Add comment


Security code
Refresh

ທ່ານກຳລັງຢູ່ທີ່: ຫນ້າທຳອິດ ແຫລ່ງມໍລະດົກ ປະຫັວດພຣະບາງ